ເວທະນາໃນເວທະນາ

ທໍາໃນທ່າມກາງ

0:00/0:00

ພິກຂຸທັງຫຼາຍ ! ພິກຂຸພິຈາຣະນາເຫັນເວທະນາ ໃນເວທະນາຢູ່ແນວໃດ?

ພິກຂຸໃນທຳວິໄນນີ້ ເມື່ອສະເຫວີຍສຸກຂະເວທະນາ ກໍຮູ້ດີວ່າ ສະເຫວີຍສຸກຂະເວທະນາ,

- ສະເຫວີຍ ທຸກຂະເວທະນາ ກໍຮູ້ດີວ່າ ສະເຫວີຍທຸກຂະເວທະນາ,

- ສະເຫວີຍ ອະທຸກຂະມະສຸກຂະເວທະນາ ກໍຮູ້ດີວ່າ ສະເຫວີຍອະທຸກຂະມະສຸກຂະເວທະນາ ຫລື

- ສະເຫວີຍ ສຸກຂະເວທະນາມີອາມິດ ກໍຮູ້ດີວ່າ ສະເຫວີຍສຸກຂະເວທະນາມີອາມິດ ຫລື

- ສະເຫວີຍສຸກຂະເວທະນາບໍ່ມີອາມິດ ກໍຮູ້ດີວ່າ ສະເຫວີຍສຸກຂະເວທະນາບໍ່ມີອາມິດ ຫລື

- ສະເຫວີຍ ທຸກຂະເວທະນາມີອາມິດ ກໍຮູ້ດີວ່າ ສະເຫວີຍທຸກຂະເວທະນາມີອາມິດ ຫລື

- ສະເຫວີຍທຸກຂະເວທະນາບໍ່ມີອາມິດ ກໍຮູ້ດີວ່າ ສະເຫວີຍ ທຸກຂະເວທະນາບໍ່ມີອາມິດ ຫລື

- ສະເຫວີຍອະທຸກຂະມະສຸກ ຂະເວທະນາມີອາມິດ ກໍຮູ້ດີວ່າ ສະເຫວີຍອະທຸກຂະມະສຸກຂະເວທະນາມີອາມິດ ຫລື

- ສະເຫວີຍອະທຸກຂະມະສຸກ ຂະເວທະນາບໍ່ມີອາມິດ ກໍຮູ້ດີວ່າ ສະເຫວີຍອະທຸກຂະມະສຸກຂະເວທະນາບໍ່ມີອາມິດ ດັ່ງພັນລະນາມານີ້;


ພິກຂຸຍ່ອມພິຈາຣະນາເຫັນເວທະນາໃນເວທະນາໃນພາຍໃນແດ່ ພິຈາຣະນາເຫັນເວທະນາໃນເວທະນາພາຍນອກແດ່ ພິຈາຣະນາເຫັນເວທະນາໃນເວທະນາທັງພາຍໃນທັງ ພາຍນອກແດ່; ພິຈາຣະນາເຫັນທຳຄືຄວາມເກີດຂຶ້ນໃນ ເວທະນາແດ່ ພິຈາຣະນາເຫັນທຳຄືຄວາມເສື່ອມໄປໃນ ເວທະນາແດ່ ພິຈາຣະນາເຫັນທຳຄືທັງຄວາມເກີດຂຶ້ນທັງ ຄວາມເສື່ອມໄປໃນເວທະນາແດ່ແລ້ວແລຢູ່ 


ອີກຢ່າງໜຶ່ງ ສະຕິຂອງທ່ານຕັ້ງໝັ້ນຢູ່ວ່າ ເວທະນາມີຢູ່ກໍເປັນພຽງແຕ່ວ່າຮູ້ ພຽງແຕ່ວ່າອາໄສການລະນຶກເທົ່ານັ້ນ ທ່ານເປັນຜູ້ອັນຕັນຫາ ແລະ ທິດຖິບໍ່ອາໄສແລ້ວ ແລະ ບໍ່ຖືໝັ້ນສິ່ງໃດໆໃນໂລກ. 


ພິກຂຸທັງຫຼາຍ ! ຢ່າງນີ້ແລ ພິກຂຸຊື່ວ່າ ພິຈາຣະນາເຫັນເວທະນາໃນເວທະນາຢູ່.


----------------------------------------------------


ພຣະໄຕຣປິດົກພາສາໄທ ສະບັບຫລວງ ເຫລັ້ມທີ 10 

ສູຕຕັນຕະປິດົກ ທີຄະນິກາຍ ມະຫາວັກ ໜ້າທີ 222 ຂໍ້ທີ 289


ເວທະນາໃນເວທະນາ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ