ຄວາມແກ່

ທໍາໃນເບື້ອງຕົ້ນ

0:00/0:00

ໂອ້ຍຫນໍ້ ! ......ຄວາມແກ່ອັນຊົ່ວຊ້າເອີຍ !

ອັນທຳຄວາມຫນ້າລັງກຽດເອີຍ !

ກາຍທີ່ຫນ້າພໍໃຈ ບັດນີ້

ກໍຖືກຄວາມແກ່ຍ່ຳຍີຫມົດເສຍແລ້ວ

ແມ່ນໃຜຈະມີຊີວິດຢູ່ຕັ້ງຮ້ອຍປີ

ທຸກຄົນກໍ່ຍັງມີ “ ຄວາມຕາຍ ”

ເປັນທີ່ໄປໃນເບື້ອງຫນ້າ

“ ຄວາມຕາຍ ” ບໍ່ຍົກເວັ້ນໃຫ້ແກ່ໃຜໆ

ມັນຍ່ຳຍີຫມົດທຸກຄົນ.


- ມູ.ມ. ໑໒/໑໖໓/໑໙໒.

- ມະຫາວາຣ. ສໍ. ໑໙/໒໘໗/໙໖໓


ຄວາມແກ່

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ