ອະຣິຍະສັດສີ່ ມີສາມຮອບ ມີສິບສອງອາການ
ອະຣິຍະສັດ 4
1. ພິກຂຸ ທ. ! ດວງຕາ, ຍານ, ປັນຍາ, ວິຊຊາ, ແລະແສງສະຫວ່າງຂອງເຮົາ ໄດ້ເກີດຂຶ້ນແລ້ວ ໃນທັມທີ່ເຮົາບໍ່ເຄີຍໄດ້ຍິນ ໄດ້ຟັງມາແຕ່ກ່ອນວ່າ: ໑. ນີ້ເປັນຄວາມຈິງອັນປະເສີດຄື ທຸກຂ໌, ໒. ຄວາມຈິງອັນປະເສີດຄື ທຸກຂ໌ ນີ້ ຄວນກຳນົດຮອບຮູ້, ໓. ຄວາມຈິງອັນປະເສີດຄື ທຸກຂ໌ ນີ້ ເຮົາໄດ້ກໍານົດຮອບຮູ້ແລ້ວ.
2. ພິກຂຸ ທ. ! ດວງຕາ, ຯລຯ ແສງສະຫວ່າງຂອງເຮົາ ໄດ້ເກີດຂຶ້ນແລ້ວ ໃນທັມທີ່ເຮົາບໍ່ເຄີຍໄດ້ຍິນໄດ້ຟັງມາແຕ່ກ່ອນວ່າ: ໑. ນີ້ເປັນຄວາມຈິງອັນປະເສີດຄື ເຫຕໃຫ້ເກີດແຫ່ງທຸກຂ໌, ໒. ຄວາມຈິງອັນປະເສີດຄື ເຫຕໃຫ້ເກີດແຫ່ງທຸກຂ໌ ນີ້ ຄວນລະເສຍ, ໓. ຄວາມຈິງອັນປະເສີດຄື ເຫຕໃຫ້ເກີດແຫ່ງທຸກຂ໌ ນີ້ ເຮົາໄດ້ລະເສຍແລ້ວ.
3. ພິກຂຸ ທ. ! ດວງຕາ, ຯລຯ ແສງສະຫວ່າງຂອງເຮົາ ໄດ້ເກີດຂຶ້ນແລ້ວ ໃນທັມທີ່ເຮົາບໍ່ເຄີຍໄດ້ຍິນໄດ້ຟັງມາແຕ່ກ່ອນວ່າ : ໑. ນີ້ເປັນຄວາມຈິງອັນປະເສີດຄື ຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ໒. ຄວາມຈິງອັນປະເສີດຄື ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ນີ້ ຄວນເຮັດໃຫ້ແຈ້ງ, ໓. ຄວາມຈິງອັນປະເສີດຄື ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ນີ້ ເຮົາໄດ້ເຮັດໃຫ້ແຈ້ງແລ້ວ.
4. ພິກຂຸ ທ. ! ດວງຕາ, ຯລຯ ແສງສະຫວ່າງຂອງເຮົາ ໄດ້ເກີດຂຶ້ນແລ້ວໃນທັມທີ່ເຮົາບໍ່ເຄີຍໄດ້ຍິນໄດ້ຟັງມາແຕ່ກ່ອນວ່າ :
1. ນີ້ເປັນຄວາມຈິງອັນປະເສີດຄື ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌,
2. ຄວາມຈິງອັນປະເສີດຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ນີ້ ຄວນເຮັດໃຫ້ຈະເຣີນ,
3. ຄວາມຈິງອັນປະເສີດຄື ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ນີ້ ເຮົາໄດ້ເຮັດໃຫ້ຈະເຣີນແລ້ວ.
ພິກຂຸ ທ. ! ຕະຫຼອດເວລາທີ່ ປັນຍາເຄື່ອງຮູ້ເຫັນຕາມເປັນຈິງ ໃນອະຣິຍະສັຈຈ໌ສີ່ ອັນມີຮອບສາມ ມີອາການສິບສອງເຊັ່ນນີ້ ຍັງບໍ່ບໍຣິສຸດ ສະອາດດ້ວຍດີ, ເຮົາກໍຍັງບໍ່ປະຕິນຍາ ວ່າໄດ້ຕຣັສຮູ້ ຮູ້ພ້ອມສະເພາະ ຊຶ່ງອະນຸດຕະຣະສັມມາສັມໂພທິຍານ ຢູ່ພຽງນັ້ນ. ເມື່ອໃດບໍຣິສຸດ ສະອາດດ້ວຍດີ, ເມື່ອນັ້ນເຮົາກໍປະຕິນຍາ ວ່າໄດ້ຕຣັຮູ້ ຮູ້ພ້ອມສະເພາະແລ້ວ ຊຶ່ງອະນຸດຕະຣະສັມມາສັມໂພທິຍານ.
- ມຫາວາຣ. ສັງ. ໑໙/໕໒໙-໕໓໐/໑໖໖໖-໑໖໗໐.