ກິເລດເຄື່ອງນຳໄປສູ່ພົບ
ທໍາໃນທີສຸດ
ກິເລດເຄື່ອງນຳໄປສູ່ພົບ
ທ່ານພຣະຣາທະ ໄດ້ທູນຖາມພຣະຜູ້ມີພຣະພາກວ່າ:
ຂ້າແຕ່ພຣະອົງຜູ້ຈະເລີນ ! ທີ່ເອີ້ນວ່າກິເລດເຄື່ອງນຳໄປສູ່ພົບ ກິເລດເຄື່ອງນຳໄປສູ່ພົບດັ່ງນີ້
ຂ້າແຕ່ພຣະອົງຜູ້ຈະເລີນ ! ກິເລດເຄື່ອງນຳໄປສູ່ພົບເປັນຢ່າງໃດ?
ຄວາມດັບກິເລດເຄື່ອງນຳໄປສູ່ພົບເປັນຢ່າງໃດ?
ຣາຄະ ! ຄວາມພໍໃຈ ຄວາມກຳໜັດ ຄວາມເພີນ ຄວາມຢາກ ຄວາມເຂົ້າເຖິງ ຄວາມຢຶດໝັ້ນ
ອັນເປັນທີ່ຕັ້ງ ເປັນທີ່ຢຶດໝັ້ນ ເປັນອະນຸໄສແຫ່ງຈິດໃນຮູບ ນີ້ເຮົາກວ່າວ່າ ກິເລດເຄື່ອງນຳໄປສູ່ພົບ.
ເພາະຄວາມດັບແຫ່ງກິເລດເຫຼົ່ານັ້ນ ເຮົາກວ່າວ່າ ເປັນທັມທີ່ດັບສະໜິດ ແຫ່ງກິເລດເຄື່ອງນຳໄປສູ່ພົບ.
ຄວາມພໍໃຈ ຄວາມກຳນັດ ຄວາມເພີນ ຄວາມຢາກ ຄວາມເຂົ້າເຖິງ ຄວາມຢຶດໝັ້ນ ອັນເປັນທີ່ຕັ້ງໝັ້ນ ເປັນທີ່ຢຶດໝັ້ນ ເປັນອະນຸໄສ ແຫ່ງຈິດໃນເວທະນາ ໃນສັນຍານ ໃນສັງຂານທັງຫຼາຍ ໃນວິນຍານ ນີ້ເຮົາກວ່າວ່າ ກິເລດເຄື່ອງນຳໄປສູ່ພົບ.
ເພາະຄວາມດັບສະໜິດແຫ່ງກິເລດເຫຼົ່ານັ້ນ ເຮົາກ່າວ ວ່າ ເປັນທັມທີ່ດັບສະໜິດແຫ່ງກິເລດເຄື່ອງນຳໄປສູ່ພົບ.
-----------------------------------------------
ສັງຍຸຕຕະນິກາຍ ຂັນທະວາຣະວັຄ 17/19/367








