ເຣື່ອງຣັດຖະປາລະກຸລະບຸດ
ທາງສາຍກາງ
ພິກຂຸທັງຫລາຍ! ເຣື່ອງເຄີຍມີມາແລ້ວ ບິດາຂອງຣັຕຖະປາລະກຸລະບຸຕໄດ້ກ່າວຖາມຣັຕຖະປາລະກຸລະບຸຕດ້ວຍຄາຖາວ່າ:
ຣັຕຖະປາລະ! ເອີ ກໍຄົນເປັນຈຳນວນຫລາຍທີ່ພາກັນມາຂໍເຮົາ ເຮົາກໍບໍ່ຮູ້ຈັກເຂົາ ເຫຕໃດເຈົ້າຈຶ່ງບໍ່ຂໍເຮົາ?
ຣັຕຖະປາລະກຸລະບຸຕໄດ້ກ່າວຕອບບິດາດ້ວຍຄາຖາວ່າ:
ຄົນຜູ້ຂໍ ຍ່ອມບໍ່ເປັນທີ່ຮັກຂອງຜູ້ຖືກຂໍ
ຝ່າຍຄົນຜູ້ຖືກຂໍ ເມື່ອບໍ່ໃຫ້ ກໍຍ່ອມບໍ່ເປັນທີ່ຮັກຂອງຜູ້ຂໍ
ເພາະສະນັ້ນ ຂ້ານ້ອຍຈຶ່ງບໍ່ຂໍທ່ານ
ຂໍຢ່າໃຫ້ຂ້ານ້ອຍເປັນທີ່ກຽດຊັງຂອງທ່ານເລີຍ.
ພິກຂຸທັງຫລາຍ! ຣັຕຖະປາລະກຸລະບຸຕນັ້ນຍັງໄດ້ກ່າວຕອບຢ່າງນີ້ກັບບິດາຂອງຕົນແລ້ວ ຈະກ່າວຫຍັງເຖິງຄົນອື່ນຕໍ່ຄົນອື່ນໜໍ.
ພິກຂຸທັງຫລາຍ! ໂພຄະສົມບັຕຂອງຄະຣືຫັສຖ໌ຣວບຣວມໄດ້ຍາກ ແມ່ນແຕ່ໄດ້ມາແລ້ວກໍຍັງຍາກທີ່ຈະຕາມຮັກສາ.
ໂມຄະບຸຣຸສທັງຫລາຍ! ເມື່ອໂພຄະສົມບັຕນັ້ນອັນພວກຄະຣືຫັສຖ໌ຣວບຣວມໄດ້ຍາກ ແມ່ນແຕ່ເຂົາໄດ້ມາແລ້ວກໍຍັງຍາກທີ່ຈະຕາມຮັກສາຢ່າງນີ້ ພວກເຈົ້າໄດ້ມີກາຣວິງວອນ ມີກາຣຂໍເຂົາຫລາຍຄັ້ງ ຫລາຍຄາວແລ້ວວ່າ ຂໍທ່ານທັງຫລາຍຈົ່ງໃຫ້ບຸຣຸສ ຈົ່ງໃຫ້ແຮງບຸຣຸສ ຈົ່ງໃຫ້ງົວ ຈົ່ງໃຫ້ກວຽນ ຈົ່ງໃຫ້ມີດ ຈົ່ງໃຫ້ຂວານ ຈົ່ງໃຫ້ສິ່ວ ຈົ່ງໃຫ້ສຽມ ຈົ່ງໃຫ້ເຄືອ ຈົ່ງໃຫ້ໄມ້ໄຜ່ ຈົ່ງໃຫ້ຫຍ້າມຸງກະຕ່າຍ ຈົ່ງໃຫ້ຫຍ້າປ້ອງ ຈົ່ງໃຫ້ຫຍ້າສາມັນ ຈົ່ງໃຫ້ດິນ ດັ່ງນີ້ເປັນຕົ້ນ.
ໂມຄະບຸຣຸສທັງຫລາຍ! ກາຣກະທຳຂອງພວກເຈົ້ານັ້ນ ບໍ່ເປັນໄປເພື່ອຄວາມເຫລື້ອມໃສຂອງຊົນທີ່ຍັງບໍ່ເຫລື້ອມໃສ ຫລືເພື່ອຄວາມເຫລື້ອມໃສຢ່າງຍິ່ງຂອງຊົນທີ່ເຫລື້ອມໃສແລ້ວ ໂດຍແທ້ແລ້ວ ກາຣກະທຳຂອງພວກເຈົ້ານັ້ນ ເປັນໄປເພື່ອຄວາມບໍ່ເຫລື້ອມໃສຂອງຊົນທີ່ຍັງບໍ່ເຫລື້ອມໃສ ແລະເພື່ອຄວາມເປັນຢ່າງອື່ນຂອງຊົນບາງພວກທີ່ເຫລື້ອມໃສແລ້ວ.
ເມື່ອພຣະຜູ້ມີພຣະພາຄຊົງຕິຕຽນພິກຂຸຊາວຣັຖອາລະວີໂດຍອະເນກປະຣິຍາຍດັ່ງນີ້ແລ້ວ ຊົງຕຣັສເຖິງໂທສແຫ່ງຄວາມເປັນຄົນລ້ຽງຍາກ ຄວາມເປັນຄົນບຳຣຸງຍາກ ຄວາມເປັນຄົນມັກມາກ ຄວາມເປັນຄົນບໍ່ສັນໂດດ ຄວາມຄຸກຄີດ້ວຍໝູ່ ຄວາມກຽດຄ້ານ ແລະຊົງຕຣັສເຖິງຄຸນແຫ່ງຄວາມເປັນຄົນລ້ຽງງ່າຍ ຄວາມເປັນຄົນບຳຣຸງງ່າຍ ຄວາມມັກນ້ອຍ ຄວາມສັນໂດດ ຄວາມຂັດເກົາ ຄວາມກຳຈັດ ອາກາຣທີ່ໜ້າເຫລື້ອມໃສ ກາຣບໍ່ສະສົມ ກາຣປຣາຣົພຄວາມພຽນ ໂດຍອະເນກປະຣິຍາຍ ຊົງສະແດງທັມມິກະຖາທີ່ສົມຄວນແກ່ເຣື່ອງນັ້ນ ທີ່ເໝາະສົມແກ່ເຣື່ອງນັ້ນແກ່ພິກຂຸທັງຫລາຍ ແລ້ວຕຣັສສັ່ງກັບພິກຂຸທັງຫລາຍວ່າ:
ພິກຂຸທັງຫລາຍ! ເພາະເຫຕນັ້ນແລ ເຮົາຈັກບັນຍັຕສິກຂາບົທແກ່ພວກເຈົ້າທັງຫລາຍ ໂດຍອາສັຍອຳນາຈປະໂຍຊນ໌ ໑໐ ປະກາຣຄື:
ເພື່ອຄວາມຮັບວ່າດີແຫ່ງສົງຄ໌,
ເພື່ອຄວາມສຳຣານແຫ່ງສົງຄ໌,
ເພື່ອຂົ່ມບຸຄຄົລຜູ້ວ່າຍາກ,
ເພື່ອຄວາມຢູ່ສຳຣານແຫ່ງພິກຂຸຜູ້ມີສີລເປັນທີ່ຮັກ,
ເພື່ອປ້ອງກັນອາສະວະທັງຫລາຍອັນຈະເກີດໃນປັຈຈຸບັນ,
ເພື່ອກຳຈັດອາສະວະທັງຫລາຍອັນຈະເກີດໃນອະນາຄົຕ,
ເພື່ອຄວາມເຫລື້ອມໃສຂອງຊົນທີ່ຍັງບໍ່ເຫລື້ອມໃສ,
ເພື່ອຄວາມເຫລື້ອມໃສຢ່າງຍິ່ງຂອງຊົນທີ່ເຫລື້ອມໃສແລ້ວ,
ເພື່ອຄວາມຕັ້ງໝັ້ນແຫ່ງພຣະສັທທັມ,
ເພື່ອຖືຕາມວິນັຍ.
ພິກຂຸທັງຫລາຍ! ກໍແລ ພວກເຈົ້າທັງຫລາຍຈົ່ງຍົກສິກຂາບົທນີ້ຂຶ້ນສະແດງຢ່າງນີ້ ວ່າດັ່ງນີ້:
ອີກຢ່າງໜຶ່ງ ພິກຂຸຜູ້ທີ່ຈະສ້າງກຸຕິອັນຫາເຈົ້າຂອງບໍ່ໄດ້ ສະເພາະຕົນເອງ ດ້ວຍອາກາຣຂໍເອົາເອງ ຄວນສ້າງໃຫ້ໄດ້ປະມານ ປະມານໃນກາຣສ້າງກຸຕິນັ້ນມີດັ່ງນີ້ ໂດຍຍາວ ໑໒ ຄືບ, ໂດຍກວ້າງ ໗ ຄືບ ໂດຍຄືບພຣະສຸຄົຕ ຈົ່ງນຳພິກຂຸທັງຫລາຍໄປສະແດງທີ່ອັນບໍ່ມີຜູ້ຈ່ອງໄວ້ ອັນມີຊານຮອບ ຫາກພິກຂຸສ້າງກຸຕິໂດຍອາກາຣຂໍເອົາເອງໃນບ່ອນທີ່ມີເຈົ້າຂອງຈ່ອງໄວ້ ອັນຫາຊານຮອບບໍ່ໄດ້ ຫລືບໍ່ນຳພິກຂຸທັງຫລາຍໄປເພື່ອສະແດງທີ່ ຫລືສ້າງໃຫ້ລ່ວງປະມານ ເປັນສັງຄາທິເສສ.
ວິນັຍປິດົກ ມະຫາວິພັງຄ໌ ພາຄ ໑ ເຫລັ້ມທີ ໑/໖໒໔-໖໓໐/໔໙໔-໕໐໐