ເຮົາກ່າວເຊິ່ງເຈຕະນາວ່າເປັນກັມ
ທໍາໃນເບື້ອງຕົ້ນ
ພິກຂຸທັງຫລາຍ !
ເຮົາກ່າວເຊິ່ງເຈຕະນາວ່າເປັນກັມ
ເພາະວ່າບຸກຄົນເຈຕະນາແລ້ວ
ຍ່ອມກະທຳເຊິ່ງກັມດ້ວຍກາຍ ດ້ວຍວາຈາ ດ້ວຍໃຈ.
ສັດຕະທັງຫລາຍເປັນຜູ້ມີກັມເປັນຂອງຕົນ
ເປັນທາຍາດແຫ່ງກັມ
ມີກັມເປັນກຳເນີດ
ມີກັມເປັນເຜົ່າພັນ
ມີກັມເປັນທີ່ເພິ່ງອາໄສ
ກະທຳກັມໃດໄວ້ ດີກໍຕາມ ຊົ່ວກໍຕາມ
ເຂົາຈັກເປັນຜູ້ຮັບຜົນຂອງກັມນັ້ນ.
ພຸທທະພົຈນ໌
ເຮົາກ່າວເຊິ່ງເຈຕະນາວ່າເປັນກັມ








