ພຣະອໍຣະຫັນມີຄຸນລັກສະນະທີ່ໜ້າສົນໃຈ

ທໍາໃນທີສຸດ

0:00/0:00
(ຫຼັງຈາກ ທີ່ໄດ້ຕຣັດວ່າພຣະອໍຣະຫັນຕ໌ ເປັນຜູ້ເລີດໃນໂລກທັງປວງ ຍິ່ງກວ່າສັຕຕາວາສ ແລະພະວັຄຄະພຣົມແລ້ວ (ຂໍ້ຄວາມນັ້ນຢູ່ໃນຫົວຂໍ້ຖັດໄປຈາກຫົວຂໍ້ນີ້) ໄດ້ຕຣັດຂໍ້ຄວາມທີ່ປະພັນເປັນຄາຖາດັ່ງຕໍ່ໄປນີ້ :- )

ພຣະອໍຣະຫັນຕ໌ ທ. ທ່ານມີຄວາມສຸຂໜໍ,
ຕັນຫາຂອງທ່ານບໍ່ມີ, ທ່ານຖອນອັສສະມິມານະໝົດສິ້ນແລ້ວ,
ທ່ານທໍາລາຍຕາຂ່າຍແຫ່ງໂມຫະໄດ້ແລ້ວ, ທ່ານເຖິງຄວາມບໍ່ຫວັ່ນໄຫວແລ້ວ,
ຈິຕຂອງທ່ານນັ້ນບໍ່ຂຸ່ນມົວ, ບໍ່ມີອັນໃດສາບທາທ່ານໃຫ້ຕິດຢູ່ໃນໂລກ,
ທ່ານເປັນເໝືອນພຣົມ໑ ຜູ້ບໍ່ມີອາສະວະ, ຮອບຮູ້ຊຶ່ງເບັນຈະຂັນທ໌
ມີສັດທັມເຈັດ໒ ເປັນທີ່ໂຄຈອນ, ເປັນສັປບຸຣຸສ໓ ທີ່ໄດ້ຮັບການຍົກຍ້ອງສັນເສີນ,
ເປັນບຸຕທີ່ເກີດແຕ່(ຫົວ)ອົກພຣະພຸດທະເຈົ້າ, ເຖິງພ້ອມແລ້ວດ້ວຍຣັຕຕະນະເຈັດປະການ,
ຜ່ານການສຶກສາໃນສິກຂາທັງສາມ,
ເປັນມະຫາວິຣະ ໕ ທ່ຽວໄປໃນທີ່ຕ່າງໆ,
ປາສະຈາກພັຍເວຣໂດຍສິ້ນເຊີງ, ເຖິງພ້ອມແລ້ວດ້ວຍອົງ(ແຫ່ງສັມມັຕຕະ໖)ທັງສິບ,
ເປັນມະຫານາຄະ ຜູ້ມີຈິຕຕັ້ງໝັ້ນແລ້ວ, ນີ້ແຫຼະຄືຜູ້ປະເສີດໃນໂລກລະ,
ຕັນຫາຂອງທ່ານບໍ່ມີ, ອະເສຂະຍານເກີດຂຶ້ນແລ້ວແກ່ທ່ານ.
ປະຊຸມແຫ່ງກາຍນີ້ມີແກ່ທ່ານເປັນຄັ້ງສຸດທ້າຍ,

໑. “ພຣົມ” ເປັນພາສາເດິກດໍາບັນໃນອິນເດຍ ໝາຍເຖິງ ຜູ້ປະເສີດສູງສຸດແຫ່ງສັຕທັງຫຼາຍ.
໒. ສັດທັມເຈັດ ໄດ້ແກ່ສັດທາ ຫິຣິ ໂອຕຕັບປະ ສຸຕະ ວິຣິຢະ ສະຕິ ປັນຍາ (ພຸດທະພາສິຕ ໒໓/໑໔໗/໘໔).
໓. ຄໍາວ່າ “ສັປບຸຣຸສ” ຄໍານີ້ອາດຈະເປັນຄໍາທີ່ແປກ ສໍາລັບພວກເຮົາສະໄໝນີ້ກໍໄດ້ ທີ່ທ່ານໃຊ້ເປັນຄໍາຮ້ອງຮຽກ ພຣະອໍຣະຫັນຕ໌ ແມ່ນວ່າໃນສີລາຈາຣຶກ ຍຸກຫຼັງພຸດທະກາລ ຕອນຕົ້ນໆ.
໔. ຣັຕຕະນະເຈັດປະການ ໃນບ່ອນນີ້ທ່ານໝາຍເຖິງ ໂພຊຊົງເຈັດປະການ (ພຸດທະພາສິຕ ໑໙/໑໓໙/໕໐໖)
໕. “ມະຫາວິຣະ” ຄໍານີ້ໃຊ້ຮ່ວມກັນ ໃນລະຫວ່າງພຸດທະ ກັບລັດທິອື່ນ ເຊັ່ນດຽວກັບຄໍາວ່າ ຊິນະ ເປັນຕົ້ນ.
໖. ຄໍາວ່າ “ສັມມັຕຕະສິບ” ໝາຍເຖິງ ຄວາມຖືກຕ້ອງສິບປະການ ເບິ່ງລາຍລະອຽດ ທີ່ຫົວຂໍ້ວ່າ
“ສັມມັຕຕະສິບຂອງພຣະອະເສຂະ” ໜ້າ ໕໕໖ ແລະທີ່ໜ້າ ໕໕໗ ແຫ່ງໜັງສືເຫຼັ້ມນີ້.
ບໍ່ຕ້ອງອາໄສປັຈຈັຍຈາກໃດອື່ນ ໃນສາຣະແຫ່ງພຣົມມະຈັນຣຍ໌,
ບໍ່ຫວັ່ນໄຫວໃນເພາະວິທາ (ຄວາມຖືໂຕ, ຄວາມຍິ່ງ, ຄວາມຈອງຫອງ) ທັງຫຼາຍ,
ພົ້ນພິເສດແລ້ວຈາກການຕ້ອງມີພົບໃໝ່, ບັນລຸແລ້ວຕາມລໍາດັບ ຊຶ່ງທັນຕະພູມ໗,
ທ່ານຊະນະໂລກແລ້ວ ທັງເບື້ອງເທິງ ເບື້ອງຂວາງ ແລະເບື້ອງລຸ່ມ,
ນັນທິ (ຄວາມເພີນ) ຂອງທ່ານບໍ່ມີ,
ທ່ານປະກາດທັມ ໃນລັກສະນະ ບັນລືສີຫະນາດ,
ທ່ານເປັນຜູ້ຮູ້ໃນໂລກ ຢ່າງບໍ່ມີຜູ້ຮູ້ອື່ນຍິ່ງກວ່າ, ດັ່ງນີ້ແລ.

- ຂັນທະ. ສັງ. ໑໗/໑໐໑/໑໕໓.

ພຣະອໍຣະຫັນຕ໌ເລີດກວ່າພະວັຄຄະພຣົມ

ພິກຂຸ ທ. ! ຮູບ....ເວທະນາ.....ສັນຍາ.....ສັງຂາຣ.....ວິນຍານ (ແຕ່ລະຢ່າງ) ບໍ່ທ່ຽງ; ສິ່ງໃດບໍ່ທ່ຽງສິ່ງນັ້ນເປັນທຸກຂ໌; ສິ່ງໃດເປັນທຸກຂ໌ ສິ່ງນັ້ນເປັນອະນັຕຕາ; ສິ່ງໃດເປັນອະນັຕຕາ ສິ່ງນັ້ນອັນບຸຄຄົລຍ່ອມເຫັນດ້ວຍປັນຍາ ໂດຍຊອບຕາມທີ່ເປັນຈິງ ເຊັ່ນນີ້ວ່າ “ນັ້ນບໍ່ແມ່ນຂອງເຮົາ (ເນຕັງ ມະມະ) ນັ້ນບໍ່ແມ່ນເຮົາ (ເນໂສຫະມັດສະມິ) ນັ້ນບໍ່ແມ່ນຕົວຕົນຂອງເຮົາ (ນະ ເມໂສ ອັຕຕາ)” ດັ່ງນີ້.

ພິກຂຸ ທ. ! ອະຣິຍະສາວົກຜູ້ມີການສະດັບ ເມື່ອເຫັນຢູ່ເຊັ່ນນີ້ ຍ່ອມເບື່ອໜ່າຍ ແມ່ນແຕ່ໃນຮູບ ແມ່ນແຕ່ໃນເວທະນາ ແມ່ນແຕ່ໃນສັນຍາ ແມ່ນແຕ່ໃນສັງຂາຣ ແມ່ນແຕ່ໃນວິນຍານ. ເມື່ອເບື່ອໜ່າຍ ຍ່ອມຄາຍກໍາໜັດ; ເພາະຄາຍກໍາໜັດ ຍ່ອມຫຼຸດພົ້ນ; ເມື່ອຫຼຸດພົ້ນແລ້ວ ຍ່ອມມີຍານຢັ່ງຮູ້ວ່າຫຼຸດພົ້ນແລ້ວ. ອະຣິຍະສາວົກນັ້ນ ຍ່ອມຮູ້ແຈ່ມແຈ້ງວ່າ “ຊາດດັບສິ້ນແລ້ວ ພຣົມມະຈັນຣຍ໌ຢູ່ຈົບແລ້ວ ກິດທີ່ຄວນເຮັດໄດ້ເຮັດສໍາເລັດແລ້ວ ກິດອື່ນທີ່ຈະຕ້ອງເຮັດເພື່ອຄວາມເປັນເຊັ່ນນີ້ ບໍ່ໄດ້ມີອີກ” ດັ່ງນີ້.

ພິກຂຸ ທ. ! ສັຕຕາວາສະ ມີປະມານເທົ່າໃດ ພະວັຄຄະ (ພຣົມ) ມີປະມານ ເທົ່າໃດ ພວກທີ່ເລີດປະເສີດໃນໂລກ ຄື ພວກພຣະອໍຣະຫັນຕ໌ ແລ.
- ຂັນທະ. ສັງ. ໑໗/໑໐໑/໑໕໒.

໗. ພູມແຫ່ງຜູ້ຝຶກຕົນເຖິງທີ່ສຸດແລ້ວ ຄືພຣະອໍຣະຫັນຕ໌.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ