ນະຣົກທີ່ຮ້າຍແຮງຂອງມະນຸດ

ທໍາໃນເບື້ອງຕົ້ນ

0:00/0:00

ພິກຂຸທັງຫຼາຍ ! ນະຣົກຊື່ວ່າ ມະຫາປະຣິລາຫະ ມີຢູ່

 ໃນນະຣົກນັ້ນ ບກຸຄົນຍັງເຫັນຮບູຢ່າງໃດຢ່າງໜຶ່ງໄດ້ ດ້ວຍຈັກຂຸ (👁️ ຕາ)

 ແຕ່ໄດ້ເຫັນ ຮູບ ທີ່ບໍ່ໜ້າປາຖນາຢ່າງດຽວ ບໍ່ເຫັນ ຮູບ ທີ່ໜ້າປາຖນາເລີຍ;

 ເຫັນຮູບທີ່ບໍ່ໜ້າຮັກໃຄ່ຢ່າງດຽວ ບໍ່ເຫັນ ຮູບ ທີ່ໜ້າຮັກໃຄ່ເລີຍ

 ເຫັນ ຮູບ ທີ່ບໍ່ໜ້າພໍໃຈຢ່າງດຽວ ບໍ່ເຫັນຮູບທີ່ໜ້າພໍໃຈເລີຍ

  ໃນນະຣົກນັ້ນ ບກຸຄົນຍັງຟັງສຽງຢ່າງໃດຢ່າງໜຶ່ງໄດ້ ດ້ວຍໂສຕະ (👂 ຫູ)....

  ໃນນະຣົກນັ້ນ ບກຸ ຄົນຍັງດົມກິ່ນຢ່າງໃດຢ່າງໜຶ່ງໄດ້ ດ້ວຍຄານະ (👃 ດັງ)....

  ໃນນະຣົກນັ້ນ ບກຸຄົນຍັງຊີມຣົດຢ່າງໃດຢ່າງໜຶ່ງໄດ້ ດ້ວຍຊິວຫາ (👅 ລີ້ນ)....

  ໃນນະຣົກນັ້ນ ບກຸຄົນຍັງຖືກຕ້ອງໂຜດຖັບພະຢ່າງໃດ ຢ່າງໜຶ່ງໄດ້ດ້ວຍ (🧠 ກາຍ)....

  ໃນນະຣົກນັ້ນ ບກຸຄົນຍັງຮູ້ສຶກທັມມາຣົມຢ່າງໃດຢ່າງ ໜຶ່ງໄດ້ດ້ວຍມະໂນ (🧡 ໃຈ) 


 ແຕ່ໄດ້ຮູ້ສຶກທັມມາຣົມທີ່ບໍ່ໜ້າປາຖນາຢ່າງດຽວ ບໍ່ໄດ້ ຮູ້ສຶກທັມມາຣົມທີ່ໜ້າປາຖະນາເລີຍ;

 ໄດ້ຮູ້ສຶກທັມມາຣົມທີ່ບໍ່ໜ້າຮັກໃຄ່ຢ່າງດຽວ ບໍ່ໄດ້ຮູ້ສຶກ ທັມມາຣົມທີ່ໜ້າຮັກໃຄ່ເລີຍ;

 ໄດ້ຮູ້ສຶກທັມມາຣົມທີ່ບໍ່ໜ້າພໍໃຈຢ່າງດຽວ ບໍ່ໄດ້ຮູ້ສຶກ ທັມມາຣົມທີ່ໜ້າພໍໃຈເລີຍ.

  ເມື່ອພຣະຜູ້ມີພຣະພາກເຈົ້າກວ່າຢ່າງນີ້ແລ້ວ ພິກຂຸອົງ ໜຶ່ງໄດ້ທູນຖາມ ພຣະຜູ້ມີພຣະພາກເຈົ້າວ່າ 

 

 “ ຂ້າແຕ່ພຣະອົງຜູ້ຈະເຣີນ! ຄວາມຮ້ອນນັ້ນໃຫຍ່ ຫຼວງໜໍ. 

 ຂ້າແຕ່ພຣະອົງຜູ້ຈະເຣີນ! ຄວາມຮ້ອນນັ້ນ ໃຫຍ່ຫຼວງແທ້ໜໍ.

 ຂ້າແຕ່ພຣະອົງຜູ້ຈະເຣີນ! ມີຢູ່ບໍຂະ ນ້ອຍຄວາມຮ້ອນອື່ນທີ່ໃຫຍ່ ຫຼວງກວ່າໜ້າຢ້ານກວ່າ ກວ່າຄວາມຮ້ອນນີ້”. 

 

 ພິກຂຸທັງຫາຍ ! ມີຢູ່ຄວາມຮ້ອນອື່ນ ທີ່ໃຫຍ່ຫຼວງກວ່າ ໜ້າຢ້ານກວ່າ ກວ່າຄວາມຮ້ອນນີ້. 

 

 “ ຂ້າແຕ່ພຣະອົງຜູ້ຈະເຣີນ ! ຄວາມຮ້ອນອື່ນທີ່ໃຫຍ່ ຫຼວງກວ່າໜ້າຢ້ານກວ່າກວ່າຄວາມຮ້ອນ ນີ້ເປັນຢ່າງ ໃດໜໍ ? ” 


 ພິກຂຸທັງຫຼາຍ ! ກໍສະມະນະ ຫຼືພຣາມເຫຼົ່າໃດເຫຼົ່າໜຶ່ງ ຍ່ອມບໍ່ຮູ້ແຈ່ມແຈ້ງຕາມຄວາມເປັນຈິງ

   ວ່າ “ທຸກຂ໌ ເປັນຢ່າງນີ້ໆ”;

   ວ່າ “ເຫດໃຫ້ເກີດແຫ່ງທກຸຂ໌ ເປັນຢ່າງນີ້ໆ”

   ວ່າ “ຄວາມດັບບໍ່ເຫຼືອແຫ່ງທກຸຂ໌ ເປັນຢ່າງນີ້ໆ”

   ວ່າ “ຂໍ້ປະຕິບັຕເຄື່ອງທໍາສັດຕະໃຫ້ລຸເຖິງຄວາມດັບບໍ່ ເຫຼືອແຫ່ງທກຸຂ໌ ເປັນຢ່າງນີ້ໆ”; 

 

 ສະມະນະພຣາມເຫຼົ່ານັ້ນ ຍ່ອມຍິນດີຍິ່ງໃນສັງຂານ ທັງຫຼາຍ ອັນເປັນໄປພ້ອມເພື່ອຊາດ ຊະຣາ ມະຣະນະ ໂສ ກະປະຣິເທວະ ທຸກຂະໂທມະນັສສະອຸປາຍາສະ; ສະມະນະພຣາມເຫຼົ່ານັ້ນ ຄັນຍິນດີຍິ່ງໃນສັງຂານທັງຫຼາຍ ເຊັ່ນນັ້ນແລ້ວ ຍ່ອມປງຸແຕ່ງຊຶ່ງສັງຂານທັງຫຼາຍ ອັນເປັນໄປພ້ອມເພື່ອຊາດ ຊະຣາ ມະຣະນະ ໂສກະປະຣິເທວະ ທຸກຂະໂທມະນັດສະອຸປາຍາສະ;


  ສະມະນະພຣາມເຫຼົ່ານັ້ນ ຄັນປງຸແຕ່ງຊຶ່ງສັງຂານທັງຫຼາຍ ເຊັ່ນນັ້ນແລ້ວ, ຍ່ອມຮ້ອນເພາະຄວາມຮ້ອນແຫ່ງຊາດ(ຄວາມເກີດ)ແດ່; ຍ່ອມຮ້ອນເພາະຄວາມຮ້ອນແຫ່ງຊະຣາແດ່, ຍ່ອມຮ້ອນເພາະຄວາມຮ້ອນແຫ່ງມະຣະນະແດ່, ຍ່ອມຮ້ອນເພາະຄວາມຮ້ອນແຫ່ງ ໂສກະປະຣິເທວະ ທຸກ ຂະໂທມະນັສສະອຸປາຍາສະແດ່: 

 

 ເຮົາກ່າວວ່າ “ສະມະນະພຣາມເຫຼົ່ານັ້ນ ຍ່ອມບໍ່ພົ້ນຈາກ ຊາດຊະຣາມະຣະນະ ໂສກະປະຣິເທວະ ທຸກຂະໂທມະນັດ ສະອຸປາຍາສະທັງຫຼາຍ ຄືບໍ່ພົ້ນຈາກທກຸຂ໌” ດັ່ງນີ້. 


 ເຖິງແມ່ນວ່າມີຄົນຖາມເຖິງຄວາມບໍ່ດີຂອງຜູ້ອື່ນກໍບໍ່ເປີດເຜີຍໃຫ້ປາກົດ ຈະກ່າວອິຫຍັງເຖິງເມື່ອບໍ່ຖືກຄົນຖາມ.

 ກໍເມື່ອຖືກຄົນຖາມເຖິງຄວາມບໍ່ດີຂອງຜູ້ອື່ນ

 ກໍນໍາເອົາບັນຫາໄປເຮັດໃຫ້ຫຼີກລ້ຽງຫຼຸດໜ້ອຍລົງ

 ກ່າວຄວາມບໍ່ດີຂອງຜູ້ອື່ນຢ່າງບໍ່ພິສະດານເຕັມທີ່ 


 ພິກຂທຸັງຫຼາຍ ! ຂໍ້ນີ້ຈົ່ງຮູ້ກັນເທີ້ນວ່າ ບຸກຄົນຜູ້ນີ້ ເປັນສັດຕະບຣຸດ.



 - ບາລີ ຈຕກຸກ. ອັງ. ໒໑/໑໐໐/໗໓.

- ບາລີ ມຫາວາຣ. ສັງ. ໑໙/໕໖໒/໑໗໓໑.


ນະຣົກທີ່ຮ້າຍແຮງຂອງມະນຸດ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ