ໂຣກ 2 ຢ່າງ

ທໍາໃນເບື້ອງຕົ້ນ

0:00/0:00

ພິກຂຸທັງຫລາຍ ! ໂຣກສອງຢ່າງເຫລົ່ານີ້ມີຢູ່ສອງຢ່າງອັນໃດຫນໍ ຄື:

ໂຣກທາງກາຍ ແລະ ໂຣກທາງໃຈ.

ພິກຂຸທັງຫລາຍ ! ຍ່ອມເຫັນກັນຢູ່ແລ້ວວ່າສັດຕະທັງຫລາຍ ທີ່ຍືນຍັນເຖິງຄວາມບໍ່ມີໂຣກທາງກາຍຕະຫລອດ 1 ປີແດ່ , 2 ປີແດ່ , 3 ປີແດ່ , 4 ປີແດ່ , 5 ປີແດ່ , 10 ປີແດ່ , 20 ປີແດ່ , 30 ປີແດ່ , 40 ປີແດ່ , 50 ປີແດ່ ແລະ ຍືນຍັນຄວາມບໍ່ມີໂຣກທາງກາຍແມ້ຫຼາຍກວ່າ 100 ປີແດ່ ກໍຍັງພໍມີປຣາກົດ.

ພິກຂຸທັງຫລາຍ ! ແຕ່ຫມູ່ສັດຕະ ທີ່ຈະກ້າຍືນຍັນເຖິງ ຄວາມບໍ່ມີໂຣກທາງໃຈແມ້ຊົ່ວເວລາພຽງຫນ້ອຍດຽວ ເວັ້ນແດ່ຜູ້ມີ ອາສາວະສິ້ນແລ້ວ ນັບວ່າຫາໄດ້ແສນຍາກໃນໂລກ.


- ບາລີ ຈຕກກ.ອໍ.21/191/156.


ໂຣກ 2 ຢ່າງ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ