ສະມາທິ 4 ແບບ

ທໍາໃນທ່າມກາງ

0:00/0:00

ສະມາທິພາວະນາ 4 ປະການ

ພິກຂຸທັງຫລາຍ! ສະມາທິພາວະນາ 4 ປະການນີ້; 4 ປະການເປັນຢ່າງໃດ? ຄື:


1.ສະມາທິພາວະນາທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອການຢູ່ເປັນສຸກໃນປັດຈຸບັນມີຢູ່; 

2.ສະມາທິພາວະນາທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອໄດ້ສະເພາະເຊິ່ງຍານທັດສະນະມີຢູ່(ຍານະທັດສະນະ ປະຕິລາພາຍະ ສັງວັດຕະຕິ);

3.ສະມາທິພາວະນາທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອສະຕິສັມປະຊັນຍະມີຢູ່;

4.ສະມາທິພາວະນາທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອຄວາມສິ້ນອາສະວະທັງຫລາຍມີຢູ່;


ພິກຂຸທັງຫລາຍ! ກໍສະມາທິພາວະນາທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອການຢູ່ເປັນສຸກໃນປັດຈຸບັນເປັນຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິໄນນີ້ ສະຫງັດຈາກກາມທັງຫລາຍ ສະຫງັດຈາກອະກຸສົນລະທັມທັງຫລາຍ ບັນລຸປະຖົມຊານ ມີວິຕົກວິຈານ ມີປີຕິ ແລະ ສຸກອັນເກີດແຕ່ວິເວກຢູ່; 

ເພາະວິຕົກວິຈານສະຫງົບໄປ ຍ່ອມບັນລຸ "ທຸຕິຍະຊານ" ມີຄວາມຜ່ອງໃສແຫ່ງຈິດໃນພາຍໃນ ເປັນທັມອັນເອກຜຸດຂຶ້ນ ບໍ່ມີວິຕົກ ບໍ່ມີວິຈານ ມີແຕ່ປີຕິ ແລະ ສຸກອັນເກີດແຕ່ສະມາທິຢູ່;

ເພາະປີຕິສິ້ນໄປ ເປັນຜູ້ມີອຸເປກຂາ ມີສະຕິສັມປະຊັນຍະ ສະເຫວີຍສຸກດ້ວຍກາຍ ຍ່ອມບັນລຸ "ຕະຕິຍະຊານ" ທີ່ພຣະອະຣິຍະເຈົ້າທັງຫລາຍສັນລະເສີນຜູ້ໄດ້ບັນລຸວ່າ ເປັນຜູ້ມີອຸເປກຂາ ມີສະຕິຢູ່ເປັນສຸກ.

ເພາະລະສຸກລະທຸກຂ໌ເສຍໄດ້ ແລະ ເພາະຄວາມດັບຫາຍໄປແຫ່ງໂສມະນັດ ແລະ ໂທມະນັດໃນການກ່ອນ ຍ່ອມບັນລຸ "ຈະຕຸດຖະຊານ" ອັນບໍ່ມີທຸກຂ໌ບໍ່ມີສູກ ມີແຕ່ອຸເປກຂາເປັນເຫດໃຫ້ສະຕິບໍຣິສຸດຢູ່.

ພິກຂຸທັງຫລາຍ! ສະມາທິພາວະນານີ້ແລ ທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອການຢູ່ເປັນສຸກໃນປັດຈຸບັນ.

ພິກຂຸທັງຫລາຍ! ສະມາທິພາວະນາທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອໄດ້ສະເພາະເຊິ່ງຍານທັດສະນະເປັນຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິໄນນີ້


- ມະນະສິການອາໂລກະສັນຍາ(ການກໍານົດໝາຍໃນແສງສະວ່າງ) 

- ອະທິຖານທິວາສັນຍາ(ສັນຍາວ່າເປັນກາງເວັນ) ວ່າ ກາງຄືນເໝືອນກາງເວັນ ວ່າກາງເວັນເໝືອນກາງຄືນ ມີໃຈສະຫງົບປາສະຈາກເຄື່ອງຜູກມັດ ອົບຮົມຈິດໃຫ້ສະວ່າງຢູ່. 


ພິກຂຸທັງຫລາຍ ສະມາທິພາວະນານີ້ແລ ອັນບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອໄດ້ສະເພາະເຊິ່ງຍານທັດສະນະ.

ພິກຂຸທັງຫລາຍ! ກໍສະມາທິພາວະນາທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອສະຕິສັມປະຊັນຍະເປັນຢ່າງໃດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິໄນນີ້ ຮູ້ແຈ້ງເຊິ່ງເວທະນາທີ່ເກີດຂຶ້ນ ຮູ້ແຈ້ງເຊິ່ງເວທະນາທີ່ຕັ້ງຢູ່ ຮູ້ແຈ້ງເຊິ່ງເວທະນາທີ່ດັບໄປ;

ຮູ້ແຈ້ງເຊິ່ງສັນຍາທີ່ເກີດຂຶ້ນ ຮູ້ແຈ້ງເຊິ່ງສັນຍາທີ່ຕັ້ງຢູ່ ຮູ້ແຈ້ງເຊິ່ງສັນຍາທີ່ດັບໄປ; 

ຮູ້ແຈ້ງເຊິ່ງວິຕົກທີ່ເກີດຂຶ້ນ ຮູ້ແຈ້ງເຊິ່ງວິຕົກທີ່ຕັ້ງຢູ່ ຮູ້ແຈ້ງເຊິ່ງວິຕົກທີ່ດັບໄປ. 

ພິກຂຸທັງຫລາຍ! ສະມາທິພາວະນານີ້ແລ ທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອສະຕິສັມປະຊັນຍະ.

ພິກຂຸທັງຫລາຍ! ກໍສະມາທິພາວະນາທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອຄວາມສິ້ນອາສະວະທັງຫລາຍເປັນຢ່າງໃດ? 

ພິກຂຸທັງຫລາຍ! ພິກຂຸໃນທັມວິໄນນີ້ ມີປົກກະຕິເຫັນຄວາມເກີດຂຶ້ນແລະຄວາມເສື່ອມໄປໃນອຸປາທານຂັນທ໌ 5 ຢູ່ວ່າ: 


ຮູບເປັນດັ່ງນີ້,

ຄວາມເກີດຂຶ້ນຂອງຮູບເປັນດັ່ງນີ້, 

ຄວາມດັບໄປຂອງຮູບເປັນດັ່ງນີ້;


ເວທະນາເປັນດັ່ງນີ້,

ຄວາມເກີດຂຶ້ນຂອງເວທະນາເປັນດັ່ງນີ້, 

ຄວາມດັບໄປຂອງເວທະນາເປັນດັ່ງນີ້;


ສັນຍາເປັນດັ່ງນີ້, 

ຄວາມເກີດຂຶ້ນຂອງສັນຍາເປັນດັ່ງນີ້, 

ຄວາມດັບໄປຂອງສັນຍາເປັນດັ່ງນີ້;


ສັງຂານທັງຫລາຍເປັນດັ່ງນີ້, 

ຄວາມເກີດຂຶ້ນຂອງສັງຂານທັງຫລາຍເປັນດັ່ງນີ້, 

ຄວາມດັບໄປຂອງສັງຂານທັງຫລາຍເປັນດັ່ງນີ້;


ວິນຍານເປັນດັ່ງນີ້,

ຄວາມເກີດຂຶ້ນຂອງວິນຍານເປັນດັ່ງນີ້, 

ຄວາມດັບໄປຂອງວິນຍານເປັນດັ່ງນີ້.


ພິກຂຸທັງຫລາຍ! ສະມາທິພາວະນານີ້ແລ ທີ່ບຸກຄົນຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອຄວາມສິ້ນອາສະວະທັງຫລາຍ. 

ພິກຂຸທັງຫລາຍ! ສະມາທິພາວະນາ 4 ປະການນີ້ແລ.

ພິກຂຸທັງຫລາຍ! ກໍຄຳທີ່ເຮົາກ່າວໄວ້ໃນປຸນນະກະປັນຫາໃນປາຣາຍະນະວັກມີໃຈຄວາມວ່າ:


ຄວາມຫວັ່ນໄຫວຍ່ອມບໍ່ມີແກ່ບຸກຄົນຜູ້ຮູ້ຄວາມສູງຕ່ຳໃນໂລກ ບຸກຄົນນັ້ນເປັນຜູ້ສະຫງົບປາສະຈາກຄວັນຄື: ຄວາມໂກດ ເປັນຜູ້ບໍ່ມີຄວາມຄັບແຄ້ນ ບໍ່ມີຄວາມຫວັງໃດໆ ເຮົາກ່າວວ່າ ຂ້າມພົ້ນຊາດ ແລະ ຊະຣາໄດ້ແລ້ວ.



ສຸຕຕັນຕະປິດົກ ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໔໔-໔໕/໔໑


ສະມາທິ 4 ແບບ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ