ເຫັນກາຍໃນກາຍ

ທໍາໃນທ່າມກາງ

0:00/0:00

(1) ພິກຂຸທັງຫຼາຍ!

ພິກຂຸພິຈາລະນາເຫັນກາຍໃນກາຍຢູ່ເປັນແນວໃດ?

ພິກຂຸທັງຫຼາຍ! ພິກຂຸໃນທຳວິໄນນີ້ ໄປສູ່ປ່າກໍດີ ໄປສູ່ເຫງົ້າໄມ້ກໍດີ ໄປສູ້ເຮືອນກໍດີ ນັ່ງຄູ້ບັນລັງ ຕັ້ງກາຍຕົງ ດຳລົງສະຕິໄວ້ສະເພາະໜ້າ ມີສະຕິຫາຍໃຈເຂົ້າ ມີສະຕິ ຫາຍໃຈອອກ:

ເມື່ອຫາຍໃຈເຂົ້າຍາວ ກໍຮູ້ດີວ່າ ຫາຍໃຈເຂົ້າຍາວ. 

ເມື່ອຫາຍໃຈອອກຍາວ ກໍຮູ້ດີວ່າ ຫາຍໃຈອອກຍາວ. 

ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ດີວ່າ ຫາຍໃຈເຂົ້າສັ້ນ. 

ເມື່ອຫາຍໃຈອອກສັ້ນ ກໍຮູ້ດີວ່າ ຫາຍໃຈອອກສັ້ນ. 

ຍ່ອມທຳການເຝິກຫັດສຶກສາວ່າ ເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈເຂົ້າ.

ຍ່ອມທຳການເຝິກຫັດສຶກສາວ່າ ເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈອອກ.

ຍ່ອມທຳການເຝິກຫັດສຶກສາວ່າ ຈັກກະທຳກາຍສັງຂານໃຫ້ສະຫງົບລະງັບ ຫາຍໃຈເຂົ້າ.

ຍ່ອມທຳການເຝິກຫັດສຶກສາວ່າ ຈັກກະທຳກາຍສັງຂານໃຫ້ສະຫງົບລະງັບ ຫາຍໃຈອອກ.

ປຽບເໝືອນນາຍຊ່າງແກ່ວງເຊືອກ ຫຼື ລູກນ້ອງຂອງຊ່າງແກ່ວງເຊືອກ ເມື່ອເຊືອກຍາວ ກໍຮູ້ດີວ່າ ເຮົາຊັກຍາວ ເມື່ອເຊືອກສັ້ນ ກໍຮູ້ດີວ່າ ເຮົາຊັກສັ້ນ ສັນໃດ:

ພິກຂຸກໍສັນນັ້ນເໝືອນກັນ: 

ເມື່ອຫາຍໃຈເຂົ້າຍາວ ກໍຮູ້ດີວ່າ ຫາຍໃຈເຂົ້າຍາວ. 

ເມື່ອຫາຍໃຈອອກຍາວ ກໍຮູ້ດີວ່າ ຫາຍໃຈອອກຍາວ. 

ເມື່ອຫາຍໃຈເຂົ້າສັ້ນ ກໍຮູ້ດີວ່າ ຫາຍໃຈເຂົ້າສັ້ນ. 

ເມື່ອຫາຍໃຈອອກສັ້ນ ກໍຮູ້ດີວ່າ ຫາຍໃຈອອກສັ້ນ.

ຍ່ອມທຳການເຝິກຫັດສຶກສາວ່າ ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈເຂົ້າ.

ຍ່ອມທຳການເຝິກຫັດສຶກສາວ່າ ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈອອກ.

ຍ່ອມທຳການເຝິກຫັດສຶກສາວ່າ ຈັກກະທຳກາຍສັງຂານໃຫ້ສະຫງົບລະງັບ ຫາຍໃຈເຂົ້າ.

ຍ່ອມທຳການເຝິກຫັດສຶກສາວ່າ ຈັກກະທຳກາຍສັງຂານໃຫ້ສະຫງົບລະງັບ ຫາຍໃຈອອກ.

ດັ່ງພັນລະນາມານີ້. ພິກຂຸຍ່ອມພິຈາຣະນາເຫັນກາຍໃນກາຍພາຍໃນແດ່ ພິຈາຣານາເຫັນກາຍໃນກາຍພາຍນອກແດ່ ພິຈາຣະນາເຫັນກາຍທັງພາຍ ໃນທັງພາຍນອກແດ່.

ພິຈາຣະນາເຫັນທຳຄື ຄວາມເກີດຂື້ນໃນກາຍແດ່ 

ພິຈາຣະນາທຳຄື ຄວາມເສື່ອມໄປໃນກາຍແດ່

ພິຈາຣະນາທຳຄື ທັງຄວາມເກີດຂື້ນ ທັງຄວາມເສື່ອມໄປໃນກາຍແດ່ ແລ້ວແລຢູ່. ອີກປະການໜຶ່ງ ສະຕິຂອງທ່ານຕັ້ງໝັ້ນຢູ່ວ່າ ກາຍມີຢູ່ ກໍເປັນພຽງແຕ່ວ່າຮູ້ ກໍເປັນພຽງແຕ່ວ່າ ອາໄສການລະນຶກເທົ່ານັ້ນ ອັນຕັນຫາ ແລະ ທິຖິບໍ່ອາໄສແລ້ວ ແລະ ບໍ່ຖືໝັ້ນສິ່ງໃດໃນໂລກ.

ພິກຂຸທັງຫຼາຍ! ດ້ວຍເຫດນີ້ ພິກຂຸຊື່ວ່າ ພິຈາຣະນາເຫັນກາຍໃນກາຍຢູ່.


(2) ພິກຂຸທັງຫຼາຍ ! ອີກປະການໜຶ່ງ ພິກຂຸເມື່ອຍ່າງ ກໍຮູ້ດີວ່າ ເຮົາຍ່າງ; ເມື່ອຢືນ ກໍຮູ້ດີວ່າ ເຮົາຢືນ; ເມື່ອນັ່ງ ກໍຮູ້ວ່າ ເຮົານັ່ງ; ເມື່ອນອນ ກໍຮູ້ດີວ່າ ນອນ ຫລື ຕັ້ງກາຍໄວ້ດ້ວຍອາການຢ່າງໃດຢ່າງໜຶ່ງ ກໍຮູ້ແຈ້ງດ້ວຍ ອາການຢ່າງນັ້ນໆ.

ດັ່ງພັນລະນາມານີ້ ພິກຂຸຍ່ອມພິຈາຣະນາເຫັນກາຍໃນ ກາຍພາຍໃນແດ່ ພິຈາຣະນາເຫັນກາຍໃນກາຍພາຍນອກ ແດ່ ພິຈາຣະນາເຫັນກາຍທັງພາຍໃນທັງພາຍນອກແດ່; 

ພິຈາຣະນາເຫັນທຳຄື ຄວາມເກີດຂຶ້ນໃນກາຍແດ່ ພິຈາຣະນາເຫັນທຳຄື ຄວາມເສື່ອມໄປໃນກາຍແດ່ ພິຈາຣະນາເຫັນທຳຄື ທັງຄວາມເກີດຂຶ້ນ ທັງຄວາມເສື່ອມ ໄປໃນກາຍແດ່ ແລ້ວແລຢູ່. ອີກຢ່າງໜຶ່ງ ສະຕິ ຕັ້ງໝັ້ນຢູ່ວ່າ ກາຍມີຢູ່ ກໍເປັນພຽງແຕ່ວ່າຮູ້ ກໍເປັນພຽງ ແຕ່ວ່າອາໄສການລະນຶກເທົ່ານັ້ນ ອັນຕັນຫາ ແລະ ທິດຖິບໍ່ອາໄສແລ້ວ ແລະ ບໍ່ຖືໝັ້ນສິ່ງໃດໃນໂລກ.  

ພິກຂຸທັງຫຼາຍ ! ດ້ວຍເຫດນີ້ ພິກຂຸຊື່ວ່າ ພິຈາຣະນາ ເຫັນກາຍໃນກາຍຢູ່.


(3) ພິກຂຸທັງຫຼາຍ ! ອີກປະການໜຶ່ງ ພິກຂຸເປັນຜູ້ກະທໍາ ສຳປະຊັນຍະ (ຄວາມຮູ້ຕົວທົ່ວພ້ອມ) ໃນການກ້າວໄປ ແລະຖອຍກັບ ໃນການຫລຽວໄປຂ້າງໜ້າ ແລະ ຫລຽວ ຊ້າຍຫລຽວຂວາ ໃນການຄູ້ອະໄວຍະວະເຂົ້າ ແລະ ຢຽດອອກ ໃນການຫົ່ມຜ້າສັງຄາຕິ ບາດ ແລະ ຈີວອນ ໃນການກິນ ການດື່ມ ການຫຍ້ຳ ການຊີມ ໃນການຖ່າຍ ອຸດຈາຣະ ແລະ ປັດສາວະ ໃນເວລາເດີນ ຢືນ ນັ່ງ ນອນ ຫລັບ ຕື່ນ ເວົ້າ ນິ້ງ.

ດັ່ງພັນລະນາມານີ້ ພິກຂຸຍ່ອມພິຈາຣະນາເຫັນກາຍໃນ ກາຍພາຍໃນແດ່ ພິຈາຣະນາເຫັນກາຍໃນກາຍພາຍນອກແດ່ ພິຈາຣະນາເຫັນກາຍທັງພາຍໃນທັງພາຍນອກແດ່; 

ພິຈາຣະນາເຫັນທຳຄື ຄວາມເກີດຂຶ້ນໃນກາຍແດ່ ພິຈາຣະນາເຫັນທຳຄື ຄວາມເສື່ອມໄປໃນກາຍແດ່ ພິຈາຣະນາເຫັນທຳຄື ທັງຄວາມເກີດຂຶ້ນ ທັງຄວາມເສື່ອມໄປໃນ ກາຍແດ່ ແລ້ວແລຢູ່. ອີກຢ່າງໜ່ຶງ ສະຕິຂອງທ່ານຕັ້ງ ໝັ້ນຢູ່ວ່າ ກາຍມີຢູ່ ກໍເປັນພຽງແຕ່ວ່າຮູ້ ກໍເປັນພຽງແຕ່ ອາໄສການລະນຶກເທົ່ານັ້ນ ທ່ານເປັນຜູ້ອັນຕັນຫາ ແລະ ທິດຖິບໍ່ອາໄສແລ້ວ ແລະ ບໍ່ຖືໝັ້ນສິ່ງໃດໃນໂລກ. 

ພິກຂຸທັງຫຼາຍ ! ດ້ວຍເຫດນີ້ ພິກຂຸຊື່ວ່າ ພິຈາຣະນາເຫັນ ກາຍໃນກາຍຢູ່.


(4) ພິກຂຸທັງຫຼາຍ ! ອີກປະການໜຶ່ງ ພິກຂຸຍ່ອມພິຈາຣະນາເຫັນກາຍນີ້ ເບື້ອງເທິງແຕ່ພື້ນຕີນຂຶ້ນໄປ ເບື້ອງລຸ່ມແຕ່ປາຍຜົມລົງມາ ມີໜັງເປັນທີ່ສຸດຮອບເຕັມດ້ວຍຂອງບໍ່ສະອາດມີປະການຕ່າງໆວ່າ ມີຢູ່ໃນກາຍນີ້ຄື: ຜົມ ຂົນ ເລັບ ຟັນ ໜັງ ຊີ້ນ ເອັນ ກະດູກ ເຍ່ືອໃນກະດູກ ມ້າມ ຫົວໃຈ ຕັບ ພັງຜືດ ໄຕ ປອດ ໄສ້ໃຫຍ່ ໄສ້ນ້ອຍ ອາຫານໃໝ່ ອາຫານເກົ່າ ບີ ກະເທີ່ ນໍ້າໜອງ ນໍ້າເລືອດ ເຫື່ອ ໄຂມັນຂຸ້ນ ນໍ້າຕາ ໄຂມັນ ນໍ້າລາຍ ນໍ້າມູກ ໄຂຂໍ້ ປັດສາວະ ປຽບເໝືອນຖົງມີປາກສອງຂ້າງເຕັມດ້ວຍທັນຍະຊາດຕ່າງໆຄື: ເຂົ້າສາລີ ເຂົ້າເປືອກ ຖົ່ວຂຽວ ຖົ່ວເຫລືອງ ນີ້ງາ ນີ້ເຂົ້າສານ ສັນໃດ; ພິກຂຸກໍສັນນັ້ນ ເໝືອນກັນ ຍ່ອມພິຈາຣະນາເຫັນກາຍນີ້ ເບື້ອງເທິງແຕ່ພື້ນຕີນຂຶ້ນໄປ ເບື້ອງລຸ່ມແຕ່ປາຍຜົມລົງມາ ມີໜັງເປັນທີ່ ສຸດຮອບ ເຕັມໄປດ້ວຍຂອງບໍ່ສະອາດມີປະການຕ່າງໆວ່າ ມີຢູ່ໃນກາຍນີ້ ຯລຯ ໄຂຂໍ້ ປັດສາວະ ດັ່ງພັນລະນາມານີ້.

ພິກຂຸຍ່ອມພິຈາຣະນາເຫັນກາຍໃນກາຍພາຍໃນແດ່ ພິຈາຣະນາເຫັນກາຍໃນກາຍພາຍນອກແດ່ ພິຈາຣະນາ

ເຫັນກາຍທັງພາຍໃນທັງພາຍນອກແດ່; 

ພິຈາຣະນາເຫັນທຳຄື ຄວາມເກີດຂຶ້ນໃນກາຍແດ່ ພິຈາຣະນາເຫັນທຳຄື ຄວາມເສື່ອມໄປໃນກາຍແດ່ ພິຈາຣະນາເຫັນທຳຄື ທັງຄວາມເກີດຂຶ້ນ ທັງຄວາມເສື່ອມ ໄປໃນກາຍແດ່ ແລ້ວແລຢູ່. ອີກຢ່າງໜື່ງ ສະຕິ ຕັ້ງໝັ້ນຢູ່ວ່າ ກາຍມີຢູ່ ກໍເປັນພຽງແຕ່ວ່າຮູ້ ກໍເປັນພຽງ ແຕ່ວ່າ ອາໄສການລະນຶກເທົ່ານັ້ນ ທ່ານເປັນຜູ້ອັນຕັນຫາ ແລະ ທິດຖິບໍ່ອາໄສແລ້ວ ແລະ ບໍ່ຖືໝັ້ນສິ່ງໃດໃນໂລກ. 

ພິກຂຸທັງຫຼາຍ ! ດ້ວຍເຫດນີ້ ພິກຂຸຊື່ວ່າ ພິຈາຣະນາ ເຫັນກາຍໃນກາຍຢູ່.


(5) ພິກຂຸທັງຫຼາຍ ! ອີກປະການໜຶ່ງ ພິກຂຸຍ່ອມພິຈາຣະນາ ເຫັນກາຍນີ້ ເຊິ່ງຕັ້ງຢູ່ຕາມທີ່ຕັ້ງຢູ່ຕາມປົກກະຕິ ໂດຍຄວາມເປັນທາດວ່າ ມີຢູ່ໃນກາຍນີ້ຄື: ທາດດິນ ທາດນໍ້າ ທາດໄຟ ທາດລົມ.

ຄົນຂ້າງົວ ຫຼື ລູກນ້ອງຂອງຄົນຂ້າງົວຜູ້ສະຫຼາດ ຂ້າແມ່ ງົວແລ້ວ ແບ່ງອອກເປັນສ່ວນໆ ນັ່ງຢູ່ທີ່ທາງໃຫຍ່ 4 ແຍກ ສັນໃດ; ພິກຂຸກໍສັນນັ້ນເໝືອນກັນ ຍ່ອມພິຈາຣະນາ ເຫັນກາຍນີ້ ເຊິ່ງຕັ້ງຢູ່ຕາມທີ່ຕັ້ງຢູ່ຕາມປົກກະຕິ ໂດຍ ຄວາມເປັນທາດວ່າ ມີຢູ່ໃນກາຍນີ້ຄື: ທາດດິນ ທາດນໍ້າ ທາດໄຟ ທາດລົມ ດັ່ງພັນລະນາມານີ້. 

ພິກຂຸຍ່ອມພິຈາຣະນາເຫັນກາຍໃນກາຍພາຍໃນແດ່ ພິຈາຣະນາເຫັນກາຍໃນກາຍພາຍນອກແດ່ ພິຈາຣະນາ ເຫັນກາຍທັງພາຍໃນທັງພາຍນອກແດ່; ພິຈາຣະນາເຫັນ ທຳຄື ຄວາມເກີດຂຶ້ນໃນກາຍແດ່ ພິຈາຣະນາເຫັນທຳຄື ຄວາມເສື່ອມໄປໃນກາຍແດ່ ພິຈາຣະນາເຫັນທຳຄື ທັງ ຄວາມເກີດຂຶ້ນ ທັງຄວາມເສື່ອມໄປໃນກາຍແດ່ ແລ້ວແລຢູ່. ອີກຢ່າງໜຶ່ງ ສະຕິຕັ້ງໝັ້ນຢູ່ວ່າ ກາຍມີຢູ່ກໍເປັນພຽງແຕ່ວ່າຮູ້ ກໍເປັນພຽງແຕ່ວ່າ ອາໄສການລະນຶກ ເທົ່ານັ້ນ ທ່ານເປັນຜູ້ອັນຕັນຫາ ແລະ ທິດຖິບໍ່ອາໄສແລ້ວ ແລະ ບໍ່ຖືໝັ້ນສິ່ງໃດໃນໂລກ. ພິກຂຸທັງຫຼາຍ ! ດ້ວຍ ເຫດນີ້ ພິກຂຸຊື່ວ່າ ພິຈາຣະນາເຫັນກາຍໃນກາຍຢູ່.


(6) ພິກຂຸທັງຫຼາຍ ! ອີກປະການໜຶ່ງ ປຽບເໝືອນພິກຂຸທີ່ ເຫັນສະຣີຣະທີ່ເຂົາຖິ້ມໄວ້ໃນປ່າຊ້າ ຕາຍແລ້ວວັນໜຶ່ງແດ່ ສອງວັນແດ່ ສາມວັນແດ່ ທີ່ຂຶ້ນອືດ ມີສີຂຽວໜ້າລັງກຽດ ນໍ້າເຫລືອງໄຫລໜ້າລັງກຽດ ຍ່ອມນ້ອມເຂົ້າມາສູ່ກາຍນີ້ວ່າ ຮ່າງກາຍອັນນີ້ໜໍ ກໍມີແນວນີ້ເປັນທໍາມະດາ ຄົງເປັນແນວນີ້ ບໍ່ລ່ວງພົ້ນຄວາມເປັນແນວນີ້ໄປໄດ້ດັ່ງ ພັນລະນາມານີ້ແລ. 

ພິກຂຸຍ່ອມພິຈາຣະນາເຫັນກາຍໃນກາຍພາຍໃນແດ່ ພິຈາຣະນາເຫັນກາຍໃນກາຍພາຍນອກແດ່ ພິຈາຣະນາເຫັນກາຍທັງພາຍໃນທັງພາຍນອກແດ່;

ພິຈາຣະນາເຫັນທຳຄື ຄວາມເກີດຂຶ້ນໃນກາຍແດ່ ພິຈາຣະນາເຫັນທຳຄື ຄວາມເສື່ອມໄປໃນກາຍແດ່ ພິຈາຣະນາເຫັນທຳຄື ທັງຄວາມເກີດຂຶ້ນ ທັງຄວາມເສື່ອມ ໄປໃນກາຍແດ່ ແລ້ວແລຢູ່. ອີກຢ່າງໜຶ່ງ ສະຕິຂອງທ່ານ ຕັ້ງໝັ້ນຢູ່ວ່າ ກາຍມີຢູ່ ກໍເປັນພຽງແຕ່ວ່າຮູ້ ກໍເປັນພຽງແຕ່ວ່າ ອາໄສການລະນຶກເທົ່ານັ້ນ ທ່ານເປັນຜູ້ອັນຕັນຫາ ແລະ ທິດຖິບໍ່ອາໄສແລ້ວ ແລະ ບໍ່ຖືໝັ້ນສິ່ງໃດໃນໂລກ. ພິກຂຸທັງຫຼາຍ ! ດ້ວຍເຫດນີ້ ພິກຂຸຊື່ວ່າ ພິຈາຣະນາ ເຫັນກາຍໃນກາຍຢູ່.


(7) ອີກປະການໜຶ່ງ ປຽບເໝືອນພິກຂຸໄດ້ເຫັນສະຣີຣະທີ່ເຂົາ ຖິ້ມໄວ້ໃນປ່າຊ້າ ອັນຝູງກາຈິກກິນຢູ່ແດ່ ຝູງແຮ້ງຈິກກິນຢູ່ແດ່ ຝູງນົກພາກັນຈິກກິນຢູ່ແດ່ ໝູ່ໝາກັດກິນຢູ່ແດ່ ໝູ່ໝາຈອກກັດກິນຢູ່ແດ່ ໝູ່ສັດຕ່າງໆກັດກິນຢູ່ແດ່ ຍ່ອມນ້ອມເຂົ້າມາສູ່ກາຍນີ້ວ່າ ກໍຮ່າງກາຍອັນນີ້ ກໍມີແນວ ນີ້ເປັນທໍາມະດາ ຄົງເປັນແນວນີ້ ບໍ່ລ່ວງພົ້ນຄວາມເປັນ ແນວນີ້ໄປໄດ້ ດັ່ງພັນລະນາມານີ້. ພິກຂຸຍ່ອມພິຈາຣະນາເຫັນກາຍໃນກາຍພາຍໃນແດ່ ພິຈາຣະນາເຫັນກາຍໃນກາຍພາຍນອກແດ່ ພິຈາຣະນາເຫັນກາຍທັງພາຍໃນທັງພາຍນອກແດ່;

ພິຈາຣະນາເຫັນທຳຄື ຄວາມເກີດຂຶ້ນໃນກາຍແດ່ ພິຈາຣະນາເຫັນທຳຄື ຄວາມເສື່ອມໄປໃນກາຍແດ່ ພິຈາຣະນາເຫັນທຳຄື ທັງຄວາມເກີດຂຶ້ນ ທັງຄວາມເສື່ອມ ໄປໃນກາຍແດ່ ແລ້ວແລຢູ່. ອີກຢ່າງໜຶ່ງ ສະຕິ ຕັ້ງໝັ້ນຢູ່ວ່າ ກາຍມີຢູ່ ກໍເປັນພຽງແຕ່ວ່າຮູ້ ກໍເປັນພຽງແຕ່ວ່າ ອາໄສການລະນຶກເທົ່ານັ້ນ ທ່ານເປັນຜູ້ອັນຕັນຫາ ແລະ ທິດຖິບໍ່ອາໄສແລ້ວ ແລະ ບໍ່ຖືໝັ້ນສິ່ງໃດໃນໂລກ. ພິກຂຸທັງຫຼາຍ ! ດ້ວຍເຫດນີ້ ພິກຂຸຊື່ວ່າ ພິຈາຣະນາ ເຫັນກາຍໃນກາຍຢູ່. 



(8) ອີກປະການໜຶ່ງ ປຽບເໝືອນພິກຂຸໄດ້ເຫັນສະຣີຣະທີ່ເຂົາ ຖິ້ມໄວ້ໃນປ່າຊ້າ ເປັນຮ່າງກະດູກ ຍັງມີເນື້ອ ແລະ ເລືອດ ຍັງມີເສັ້ນເອັນຜູກຮັດຢູ່ ຯລຯ ເປັນຮ່າງກະດູກເປື້ອນເລືອດ ແຕ່ປາສະຈາກເນື້ອ ຍັງມີເສັ້ນເອັນຮັດຢູ່ ຯລຯ ເປັນຮ່າງກະດູກປາສະຈາກເນື້ອ ແລະ ເລືອດແລ້ວ ຍັງມີ ເສັ້ນເອັນຮັດຢູ່ ຯລຯ ເປັນຮ່າງກະດູກ ປາສະຈາກເສັ້ນ ເອັນຜູກຮັດແລ້ວ ຢັງຢາຍໄປໃນທິດນ້ອຍທິດໃຫຍ່ ຄື ກະດູກມືໄປທາງໜ່ຶງ ກະດູກຕີນໄປທາງໜຶ່ງ ກະດູກແຂນ ໄປທາງໜຶ່ງ ກະດູກຂາໄປທາງໜຶ່ງ ກະດູກແອວໄປທາງ ໜ່ຶງ ກະດູກຂໍ້ສັນຫລັງໄປທາງໜຶ່ງ ກະດູກຊີກໂຄງໄປ ທາງໜຶ່ງ ກະດູກໜ້າເອິກໄປທາງໜຶ່ງ ກະດູກແຂນໄປ ທາງໜຶ່ງ ກະດູກບ່າໄຫລ່ໄປທາງໜຶ່ງ ກະດູກຄໍໄປທາງໜຶ່ງ ກະດູກຄາງໄປທາງໜຶ່ງ ກະດູກຟັນໄປທາງໜຶ່ງ ກະໂຫລກຫົວໄປທາງໜຶ່ງ ທ່ານຍ່ອມນ້ອມເຂົ້າມາສູ່ກາຍນີ້ວ່າ ກໍຮ່າງກາຍອັນນີ້ ກໍມີແນວນີ້ເປັນທໍາມະດາຄົງເປັນ ແນວນີ້ ບໍ່ລ່ວງພົ້ນຄວາມເປັນແນວນີ້ໄປໄດ້ ດັ່ງພັນລະນາ ມານີ້, ພິກຂຸຍ່ອມພິຈາຣະນາເຫັນກາຍໃນກາຍພາຍໃນແດ່ ຯລຯ

ພິກຂຸທັງຫຼາຍ ! ດ້ວຍເຫດນີ້ ພິກຂຸຊື່ວ່າ: ພິຈາຣະນາເຫັນກາຍໃນກາຍຢູ່.



(9) ອີກປະການໜຶ່ງ ປຽບເໝືອນພິກຂຸໄດ້ເຫັນສະຣີຣະທີ່ເຂົາ ຖິ້ມໄວ້ໃນປ່າຊ້າ ເປັນກະດູກມີສີຂາວ ປຽບດ້ວຍສີສັງ... ເປັນກະດູກເປັນກອງຢັງຢາຍແລ້ວ ເກົ່າກວ່າປີໜຶ່ງໄປ ແລ້ວ...ເປັນກະດູກຜຸລະອຽດແລ້ວ ທ່ານຍ່ອມນ້ອມ ເຂົ້າມາສູ່ກາຍນີ້ວ່າ ກໍຮ່າງກາຍອັນນີ້ ກໍມີແນວນີ້ເປັນທໍາມະດາ ຄົງເປັນແນວນີ້ ບໍ່ລ່ວງຄວາມເປັນແນວນີ້ໄປໄດ້ ດັ່ງພັນລະນາມານີ້.

ພິກຂຸຍ່ອມພິຈາຣະນາເຫັນກາຍໃນກາຍພາຍໃນແດ່ ພິຈາຣະນາເຫັນກາຍໃນກາຍພາຍນອກແດ່ ພິຈາຣະນາເຫັນກາຍທັງພາຍໃນທັງພາຍນອກແດ່; 

ພິຈາຣະນາເຫັນທຳຄື ຄວາມເກີດຂຶ້ນໃນກາຍແດ່ ພິຈາຣະນາເຫັນທຳຄື ຄວາມເສື່ອມໄປໃນກາຍແດ່ ພິຈາຣະນາເຫັນທຳຄື ທັງຄວາມເກີດຂຶ້ນ ທັງຄວາມເສື່ອມ ໄປໃນກາຍແດ່ ແລ້ວແລຢູ່. ອີກຢ່າງໜຶ່ງ ສະຕິຂອງທ່ານ ຕັ້ງໝັ້ນຢູ່ວ່າ ກາຍມີຢູ່ ກໍເປັນພຽງແຕ່ວ່າຮູ້ ກໍເປັນພຽງ ແຕ່ວ່າ ອາໄສການລະນຶກເທົ່ານັ້ນ ທ່ານເປັນຜູ້ອັນຕັນຫາ ແລະ ທິດຖິບໍ່ອາໄສແລ້ວ ແລະ ບໍ່ຖືໝັ້ນສິ່ງໃດໃນໂລກ. 

ພິກຂຸທັງຫຼາຍ ! ດ້ວຍເຫດນີ້ ພິກຂຸຊື່ວ່າ ພິຈາຣະນາ ເຫັນກາຍໃນກາຍຢູ່.



ພຣະໄຕຣປິດົກພາສາໄທ ສະບັບຫລວງ ເຫລັ້ມທີ 10 

ສູຕຕັນຕະປິດົກ ທີຄະນິກາຍ ມະຫາວັກ ໜ້າທີ 221 ຂໍ້ທີ 285-288


ເຫັນກາຍໃນກາຍ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ