ຈິດທີ່ຍັງບໍ່ໄດ້ຟອກ ຍາກແທ້ທີ່ຈະເຫັນນິໂຣທະສັດຈະ
ອະຣິຍະສັດ 4
ຣາຊະກຸມາຣ ! .... ກໍສັຕເຫຼົ່ານີ້ ມີອາໄລເປັນທີ່ມາຍິນດີ ຍິນດີແລ້ວໃນອາໄລ ເພີດເພີນແລ້ວໃນອາໄລ. ສໍາລັບສັຕຜູ້ມີອາໄລເປັນທີ່ມາຍິນດີ ຍິນດີເພີດເພີນໃນອາໄລນັ້ນ ຍາກແທ້ທີ່ຈະເຫັນສິ່ງນີ້ ຄື ປະຕິຈຈະສະມຸບບາດ ກ່າວຄື ຄວາມທີ່ສິ່ງນີ້ໆ ເປັນປັຈຈັຍແກ່ສິ່ງນີ້ໆ (ອິທັປປັຈຈະຢະຕາປະຕິຈຈະສະມຸປປາໂທ) ; ແລະຍາກແທ້ທີ່ຈະເຫັນແມ່ນວ່າສິ່ງນີ້ ຄື ນິພພານ ອັນເປັນທັມເປັນທີ່ສະງົບລະງັບແຫ່ງສັງຂາຣທັງປວງ ເປັນທັມອັນປ່ອຍຄືນຊຶ່ງອຸປະທິທັງປວງ ເປັນທີ່ດັບສິ້ນໄປແຫ່ງຕັນຫາ ເປັນ ຄວາມຈາງຄາຍ ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌. ຫາກເຮົາຍ່ອມສະແດງທັມແລ້ວ ສັຕອື່ນບໍ່ສາມາດຮູ້ທົ່ວເຖິງ ຂໍ້ນັ້ນຈະເປັນຄວາມເມື່ອຍເປົ່າແກ່ເຮົາ, ເປັນຄວາມລໍາບາກແກ່ເຮົາ. ໂອ, ຣາຊະກຸມາຣ ! ຄາຖາອັນໜ້າເສົ້າ (ອະນັຈສະຣິຢາ) ເຫຼົ່ານີ້ ທີ່ເຮົາບໍ່ເຄີຍຟັງມາແຕ່ກ່ອນ ໄດ້ປາກົດແຈ່ມແຈ້ງແກ່ເຮົາວ່າ :-
“ກາລະນີ້ບໍ່ຄວນປະກາດທັມ ທີ່ເຮົາບັນລຸໄດ້ແລ້ວໂດຍຍາກ. ທັມນີ້ ສັຕ ທີ່ຖືກຣາຄະ ໂທສະ ປິດກັ້ນແລ້ວ ບໍ່ຮູ້ໄດ້ໂດຍງ່າຍເລີຍ. ສັຕຜູ້ກໍາໜັດແລ້ວ ດ້ວຍຣາຄະ ອັນຄວາມມືດຫຸ້ມຫໍ່ແລ້ວ ຈະບໍ່ເຫັນທັມອັນໄປທວນກະແສ ອັນເປັນທັມລະອຽດ ເລິກເຊິ່ງ ເຫັນໄດ້ຍາກເປັນອະນູ” ດັ່ງນີ້.
- ມ. ມ. ໑໓/໔໖໑/໕໐໙.