ພຣະອະຣິຍະບຸຄຄົລລະສັງໂຍດໄດ້ຕ່າງກັນ

ໂສດາບັນ

0:00/0:00
ພິກຂຸ ທ. ! ບຸຄຄົລ ໔ ຈໍາພວກເຫຼົ່ານີ້ ມີຢູ່ໃນໂລກ ຫາໄດ້ໂລກ. ສີ່ຈໍາພວກເຫຼົ່າໃດແດ່ ? ສີ່ຈໍາພວກຄື :-

(໑) ບຸຄຄົລ ບາງຄົນໃນໂລກນີ້ ມີສັງໂຍຊນ໌ສ່ວນເບື້ອງຕໍ່າທັງຫຼາຍ ທີ່ຍັງລະບໍ່ໄດ້, ມີສັງໂຍຊນ໌ໂຕເຫຕໃຫ້ຕ້ອງເກີດອີກ ທີ່ຍັງລະບໍ່ໄດ້, ແລະມີສັງໂຍຊນ໌ໂຕເຫຕໃຫ້ຕ້ອງມີພົບ ທີ່ຍັງລະບໍ່ໄດ້.

(໒) ບຸຄຄົລ ບາງຄົນໃນໂລກນີ້ ລະສັງໂຍຊນ໌ສ່ວນເບື້ອງຕໍ່າທັງຫຼາຍໄດ້ແລ້ວ ແຕ່ມີສັງໂຍຊນ໌ໂຕເຫຕໃຫ້ຕ້ອງເກີດອີກ ທີ່ຍັງລະບໍ່ໄດ້, ມີສັນໂຍຊນ໌ໂຕເຫຕໃຫ້ຕ້ອງມີພົບ ທີ່ຍັງລະບໍ່ໄດ້.

(໓) ບຸຄຄົລ ບາງຄົນໃນໂລກນີ້ ລະສັນໂຍຊນ໌ສ່ວນເບື້ອງຕໍ່າທັງຫຼາຍໄດ້ແລ້ວ ທັງຍັງລະສັນໂຍຊນ໌ໂຕເຫຕໃຫ້ມີການເກີດອີກໄດ້ດ້ວຍ, ແຕ່ມີສັນໂຍຊນ໌ໂຕເຫຕໃຫ້ຕ້ອງມີພົບ ທີ່ຍັງລະບໍ່ໄດ້.

(໔) ບຸຄຄົລບາງຄົນໃນໂລກນີ້ ລະສັນໂຍຊນ໌ເບື້ອງຕໍ່າທັງຫຼາຍໄດ້ແລ້ວ ລະສັນໂຍຊນ໌ໂຕເຫຕໃຫ້ຕ້ອງເກີດອີກໄດ້ແລ້ວ ແລະຍັງລະສັນໂຍຊນ໌ໂຕເຫຕໃຫ້ຕ້ອງມີພົບໄດ້ອີກດ້ວຍ.

(ປະເພດທີ ໑) ພິກຂຸ ທ. ! ພຣະສະກະທາຄາມີນີ້ແລ ເປັນຜູ້ຍັງລະສັນໂຍຊນ໌ ສ່ວນເບື້ອງຕໍ່າທັງຫຼາຍບໍ່ໄດ້ທັງໝົດ ລະສັນໂຍຊນ໌ໂຕເຫຕໃຫ້ຕ້ອງເກີດອີກຍັງບໍ່ໄດ້ ແລະລະສັນໂຍຊນ໌ໂຕເຫຕໃຫ້ຕ້ອງມີພົບ ຍັງບໍ່ໄດ້.
(ປະເພດທີ ໒) ພິກຂຸ ທ. ! ພຣະອະນາຄາມີ ພວກທີ່ມີກະແສໃນເບື້ອງເທິງ ໄປສູ່ອະກະນິຕຖະພົບ ນີ້ແລ ເປັນຜູ້ລະສັນໂຍຊນ໌ເບື້ອງຕໍ່າທັງຫຼາຍໄດ້ທັງໝົດ ແຕ່ຍັງລະສັນໂຍຊນ໌ໂຕເຫຕໃຫ້ຕ້ອງເກີດອີກບໍ່ໄດ້ ແລະລະສັນໂຍຊນ໌ໂຕເຫຕໃຫ້ຕ້ອງມີພົບຍັງບໍ່ໄດ້.
(ປະເພດທີ ໓) ພິກຂຸ ທ. ! ພຣະອະນາຄາມີ ພວກທີ່ຈະປະຣິນິພພານໃນລະຫວ່າງ ນີ້ແລ ເປັນຜູ້ລະສັນໂຍຊນ໌ ເບື້ອງຕໍ່າທັງຫຼາຍໄດ້ດ້ວຍ ລະສັນໂຍຊນ໌ໂຕເຫຕໃຫ້ຕ້ອງເກີດອີກໄດ້ດ້ວຍ ແຕ່ຍັງລະສັນໂຍຊນ໌ໂຕເຫຕໃຫ້ມີພົບບໍ່ໄດ້.
(ປະເພດທີ ໔) ພິກຂຸ ທ. ! ພຣະອໍຣະຫັນຕ໌ຂີນາສົບ ນີ້ແລ ເປັນຜູ້ທີ່ລະສັນໂຍຊນ໌ເບື້ອງຕໍ່າທັງຫຼາຍໄດ້ ລະສັນໂຍຊນ໌ໂຕເຫຕໃຫ້ຕ້ອງເກີດອີກໄດ້ ແລະຍັງລະສັນໂຍຊນ໌ໂຕເຫຕໃຫ້ຕ້ອງມີພົບໄດ້ອີກດ້ວຍ.
ພິກຂຸ ທ. ! ເຫຼົ່ານີ້ ຄືບຸຄຄົລ ໔ ຈໍາພວກ ມີຢູ່ໃນໂລກ ຫາໄດ້ໃນໂລກ.

- ຈຕຸກກະ. ອັງ. ໒໑/໑໘໑/໑໓໑.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ