ການໃຊ້ຊີວິດຢ່າງສັນໂດດຂອງພິກຂຸ
ທໍາໃນທ່າມກາງ
ດູຣາກັດສະປະ ! ພິກຂຸຜູ້ສັນໂດດເປັນແນວໃດ?
ດູຣາກັດສະປະ ພິກຂຸໃນທັມວິໄນນີ້ເປັນຜູ້ສັນໂດດດ້ວຍ
+ ຈີວອນເປັນເຄື່ອງບໍຣິຫານກາຍ
+ ດ້ວຍບິນດະບາດເປັນເຄື່ອງບໍຣິຫານທ້ອງ
+ ທ່ານຈະໄປທາງທິດໃດໆກໍຖືໄປໄດ້ເອງ
ດູຣາກັດສະປະ ! ນົກມີປີກຈະບິນໄປທາງທິດໃດໆ
ກໍມີແຕ່ປີກຂອງຕົວເອງເປັນພາລະບິນໄປ ສັນໃດ;
ພິກຂຸກໍສັນນັ້ນ ເປັນຜູ້ສັນໂດດດ້ວຍ
+ ຈີວອນເປັນເຄື່ອງບໍຣິຫານກາຍ
+ ດ້ວຍບິນດະບາດເປັນເຄື່ອງບໍຣິຫານທ້ອງ
+ ທ່ານຈະໄປທາງທິດໃດໆກໍຖືໄປໄດ້ເອງ
ດູຣາກັດສະປະ ພິກຂຸຜູ້ສັນໂດດເປັນຢ່າງນີ້ແລ.








