ຄົນທີ່ຊັກຊວນໃນທາງຈິບຫາຍ

ທໍາໃນເບື້ອງຕົ້ນ

0:00/0:00

ຄະຫະບໍດີບຸດ! ຄົນທີ່ຊັກຊວນໃນທາງຈິບຫາຍ ທ່ານຈົ່ງຮູ້ວ່າ ບໍ່ແມ່ນມິຕ ເປັນແຕ່ຄົນທຽມມິຕ ໂດຍມີ 4 ສະຖານະຄື:

1. ຊັກຊວນໃຫ້ດື່ມນ້ຳເມົາຄື ສຸຣາ ແລະ ເມໄຣ ອັນເປັນທີ່ຕັ້ງແຫ່ງຄວາມປະມາດ,

2. ຊັກຊວນທ່ຽວຕາມສະຖານທີ່ຕ່າງໆໃນເວລາວິການ,

3. ຊັກຊວນໃຫ້ທ່ຽວເບິ່ງການຫລິ້ນມະຫໍຣະສົບຕ່າງໆ,

4. ຊັກຊວນໃຫ້ຫລິ້ນການພະນັນ ອັນເປັນທີ່ຕັ້ງແຫ່ງຄວາມປະມາດ.


ຄະຫະບໍດີບຸດ! ຄົນທີ່ຊັກຊວນໃນທາງຈິບຫາຍ ທ່ານຈົ່ງຮູ້ວ່າ ບໍ່ແມ່ນມິດ ເປັນແຕ່ຄົນທຽມມິດ ໂດຍມີ 4 ສະຖານະເຫລົ່ານີ້ແລ.


- ທີຄະນິກາຍ ປາຕິກະວັຄ 11/190/142.


ຄົນທີ່ຊັກຊວນໃນທາງຈິບຫາຍ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ