ປູກຕົ້ນໄມ້ກໍໄດ້ບຸນ

ທໍາໃນເບື້ອງຕົ້ນ

0:00/0:00

ເທວະດາທູນຖາມວ່າ:

ຄົນພວກໃດມີບຸນ ຈະເຣີນໃນກາລທຸກເມື່ອທັງກາງເວັນແລະກາງຄືນ

ຄົນພວກໃດຕັ້ງຢູ່ໃນທັມ ສົມບູນດ້ວຍສີລ ເປັນຜູ້ໄປສະຫວັນ?

ພຣະພຸດທະເຈົ້າຊົງກວ່າຕອບວ່າ:

 ຊົນເຫລົ່າໃດສ້າງອາຣາມ, 

 ປູກໝູ່ໄມ້, 

 ສ້າງຂົວຂ້າມ

 ຊົນເຫລົ່າໃດໃຫ້ໂຮງນຳ້ເປັນທານ ແລະບໍ່ນ້ຳ

 ທັງບ່ອນທີ່ພັກພາອາໄສ 

 ຊົນເຫລົ່ານັ້ນຍ່ອມມີບຸນ

 ຈະເຣີນໃນກາລະທຸກເມື່ອທັງກາງເວັນ ແລະ ກາງຄືນ

 ຊົນເຫລົ່ານັ້ນຕັ້ງຢູ່ໃນທັມ ສົມບູນດ້ວຍສີນ ເປັນຜູ້ໄປສະຫວັນ.


ບາລີ. ສະຄາຖະ. ສັງ. ໑໕/໔໔/໑໓໗-໑໓໘


ປູກຕົ້ນໄມ້ກໍໄດ້ບຸນ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ