ວິທີການສ້າງຊີວິດໃຫ້ປ່ຽມລົ້ນດ້ວຍຄວາມສຸກ

ທໍາໃນທ່າມກາງ

0:00/0:00

ພິກຂຸທັງຫລາຍ !

ຜູ້ປະກອບດ້ວຍທັມ 6 ປະການ

ຍ່ອມເປັນຜູ້ປ່ຽມລົ້ນໄປດ້ວຍຄວາມສຸກ ແລະ ໂສມະນັດໃນປັດຈຸບັນ ແລະ ຍ່ອມເປັນຜູ້ສ້າງເຫດເພື່ອຄວາມສິ້ນໄປແຫ່ງອາສະວະ(ກິເຫຼດ)ທັງຫລາຍ;

ທັມ 6 ປະການເປັນແນວໃດ ? ຄື:

ພິກຂຸໃນທັມວິໄນນີ້

1.ເປັນຜູ້ຍິນດີໃນທັມ 

2.ເປັນຜູ້ຍິນດີໃນພາວະນາ 

3.ເປັນຜູ້ຍິນດີໃນການລະ 

4.ເປັນຜູ້ຍິນດີໃນຄວາມສະຫງົບ 

5.ເປັນຜູ້ຍິນດີໃນຄວາມບໍ່ພະຍາບາດ

6.ເປັນຜູ້ຍິນດີໃນທັມທີ່ບໍ່ເນີນຊ້າ 


ພິກຂຸທັງຫລາຍ !

ຜູ້ປະກອບດ້ວຍທັມ 6 ປະການ

ຍ່ອມເປັນຜູ້ປ່ຽມລົ້ນໄປດ້ວຍຄວາມສຸກ(ສຸກກາຍ) ແລະ ໂສມະນັດ(ສຸກໃຈ)ໃນປັດຈຸບັນ ແລະ ຍ່ອມເປັນຜູ້ສ້າງເຫດເພື່ອຄວາມສິ້ນໄປແຫ່ງອາສະວະ(ກິເຫຼດ)ທັງຫລາຍ.



-ສູຕຕັນຕະປິດົກ ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ 22/383/389


ວິທີການສ້າງຊີວິດໃຫ້ປ່ຽມລົ້ນດ້ວຍຄວາມສຸກ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ