ຄວາມສໍາຄັນຜິດເປັນເຫດໃຫ້ເກີດນັນທິ (ຄວາມເພີນ)
ສັງໂຍດ
ພິກຂຸ ທ. ! ໃນໂລກນີ້ປຸຖຸຊົນ ຜູ້ບໍ່ມີການສະດັບ ບໍ່ເຫັນພຣະອະຣິຍະເຈົ້າ ບໍ່ສະຫຼາດໃນທັມຂອງພຣະອະຣິຍະເຈົ້າ ບໍ່ໄດ້ຮັບການແນະນໍາໃນທັມຂອງພຣະອະຣິຍະເຈົ້າ, ບໍ່ເຫັນສັບບຸຣຸສ ບໍ່ສະຫຼາດໃນທັມຂອງສັບບຸຣຸສ ບໍ່ໄດ້ຮັບການແນະນໍາໃນທັມຂອງສັບບຸຣຸສ. ປຸຖຸຊົນນັ້ນ ຍ່ອມຮູ້ສຶກຊຶ່ງດິນ ໂດຍຄວາມເປັນດິນ; ຄັນຮູ້ສຶກຊຶ່ງດິນ ໂດຍຄວາມເປັນດິນແລ້ວ ຍ່ອມສໍາຄັນໝັ້ນໝາຍຊຶ່ງດິນ; ຍ່ອມສໍາຄັນໝັ້ນໝາຍໃນດິນ; ຍ່ອມສໍາຄັນໝັ້ນໝາຍ ໂດຍຄວາມເປັນດິນ; ຍ່ອມສໍາຄັນໝັ້ນໝາຍວ່າ ດິນຂອງເຮົາ; ຍ່ອມເພີນຢ່າງຍິ່ງຊຶ່ງດິນ. ຂໍ້ນັ້ນເພາະເຫຕໃດໜໍ ? ຂໍ້ນັ້ນເຮົາກ່າວວ່າ ເພາະຄວາມບໍ່ກໍານົດຮອບຮູ້ຊຶ່ງດິນ.
(ໃນກໍລະນີ ແຫ່ງທັມອື່ນອີກ ໒໓ ຢ່າງຄື ນໍ້າ ໄຟ ລົມ ພູຕະສັຕ ເທບ ປະຊາບໍດີ ພຣົມ ອາພັດສະຣະພຣົມ ສຸພະກິນຫະພຣົມ ເວຫັບຜະລະພຣົມ ອະພິພູ ອາກາສານັນຈາຢະຕະນະ ວິນຍານັນຈາຢະຕະນະ ອາກິນຈັນຍາຢະຕະນະ ເນວະສັນຍານາສັນຍາຢະຕະນະ ຮູບທີ່ເຫັນແລ້ວ ສຽງທີ່ໄດ້ຍິນແລ້ວ ສິ່ງທີ່ຮູ້ສຶກແລ້ວທາງດັງ, ລີ້ນ, ຜິວກາຍ ສິ່ງທີ່ຮູ້ແຈ້ງແລ້ວ ເອກະພາວະ ນານາພາວະ ສິ່ງທັງປວງ ແລະນິພພານ, ແຕ່ລະຢ່າງໆ ພຣະຜູ້ມີພຣະພາດ ໄດ້ຕຣັດວ່າ ສັຕຍ່ອມສໍາຄັນຜິດ ໃນຄວາມເປັນຂອງຕົນເປັນຕົ້ນ ແລ້ວເພີດເພີນສະເພາະ ຕໍ່ສິ່ງນັ້ນໆ ເພາະຄວາມບໍ່ຮອບຮູ້ຕໍ່ສິ່ງນັ້ນໆ ຈຶ່ງກ່າວໄດ້ວ່າ ຄວາມສໍາຄັນຜິດ ເປັນເຫຕໃຫ້ເກີດນັນທິ).
- ມູ. ມ. ໑໒/໑/໒.