ຄວາມສຳຄັນຂອງການຈະເຣີນພາວະນາ

ທໍາໃນທ່າມກາງ

0:00/0:00

ພິກຂຸທັງຫລາຍ ! ເມື່ອພິກຂຸບໍ່ໝັ່ນຈະເຣີນພາວະນາ ເຖິງຈະມີຄວາມປາຖະໜາຢ່າງນີ້ວ່າ: ໂອໜໍ ຂໍຈິດຂອງເຮົາຈົ່ງຫລຸດພົ້ນຈາກອາສະວະເພາະບໍ່ຖືໝັ້ນກໍຈິງ ແຕ່ຈິດຂອງພິກຂຸນັ້ນຍ່ອມບໍ່ຫລຸດພົ້ນຈາກອາສະວະເພາະບໍ່ຖືໝັ້ນ

 ຂໍ້ນັ້ນເພາະເຫດໃດ? 

 - ເພາະບໍ່ໄດ້ຈະເຣີນ

 ເພາະບໍ່ໄດ້ຈະເຣີນອັນໃດ? 

 - ເພາະບໍ່ໄດ້ຈະເຣີນສະຕິປັດຖານ 4, ສັມມັປປະທານ 4, ອິດທິບາດ 4, ອິນຊີ 5, ພະລະ 5, ໂພດຊົງ 7, ອະຣິຍະມັກປະກອບດ້ວຍອົງຄ໌ 8 ;


 ປຽບເໝືອນແມ່ໄກ່ມີໄຂ່ຢູ່ 8 ໜ່ວຍແດ່, 10 ໜ່ວຍແດ່ 12 ໜ່ວຍແດ່, ໄຂ່ເຫລົ່ານັ້ນອັນແມ່ໄກ່ຟັກບໍ່ດີ ໃຫ້ຄວາມອົບອຸ່ນບໍ່ພໍ ເຖິງແມ່ໄກ່ນັ້ນຈະມີຄວາມປາຖະໜາຢ່າງນີ້ວ່າ ໂອໜໍ ຂໍລູກຂອງເຮົາຈົ່ງໃຊ້ປາຍເລັບຕີນ ຫລື ງອຍປາກເຈາະເປືອກໄຂ່ ຟັກຕົວອອກມາດ້ວຍຄວາມສະຫວັດດີກໍຈິງ ແຕ່ລູກໄກ່ເຫລົ່ານັ້ນກໍບໍ່ສາມາດທີ່ຈະໃຊ້ປາຍເລັບຕີນ ຫລື ງອຍປາກເຈາະເປືອກໄຂ່ ຟັກຕົວອອກມາດ້ວຍຄວາມສະຫວັດດີໄດ້

 ຂໍ້ນັ້ນເພາະເຫດໃດ?

 - ເພາະແມ່ໄກ່ຟັກບໍ່ດີ ໃຫ້ຄວາມອົບອຸ່ນບໍ່ພໍ ສັນນັ້ນ.


ຄວາມສຳຄັນຂອງການຈະເຣີນພາວະນາ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ