ເວນທັງຫລາຍບໍ່ເຄີຍດັບຫາຍໄປດ້ວຍການຈ່ອງເວນເລີຍ ແຕ່ດັບໄດ້ດ້ວຍການບໍ່ຈ່ອງເວນ

ທໍາໃນທ່າມກາງ

0:00/0:00

ພິກຂຸທັງຫລາຍ ! ຄົນພວກອື່ນຈະກ່າວຕຳນິເຮົາ ຕຳນິພຣະທັມ ຕຳນິພຣະສົງກໍຕາມ ທ່ານທັງຫລາຍບໍ່ຄວນອາຄາດ ບໍ່ຄວນໂທມະນັດນ້ອຍໃຈ ບໍ່ຄວນແຄ້ນເຄືອງໃຈໃນຄົນເຫລົ່ານັ້ນ; ຖ້າທ່ານທັງຫລາຍແຄ້ນເຄືອງ ຫລື ມີໂທມະນັດສະນ້ອຍໃຈໃນຄົນເຫລົ່ານັ້ນ ອັນຕະລາຍຈະມີແກ່ທ່ານທັງຫລາຍເພາະເຫດນັ້ນໄດ້.


ກໍຄົນເຫລົ່າໃດຈ່ອງເວນໄວ້ວ່າ ຄົນນັ້ນດ່າເຮົາ ຕີເຮົາ ຊະນະເຮົາ ໄດ້ລັກສິ່ງຂອງຂອງເຮົາໄປ ເວນຂອງຄົນນັ້ນຍ່ອມບໍ່ສະຫງົບ; ສ່ວນຄົນເຫລົ່າໃດບໍ່ຈ່ອງເວນໄວ້ວ່າ ຄົນນັ້ນດ່າເຮົາ ຕີເຮົາ ຊະນະເຮົາ ໄດ້ລັກສິ່ງຂອງ ຂອງເຮົາໄປ ເວນຂອງຄົນນັ້ນຍ່ອມສະຫງົບລົງ.  


ໃນຍຸກໃດກໍຕາມ ເວນທັງຫລາຍບໍ່ເຄີຍດັບຫາຍໄປດ້ວຍການຈ່ອງເວນເລີຍ ແຕ່ດັບໄດ້ດ້ວຍການບໍ່ຈ່ອງເວນ ທັມນີ້ເປັນຂອງເກົ່າ.



(ສູຕຕັນຕະປິດົກ ທີຄະນິກາຍ ສີລຂັນທະວັກ ໙/໒-໓/໑). ວິນັຍປິດົກ ມະຫາວັກ. ພາສາໄທ ສະບັບຫລວງ ເຫລັ້ມທີ ໕/໒໖໓/໒໔໗


ເວນທັງຫລາຍບໍ່ເຄີຍດັບຫາຍໄປດ້ວຍການຈ່ອງເວນເລີຍ ແຕ່ດັບໄດ້ດ້ວຍການບໍ່ຈ່ອງເວນ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ