ຄຳວ່າ ”ພຣົມມະຈັນ” ຄືຫຍັງ?

ທໍາໃນເບື້ອງຕົ້ນ

0:00/0:00

ຄຳວ່າ ”ພຣົມມະຈັນ” ຄືຫຍັງ?

ແລະທີ່ສຸດຂອງພຣົມມະຈັນນັ້ນເປັນແນວໃດ?


ຄັ້ງນັ້ນ ພິກຂຸອົງໜຶ່ງເຂົ້າໄປຫາພຣະຜູ້ມີພຣະພາກເຈົ້າເຖິງທີ່ປະທັບ ກຣາບອະພິວາດແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວ ໄດ້ທູນຖາມພຣະຜູ້ມີພຣະພາກເຈົ້າວ່າ:

 ຂ້າແຕ່ພຣະອົງຜູ້ຈະເຣີນ ! ທີ່ເອີ້ນວ່າ ”ພຣົມມະຈັນໆ ດັ່ງນີ້” ກໍພຣົມມະຈັນເປັນຢ່າງໃດ ທີ່ສຸດຂອງພຣົມມະຈັນນັ້ນເປັນແນວໃດ ຂ້ານ້ອຍ?

ດູຣາພິກຂຸ ! ອະຣິຍະມັກປະກອບດ້ວຍອົງ 8 ນີ້ເອງຄື: ສັມມາທິດຖິ, ສັມມາສັງກັບປະ, ສັມມາວາຈາ, ສັມມາກັມມັນຕະ, ສັມມາອາຊີວະ, ສັມມາວາຍາມະ, ສັມມາສະຕິ, ສັມມາສະມາທິ ນີ້ແລເປັນພຣົມມະຈັນ.


ຄວາມສິ້ນຣາຄະ ຄວາມສິ້ນໂທສະ ຄວາມສິ້ນໂມຫະ ນີ້ເປັນທີ່ສຸດແຫ່ງພຣົມມະຈັນ.



ສັງຍຸຕຕະນິກາຍ ມະຫາວາຣະວັຄ ໑໙/໗/໒໙-໓໐

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ