ບໍ່ຄວນດູຖູກດູໝິ່ນວ່າເລັກນ້ອຍ

ທໍາໃນທ່າມກາງ

0:00/0:00

ດູກ່ອນມະຫາບໍພິດ ! ຂອງ 4 ຢ່າງເຫຼົ່ານີ້

ບໍ່ຄວນດູຖູກດູໝິ່ນວ່າເລັກນ້ອຍ 4 ຢ່າງເປັນຢ່າງໃດ ?

ຂອງ 4 ຢ່າງຄື:

1. ບໍ່ຄວນດູຖູກດູໝິ່ນກະສັດ ວ່າຍັງເຍົາ(ໜຸ່ມນ້ອຍ)

2. ບໍ່ຄວນດູຖູກດູໝິ່ນງູ ວ່າຕົວນ້ອຍ

3. ບໍ່ຄວນດູຖູກດູໝິ່ນໄຟ ວ່າເລັກນ້ອຍ

4. ບໍ່ຄວນດູຖູກດູໝິ່ນພິກຂຸ ວ່າຍັງໜຸ່ມ

ດູກ່ອນມະຫາບໍພິດ ! ຂອງ 4 ຢ່າງເຫຼົ່ານີ້

ບໍ່ຄວນດູຖູກດູມິ່ນວ່າເລັກນ້ອຍ.


ພຣະໄຕຣປິດົກ.ສະຄະຖາວັຄ.ສັງຍຸຕຕະນິກາຍ.ເຫຼັ້ມ ໑໕/໘໗/໓໒໕


ບໍ່ຄວນດູຖູກດູໝິ່ນວ່າເລັກນ້ອຍ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ