ຖ້າໝົດເຊື້ອກໍປະຣິນິພພານ
ທໍາໃນທີສຸດ
ຄະຫະບໍດີ ! ຮູບທັງຫຼາຍທີ່ເຫັນດ້ວຍຕາກໍດີ, ສຽງທັງຫຼາຍທີ່ຟັງດ້ວຍຫູກໍດີ, ກິ່ນທັງຫຼາຍທີ່ດົມດ້ວຍດັງກໍດີ, ຣົສທັງຫຼາຍທີ່ຊີມດ້ວຍລີ້ນກໍດີ, ໂຜຕຖັພພະທັງຫຼາຍທີ່ສັມຜັສດ້ວຍກາຍກໍດີ ແລະທັມມາຣົມທັງຫຼາຍທີ່ຮູ້ແຈ້ງດ້ວຍໃຈກໍດີ; ອັນເປັນສິ່ງທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ທີ່ຍົວະຕາຍວນໃຈໃຫ້ຮັກ ເປັນທີ່ເຂົ້າໄປຕັ້ງອາໄສຢູ່ແຫ່ງຄວາມໃຄ່ ເປັນທີ່ຕັ້ງແຫ່ງຄວາມກໍາໜັດຍ້ອມໃຈມີຢູ່; ແລະພິກຂຸ ກໍບໍ່ເປັນຜູ້ເພີດເພີນ ບໍ່ພໍ່າສັນເສີນ ບໍ່ເມົາໝົກຢູ່ ຊຶ່ງອາຣົມມີຮູບເປັນຕົ້ນນັ້ນ, ເມື່ອບໍ່ເພີດເພີນ ບໍ່ພໍ່າສັນເສີນ ບໍ່ເມົາໝົກຢູ່ ຊຶ່ງອາຣົມມີຮູບເປັນຕົ້ນນັ້ນ ວິນຍານຂອງພິກຂຸນັ້ນ ກໍບໍ່ອາໄສ ຊຶ່ງອາຣົມມີຮູບເປັນຕົ້ນນັ້ນ ບໍ່ມີສິ່ງນັ້ນໆ ເປັນອຸປາທານ.
ຄະຫະບໍດີ ! ພິກຂຸຜູ້ໝົດອຸປາທານ ຍ່ອມປະຣິນິພພານ.
ຄະຫະບໍດີ ! ນີ້ແຫຼະເປັນເຫຕ ເປັນປັຈຈັຍ (ຊຶ່ງດ້ວຍຄວາມໝົດອຸປາທານນັ້ນແຫຼະ) ທີ່ສັຕທັງຫຼາຍບາງເຫຼົ່າ ໃນໂລກນີ້ ຍ່ອມປະຣິນິພພານ ໃນປັຈຈຸບັນນີ້ ແລ.
- ສລາ. ສັງ. ໑໘/໑໓໘/໑໙໒.
ພິກຂຸ ທ. ! ຖ້າພິກຂຸ ເປັນຜູ້ຫຼຸດພົ້ນແລ້ວ ບໍ່ຖືໝັ້ນດ້ວຍອຸປາທານ; ເພາະຄວາມໜ່າຍ ເພາະຄາຍກໍາໜັດ ເພາະຄວາມດັບເຢັນແລ້ວ ທີ່ຕາ, ທີ່ຫູ, ທີ່ດັງ, ທີ່ລີ້ນ, ທີ່ກາຍ, ທີ່ໃຈ; ກໍເປັນການສົມຄວນທີ່ຈະກ່າວວ່າ ພິກຂຸ ເປັນຜູ້ເຖິງແລ້ວຊຶ່ງ ນິພພານໃນທິຕຖະທັມນີ້ ນັ້ນແລ.
- ສລາ. ສັງ. ໑໘/໑໗໗/໒໔໔.