ທຸກໂທດທີ່ເກີດຈາກກາມ
ສັງໂຍດ
ພິກຂຸ ທ. ! ໂທດຂອງກາມທັງຫຼາຍ ເປັນແນວໃດໜໍ ?
ພິກຂຸ ທ. ! ກຸລະບຸດໃນໂລກນີ້ ສໍາເລັດການລ້ຽງຊີວິຕ ດ້ວຍອາຊີບສິລະປະໃດໆ ເຊັ່ນສິລະປະແຫ່ງການໃຊ້ສັນຍາດ້ວຍມື, ສິລະປະແຫ່ງການຄໍານວນ, ສິລະປະແຫ່ງການພະຍາກອນ, ການເຮັດກະສິກັມ ພານິຊະຍະກັມ ແລະໂຄຣັກຂະກັມ, ສິລະປະແຫ່ງສັຕຣາອາວຸດ, ແລະການເຮັດຣາຊະການ ແລະສິລະປະເຍື່ອງໃດເຍື່ອງໜຶ່ງ; ເພາະການປະກອບອາຊີບນັ້ນໆ ເຂົາຍ່ອມປະເຊີນໜ້າ ຕໍ່ຄວາມໜາວຄວາມຮ້ອນ ປະເຊີນໜ້າດ້ວຍເຫຼືອກ ຍຸງ ລົມ ແດດ ແລະສັມຜັສດ້ວຍສັຕເລືອຄານທັງຫຼາຍ ຈ່ອຍຜອມຢູ່ ຫີວກະຫາຍຢູ່ ເພາະການບໍ່ໄດ້ບໍລິໂພກຕາມເວລາ. ພິກຂຸ ທ. ! ນີ້ເປັນໂທດຂອງກາມທັງຫຼາຍ ເປັນກອງທຸກຂ໌ທີ່ເຫັນໄດ້ເອງ ມີກາມເປັນເຫຕ ມີກາມເປັນເຄື່ອງກໍ່ ມີກາມເປັນເຄື່ອງໃຫ້ເຮັດ ເປັນເຫຕເພາະກາມນັ້ນແລ.
ພິກຂຸ ທ. ! ເມື່ອກຸລະບຸດນັ້ນ ພາກພຽນ ຂົນຂວາຍ ພະຍາຍາມຢູ່ເຊັ່ນນີ້, ໂພຄະຊັບ ກໍຍັງບໍ່ສໍາເລັດແກ່ເຂົາ, ເຂົາຍ່ອມໂສກເສົ້າລະທົມໃຈ ຄໍ່າຄວນຕີເອິກ ຮ້ອງໄຫ້ ເຖິງຄວາມມືດມົວຢູ່ວ່າ “ຄວາມດຸໝັ່ນຂອງເຮົາ ເປັນໝັນໜໍ, ຄວາມພະຍາຍາມ ຂອງເຮົາໄຮ້ຜົລໜໍ” ດັ່ງນີ້. ພິກຂຸ ທ. ! ເຖິງແມ່ນນີ້ ກໍເປັນໂທດຂອງກາມທັງຫຼາຍ ເປັນກອງທຸກຂ໌ທີ່ເຫັນໄດ້ເອງ ມີກາມເປັນເຫຕ ມີກາມເປັນເຄື່ອງກໍ່ ມີກາມເປັນເຄື່ອງໃຫ້ເຮັດ ເປັນເຫຕເພາະກາມນັ້ນແລ.
ພິກຂຸ ທ. ! ເມື່ອກຸລະບຸດນັ້ນ ພາກພຽນ ຂົນຂວາຍ ພະຍາຍາມຢູ່ເຊັ່ນນີ້, ໂພຄະຊັບ ກໍສໍາເລັດແກ່ເຂົາດ້ວຍ ເຂົາກໍຈະຍ່ອມສະເຫວີຍທຸກຂ໌ໂທມະນັດສະ ເພາະການອາຣັກຂາໂພຄະຊັບເຫຼົ່ານັ້ນເປັນຕົ້ນເຫຕ ດ້ວຍຫວັງຢູ່ວ່າ “ພຣະຣາຊາ ຈະບໍ່ຢຶດຊັບເຫຼົ່ານັ້ນໄປ, ໂຈຣ ຈະບໍ່ປຸ້ນຊັບເຫຼົ່ານັ້ນໄປ, ໄຟ ຈະບໍ່ໄໝ້ຊັບເຫຼົ່ານັ້ນ, ນໍ້າ ຈະບໍ່ຖ້ວມທໍາລາຍຊັບເຫຼົ່ານັ້ນ; ຍາຕິພີ່ນ້ອງທີ່ບໍ່ພໍໃຈ ຈະບໍ່ຍາດແຍ້ງຊັບເຫຼົ່ານັ້ນໄປ” ດັ່ງນີ້. ເມື່ອກຸລະບຸຕນັ້ນ ຕັ້ງການອາຣັກຂາຄຸ້ມຄອງຢູ່ດັ່ງນີ້ ພຣະຣາຊາ ຢຶດເອົາຊັບເຫຼົ່ານັ້ນໄປເສຍກໍຕາມ, ໂຈຣ ປຸ້ນເອົາຊັບເຫຼົ່ານັ້ນໄປເສຍກໍຕາມ, ໄຟ ໄໝ້ຊັບເຫຼົ່ານັ້ນເສຍກໍຕາມ, ນໍ້າ ຖ້ວມທໍາລາຍຊັບເຫຼົ່ານັ້ນເສຍກໍຕາມ, ຫຼືຍາຕິພີ່ນ້ອງ ທີ່ບໍ່ພໍໃຈ ຍາດແຍ້ງເອົາຊັບເຫຼົ່ານັ້ນໄປໄດ້ກໍຕາມ, ເຂົາຍ່ອມໂສກເສົ້າ ລະທົມໃຈ ຄໍ່າຄວນ ຕີເອິກຮ້ອງໄຫ້ ເຖິງຄວາມມືດມົວ ລໍາາພັນຢູ່ວ່າ “ຊັບໃດໄດ້ມີແລ້ວແກ່ເຮົາ ຊັບນັ້ນບໍ່ມີເສຍແລ້ວ” ດັ່ງນີ້. ພິກຂຸ ທ. ! ເຖິງແມ່ນນີ້ ກໍເປັນໂທດຂອງກາມທັງຫຼາຍ ເປັນກອງທຸກຂ໌ທີ່ເຫັນໄດ້ເອງ ມີກາມເປັນເຫຕ ມີກາມເປັນເຄື່ອງກໍ່ ມີກາມເປັນເຄື່ອງໃຫ້ເຮັດ ເປັນເຫຕເພາະກາມນັ້ນແລ.
ພິກຂຸ ທ. ! ໂທດເຍື່ອງອື່ນຍັງມີອີກ : ເພາະກາມເປັນເຫຕ ເພາະກາມເປັນເຄື່ອງກໍ່ ເພາະກາມເປັນເຄື່ອງໃຫ້ເຮັດ ເປັນເຫຕເພາະກາມນັ້ນແລ :
ພຣະຣາຊາ ຍ່ອມຜິດຖຽງກັບພຣະຣາຊາແດ່, ກະສັດ ຍ່ອມຜິດຖຽງກັບກະສັດແດ່, ພຣາມ ຍ່ອມຜິດຖຽງກັບພຣາມແດ່, ຄະຫະບໍດີ ຍ່ອມຜິດຖຽງກັບຄະຫະບໍດີແດ່, ມານດາ ຍ່ອມຜິດຖຽງກັບບຸດແດ່, ບຸດ ຍ່ອມຜິດຖຽງກັບມານດາແດ່, ບິດາ ຍ່ອມຜິດຖຽງກັບບຸດແດ່, ບຸດ ຍ່ອມຜິດຖຽງກັບບິດາແດ່, ອ້າຍນ້ອງຊາຍ ຍ່ອມຜິດຖຽງກັບອ້າຍນ້ອງຊາຍແດ່, ອ້າຍນ້ອງຊາຍ ຍ່ອມຜິດຖຽງກັບເອື້ອຍນ້ອງສາວແດ່, ເອື້ອຍນ້ອງສາວ ຍ່ອມຜິດຖຽງກັບອ້າຍນ້ອງຊາຍແດ່, ສະຫາຍ ຍ່ອມຜິດຖຽງກັບສະຫາຍແດ່; ຄົນເຫຼົ່ານັ້ນກໍ່ການຜິດຖຽງບາດໝາງກັນແລ້ວ ຍ່ອມຕໍ່ສູ້ກັນແລະກັນດ້ວຍມືແດ່, ຍ່ອມຕໍ່ສູ້ກັນແລະກັນດ້ວຍກ້ອນດິນແດ່ ຍ່ອມຕໍ່ສູ້ກັນແລະກັນດ້ວຍທ່ອນໄມ້ແດ່, ຍ່ອມຕໍ່ສູ້ກັນແລະກັນດ້ວຍອາວຸດແດ່, ຢູ່ໃນບ່ອນນັ້ນໆ. ເຂົາເຫຼົ່ານັ້ນ ຍ່ອມເຖິງຊຶ່ງຄວາມຕາຍ ຫຼືໄດ້ຮັບທຸກຂ໌ປານຕາຍໃນບ່ອນນັ້ນໆ. ພິກຂຸ ທ. ! ນີ້ກໍເປັນໂທດຂອງກາມທັງຫຼາຍ ເປັນກອງທຸກຂ໌ທີ່ເຫັນໄດ້ເອງ ມີກາມເປັນເຫຕ ມີກາມເປັນເຄື່ອງກໍ່ ມີກາມເປັນເຄື່ອງໃຫ້ເຮັດ ເປັນເຫຕເພາະກາມນັ້ນແລ.
ພິກຂຸ ທ. ! ໂທດຢ່າງອື່ນຍັງມີອີກ : ເພາະກາມເປັນເຫຕ ເພາະກາມເປັນເຄື່ອງກໍ່ ເພາະກາມເປັນເຄື່ອງໃຫ້ເຮັດ ເປັນເຫຕເພາະກາມນັ້ນແລ : ຄົນທັງຫຼາຍຖືດາບແລະໂລ່ ຜູກສອດທະນູ ແລະລູກສອນ ແບ່ງກັນເປັນສອງກອງທັບ ພຸ່ງເຂົ້າເຮັດສົງຄາມກັນ. ເມື່ອລູກສອນຖືກປ່ອຍໄປ, ເມື່ອຫອກຖືກຊັດໄປ, ເມື່ອດາບຖືກກວັດແກວ່ງຢູ່, ຄົນເຫຼົ່ານັ້ນ ຍິງກັນດ້ວຍລູກສອນແດ່, ແທງກັນດ້ວຍຫອກແດ່, ຕັດຫົວກັນດ້ວຍດາບແດ່, ໃນສົງຄາມນັ້ນໆ, ເຂົາເຫຼົ່ານັ້ນຍ່ອມເຖິງຊຶ່ງຄວາມຕາຍ ຫຼືໄດ້ຮັບທຸກຂ໌ປານຕາຍໃນບ່ອນນັ້ນໆ. ພິກຂຸ ທ. ! ນີ້ກໍເປັນໂທດຂອງກາມທັງຫຼາຍ ເປັນກອງທຸກຂ໌ທີ່ເຫັນໄດ້ເອງ ມີກາມເປັນເຫຕ ມີກາມເປັນເຄື່ອງກໍ່ ມີກາມເປັນເຄື່ອງໃຫ້ເຮັດ ເປັນເຫຕເພາະກາມນັ້ນແລ.
ພິກຂຸ ທ. ! ໂທດຢ່າງອື່ນຍັງມີອີກ : ເພາະກາມເປັນເຫຕ ເພາະກາມເປັນເຄື່ອງກໍ່ ເພາະກາມເປັນເຄື່ອງໃຫ້ເຮັດ ເປັນເຫຕເພາະກາມນັ້ນແລ : ຄົນທັງຫຼາຍຖືດາບແລະໂລ່ ຜູກສອດທະນູແລະລູກສອນ ແລ່ນປີນຂຶ້ນປ້ອມຍາມ (ເພື່ອປຸ້ນເອົາເມືອງ), ເມື່ອລູກສອນຖືກປ່ອຍໄປ, ເມື່ອຫອກຖືກຊັດໄປ, ເມື່ອດາບຖືກກວັດແກວ່ງຢູ່, ຄົນເຫຼົ່ານັ້ນ ຍິງກັນດ້ວຍລູກສອນແດ່, ແທງກັນດ້ວຍຫອກແດ່, ຮວດກັນດ້ວຍຂີ້ເຖົ່າຖ່ານຂີ້ງົວອັນຮ້ອນແດ່, ປ່ອຍຂອງໃຫ້ຕົກລົງທັບບາດດຽວຕາຍທັງໝູ່ແດ່, ຕັດຫົວກັນດ້ວຍດາບແດ່, ໃນສົງຄາມນັ້ນໆ, ເຂົາເຫຼົ່ານັ້ນ ຍ່ອມເຖິງຊຶ່ງຄວາມຕາຍ ຫຼືໄດ້ຮັບທຸກຂ໌ປານຕາຍໃນບ່ອນນັ້ນໆ. ພິກຂຸ ທ. ! ນີ້ກໍເປັນໂທດຂອງກາມທັງຫຼາຍ ເປັນກອງທຸກຂ໌ທີ່ເຫັນໄດ້ເອງ ມີກາມເປັນເຫຕ ມີກາມເປັນເຄື່ອງກໍ່ ມີກາມເປັນເຄື່ອງໃຫ້ເຮັດ ເປັນເຫຕເພາະກາມນັ້ນແລ.
ພິກຂຸ ທ. ! ໂທດເຍື່ອງອື່ນຍັງມີອີກ : ເພາະກາມເປັນເຫຕ ເພາະກາມເປັນເຄື່ອງກໍ່ ເພາະກາມເປັນເຄື່ອງໃຫ້ເຮັດ ເປັນເຫຕເພາະກາມນັ້ນແລ: ຄົນທັງຫຼາຍ ຍ່ອມຕັດຊ່ອງຢ່ອງເບົາ ປຸ້ນສະດົມໃນເຮືອນຫຼັງດຽວ ຄອຍດັກທໍາຮ້າຍໃນທີ່ປ່ຽວ ແລະລ່ວງເກີນພັນຍາຜູ້ອື່ນ. ພຣະຣາຊາ ຈັບຄົນເຫຼົ່ານັ້ນມາແລ້ວ ໃຫ້ລົງໂທສະກັມຫຼາຍວິທີດ້ວຍກັນ ເຊັ່ນ : ຂ້ຽນດ້ວຍຫວາຍແດ່, ມັດດ້ວຍເຊືອກໜັງແດ່, ທຸບດ້ວຍທ່ອນໄມ້ແດ່, ຕັດມືເສຍແດ່, ຕັດຕີນເສຍແດ່ ຕັດເສຍທັງມືແລະຕີນແດ່, ຕັດຫູແດ່, ຕັດດັງແດ່, ຕັດເສຍທັງຫູ ແລະດັງແດ່, ຍ່ອມລົງໂທດໂດຍວິທີ ໝໍ້ຂ້ຽວນໍ້າສົ້ມ໑ ແດ່, ຍ່ອມລົງໂທດໂດຍວິທີຂອດສັງຂ໌໒ ແດ່. ຍ່ອມລົງໂທດ
໑. ໝໍ້ຂ້ຽວນໍ້າສົ້ມ ຄື ທຸບຫົວສະໝອງແຍກອອກແລ້ວ ໃຊ້ຄີມຄີບກ້ອນເຫຼັກທີ່ລຸກແດງ ໃສ່ລົງໄປໃຫ້ສະໝອງ ເດືອດພຸ່ງຂຶ້ນ ເໝືອນນໍ້າສົ້ມຟົດປູມລົ້ນໝໍ້.
໒. ຂອດສັງຂ໌ ຄື ຕັດໜັງ ຄວັ່ນໄປໃຫ້ຮອດຂະໝັບຫູທັງສອງຂ້າງ ແລະຫຼຸມຄໍແລ້ວ ລວບຜົມທັງໝົດມັດໄວ້ ໃຊ້ໄມ້ສອດໝູນຍົກຂຶ້ນ ໃຫ້ໜັງຫຼຸດຕິດຂຶ້ນມາ ພ້ອມກັບຜົມແລ້ວ ໃຊ້ຊາຍຫຍາບຂັດກະໂຫຼກຫົວ ລ້າງໃຫ້ຂາວເໝືອນດັ່ງສັງຂ໌.
ໂດຍວິທີປາກຣາຫູ໓ ແດ່, ຍ່ອມລົງໂທດໂດຍວິທີມາໄລໄຟ໔ ແດ່. ຍ່ອມລົງໂທດໂດຍວິທີຄົບມື໕ ແດ່, ຍ່ອມລົງໂທດໂດຍວິທີລິ້ວສ່າຍ໖ ແດ່, ຍ່ອມລົງໂທດໂດຍວິທີນຸ່ງເປືອກໄມ້໗ ແດ່, ຍ່ອມລົງໂທດໂດຍວິທີຢືນກວາງ໘ ແດ່, ຍ່ອມລົງໂທດໂດຍວິທີສຽບເຫຍື່ອເບັດ໙ ແດ່, ຍ່ອມລົງໂທດໂດຍວິທີຫຼຽນກະສາບ໑໐ ແດ່, ຍ່ອມລົງໂທດໂດຍວິທີທາເກືອແດ່, ຍ່ອມລົງໂທດໂດຍວິທີແປງແສບ໑໑ ແດ່, ຍ່ອມລົງໂທດໂດຍວິທີກວຽນຫຼັກ໑໒ ແດ່, ຍ່ອມລົງໂທດໂດຍວິທີຕັ່ງເຟືອງ໑໓ ແດ່, ຍ່ອມຮວດດ້ວຍນໍ້າມັນຮ້ອນໆແດ່, ຍ່ອມປ່ອຍໃຫ້ໝາສວບກັດດຶງ໑໔ ແດ່, ຍ່ອມໃຫ້ນອນຫງາຍເທິງຫຼາວທັງເປັນໆແດ່, ຍ່ອມຕັດຫົວດ້ວຍດາບແດ່.
໓. ປາກຣາຫູ ຄື ໃຊ້ຂໍເຫຼັກງ້າງປາກໃຫ້ອ້າແລ້ວ ຈູດໄຟໃນປາກ. ອີກຢ່າງໜຶ່ງ ໃຊ້ສິ່ວຕອກເຈາະຕັ້ງແຕ່ຂະໝັບ ເຂົ້າໄປຈົນເຖິງປາກ ໃຫ້ໂລຫິຕໄຫຼອອກມາເຕັມປາກ ເບິ່ງປາກອ້າເໝືອນດັ່ງປາກຣາຫູ.
໔. ມາໄລໄຟ ຄື ໃຊ້ຜ້າຈຸ່ມນໍ້າມັນ ພັນຈົນທົ່ວໂຕແລ້ວຈູດໄຟ.
໕. ຄົບ (ທວນໄຟ) ມື ຄື ໃຊ້ຜ້າຈຸ່ມນໍ້າມັນ ພັນມືທັງສອງຂ້າງຈົນທົ່ວແລ້ວຈູດໄຟ.
໖. ລິ້ວສ່າຍ ຄື ແຫຼ່ໜັງລອກອອກເປັນລິ້ວໆ ຕັ້ງແຕ່ໃຕ້ຄໍໄປຈົນເຖິງຂໍ້ຕີນ ແລ້ວເອົາເຊືອກຜູກດຶງລາກໄປ ນັກໂທດຍ່າງຢຽບລິ້ວໜັງ ຂອງຕົນລົ້ມລຸກຄຸກຄານ ໄປຈົນກວ່າຈະຕາຍ.
໗. ນຸ່ງເປືອກໄມ້ ຄື ແຫຼ່ໜັງ ເປັນຮ້ອຍລິ້ວໆຄືດັ່ງຂໍ້ ໖ ແຕ່ເຮັດເປັນສອງຕອນ ຕັ້ງແຕ່ໃຕ້ຄໍຈົນເຖິງແອວຕອນໜຶ່ງ ຕັ້ງແຕ່ແອວຈົນເຖິງຂໍ້ຕີນຕອນໜຶ່ງ ລິ້ວໜັງຕອນເທິງ ຫ້ອຍຄຸມລົງມາປົກປິດກາຍທາງລຸ່ມ ເບິ່ງເໝືອນດັ່ງນຸ່ງເປືອກໄມ້ທີ່ທຸບສາງດີແລ້ວ.
໘. ຢືນກວາງ ຄື ໃຊ້ຫ່ວງເຫຼັກ ຮັດສອກທັງສອງ ແລະຂາທັງສອງ ຂຶງຕິດໄວ້ກັບຫຼັກເຫຼັກສີ່ຫຼັກເທິງພື້ນດິນ ເບິ່ງເໝືອນດັ່ງກວາງຖືກຂຶງ ແລ້ວກໍ່ໄຟຢ້າງລົນໄປເລື້ອຍໆ ຈົນວ່າຈະຕາຍ.
໙. ສຽບເຫຍື່ອເບັດ ຄື ໃຊ້ເບັດມີງ່ຽງສອງຂ້າງ ເກາະໂຕດຶງເອົາໜັງຊີ້ນ ແລະເອັນອອກມາໃຫ້ໝົດ.
໑໐. ຫຼຽນກະສາບ ຄື ໃຊ້ມີດຄົມປາດຊີ້ນ ອອກເປັນຈຸດໆ ມີຂະໜາດເທົ່າເງິນຫລຽນ ຈົນກວ່າຈະຕາຍ.
໑໑. ແປງແສບ ຄື ຟັນສັບເສຍໃຫ້ຍ່ອຍ ທົ່ວກາຍແລ້ວ ໃຊ້ແປງຈຸ່ມນໍ້າແສບ (ມີນໍ້າເກືອເປັນຕົ້ນ) ຖູຂູດສີໄປມາ ໃຫ້ໜັງຊີ້ນ ເອັນຂາດຫຼຸດອອກມາໝົດ ເຫຼືອແຕ່ກະດູກ.
໑໒. ວຽນຫຼັກ ຄື ໃຫ້ນອນສະແຄງແລ້ວ ໃຊ້ຫຼາວເຫຼັກຕອກເຂົ້າຊ່ອງຫູ ໃຫ້ຊອດທະລຸລົງໄປ ຂຶງແໜ້ນຢູ່ກັບດິນແລ້ວ ຈັບຕີນທັງສອງຍົກຍ່າງວຽນ.
໑໓. ຕັ່ງເຟືອງ ຄື ໃຊ້ກ້ອນຫີນບົດທັບໂຕ ບົດໃຫ້ກະດູກແຕກລະອຽດ ແຕ່ບໍ່ໃຫ້ໜັງຂາດແລ້ວ ຈັບຜົມຮວບຂຶ້ນ ສັ່ນໃຫ້ຊີ້ນລວມເຂົ້າເປັນກອງແລ້ວ ໃຊ້ຜົມນັ້ນແຫຼະ ພັນມ້ວນໆວາງໄວ້ ເໝືອນຕັ່ງທີ່ເຮັດດ້ວຍເຟືອງ ສໍາລັບເຊັດຕີນ.
໑໔. ໃຫ້ໝາກັດດຶງ ຄືຂັງຝູງໝາໃຫ້ອົດຫິວຫອດຫຼາຍມື້ແລ້ວ ປ່ອຍໃຫ້ອອກມາຫຸ້ມກັດດຶງບຶດດຽວເຫຼືອແຕ່ກະດູກ, - ນັຍອັຕຖະກະຖາ ແລະພຣະໄຕຣປິດົກແປ ຂອງ ມ. ອໍາໄພຈິຕ. ເຂົາເຫຼົ່ານັ້ນ ຍ່ອມເຖິງຊຶ່ງຄວາມຕາຍ ຫຼືໄດ້ຮັບທຸກຂ໌ປານຕາຍໃນທີ່ນັ້ນໆ. ພິກຂຸ ທ. ! ເຖິງແມ່ນນີ້ ກໍເປັນໂທດຂອງກາມທັງຫຼາຍ ເປັນກອງທຸກຂ໌ທີ່ເຫັນໄດ້ເອງ ມີກາມເປັນເຫຕ ມີກາມເປັນເຄື່ອງກໍ່ ມີກາມເປັນເຄື່ອງໃຫ້ເຮັດ ເປັນເຫຕເພາະກາມນັ້ນແລ.
ພິກຂຸ ທ. ! ໂທດຢ່າງອື່ນຍັງມີອີກ : ເພາະກາມເປັນເຫຕ ເພາະກາມເປັນເຄື່ອງກໍ່ ເພາະກາມເປັນເຄື່ອງໃຫ້ເຮັດ ເປັນເຫຕເພາະກາມນັ້ນແລ : ຄົນທັງຫຼາຍ ຍ່ອມປະພຶດທຸຈະຣິຕດ້ວຍກາຍ ດ້ວຍວາຈາ ແລະດ້ວຍໃຈ. ຄັນປະພຶດທຸຈະຣິຕດ້ວຍກາຍ ດ້ວຍວາຈາ ແລະດ້ວຍໃຈແລ້ວ, ເຂົາເຫຼົ່ານັ້ນ ຍ່ອມເຂົ້າເຖິງ ອະບາຍ ທຸຄະຕິ ວິນິບາຕ ນະຣົກ ເບື້ອງໜ້າແຕ່ການຕາຍ ເພາະການແຕກສະຫຼາຍແຫ່ງກາຍ. ພິກຂຸ ທ. ! ແມ່ນວ່ານີ້ ກໍເປັນໂທດຂອງກາມທັງຫຼາຍ ເປັນກອງທຸກຂ໌ທີ່ເຫັນໄດ້ເອງ ມີກາມເປັນເຫຕ ມີກາມເປັນເຄື່ອງກໍ່ ມີກາມເປັນເຄື່ອງໃຫ້ເຮັດ ເປັນເຫຕເພາະກາມນັ້ນແລ, ດັ່ງນີ້ ແລ.
- ມູ. ມ. ໑໒/໑໖໙/໑໙໘.