ມີສີລງາມ-ທັມງາມ-ປັນຍາງາມ ກໍເປັນເກພະລີ !

ທໍາໃນເບື້ອງຕົ້ນ

0:00/0:00
ພິກຂຸ ທ. ! ພິກຂຸຜູ້ມີກັນລະຍານະສີລ ມີກັນລະຍານະທັມ ມີກັນລະຍານະປັນຍາ ເຮົາກ່າວວ່າເປັນ ເກພະລີ ຢູ່ຈົບພຣົມມະຈັນຣຍ໌ ເປັນອຸດຕະມະບຸຣຸສ ໃນທັມວິນັຍນີ້.

ພິກຂຸ ທ. ! ພິກຂຸເປັນຜູ້ມີກັນລະຍານະສີລ ເປັນແນວໃດໜໍ ? ພິກຂຸ ທ. !ພິກຂຸໃນກໍລະນີນີ້ ເປັນຜູ້ມີສີລ ສັງລວມດ້ວຍການສັງລວມໃນປາຕິໂມກຂ໌ ເຖິງພ້ອມດ້ວຍມາຣະຍາດ ແລະໂຄຈອນ ມີປົກກະຕິເຫັນເປັນພັຍໃນໂທດທັງຫຼາຍ ເຖິງແມ່ນວ່າມີປະມານເລັກນ້ອຍ ສະມາທານສຶກສາ ໃນສິກຂາບົດທັງຫຼາຍຢູ່. ພິກຂຸ ທ. ! ເຊັ່ນນີ້ແລເອີ້ນວ່າ ພິກຂຸ ເປັນຜູ້ມີກັນລະຍານະສີລ. ດ້ວຍອາການພຽງເທົ່ານີ້ແລ ຊື່ວ່າ ມີກັນລະຍານະສີລ.

ພິກຂຸ ທ. ! ພິກຂຸເປັນຜູ້ມີກັນລະຍານະທັມ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ້ຕາມປະກອບຊຶ່ງຄວາມພຽນ ໃນການຈະເຣີນໂພທິປັກຂິຍະທັມ ໓໗ ປະການຢູ່. ພິກຂຸ ທ. ! ເຊັ່ນນີ້ແລເອີ້ນວ່າ ພິກຂຸ ເປັນຜູ້ມີກັນລະຍານະທັມ. ດ້ວຍອາການພຽງເທົ່ານີ້ແລຊື່ວ່າ ມີກັນລະຍານະສີລ ມີກັນລະຍານະທັມ.

ພິກຂຸ ທ. ! ພິກຂຸ ເປັນຜູ້ມີກັນລະຍານະປັນຍາ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເຮັດໃຫ້ແຈ້ງຊຶ່ງເຈໂຕວິມຸຕຕິ ປັນຍາວິມຸຕຕິ ອັນຫາອາສະວະບໍ່ໄດ້ ເພາະຄວາມດັບສິ້ນໄປແຫ່ງອາສະວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງ ໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່. ພິກຂຸ ທ. ! ເຊັ່ນນີ້ແລເອີ້ນວ່າ ພິກຂຸ ເປັນຜູ້ມີກັນລະຍານະປັນຍາ. ດ້ວຍອາການດັ່ງນີ້ແລ ພິກຂຸຊື່ວ່າ ມີກັນລະຍານະສີລ ມີກັນລະຍານະທັມ ມີກັນລະຍານະປັນຍາ; ເຮົາເອີ້ນວ່າເປັນ ເກພະລີ ຢູ່ຈົບພຣົມມະຈັນຣຍ໌ ເປັນອຸຕຕະມະບຸຣຸສ ໃນທັມວິນັຍນີ້.
- ອິຕິວຸ. ຂຸ. ໒໕/໓໐໓/໒໗໗.

(ຄໍາວ່າ ເກພະລີ ເປັນຄໍາບູຮານ ມີຄວາມສໍາຄັນ ໃຊ້ເວົ້າກັນທົ່ວໄປ ເຊັ່ນດຽວກັບຄໍາວ່າ ອໍຣະຫັນຕ໌; ມາບັດນີ້ເຮົາບໍ່ໄດ້ຍິນຄຳນີ້ ເພາະບໍ່ນໍາມາໃຊ້ ຖ້ານໍາມາໃຊ້ ກໍແປໃຫ້ມີຄວາມໝາຍເປັນຢ່າງໃດຢ່າງໜຶ່ງ ໄປຈົນໝົດຄວາມສັກສິດ ບໍ່ໃຊ້ຄໍາວ່າເກພະລີ ຈຶ່ງບໍ່ຄ່ອຍຄຸ້ນຫູ ເໝືອນຄໍາວ່າ ອໍຣະຫັນຕ໌. ຂໍໃຫ້ເຮົາໃຊ້ຄໍາວ່າ ເກພະລີ ນີ້ໃຫ້ຕິດປາກ ໃຫ້ຄຸ້ນຫູ ກໍຈະໄດ້ມີຄໍາສໍາຄັນໃຊ້ກັນຫຼາຍຂຶ້ນ ກ້ວາງຂວາງອອກໄປ ໃນຖານະເປັນເຄື່ອງເຕືອນໃຈ. ຄໍາວ່າສີລງາມ-ທັມງາມ-ປັນຍາງາມ ກໍຄືອະຣິຍະອັຕຖັງຄິກະມັຄຄະນັ້ນເອງ ດັ່ງທີ່ພຣະອົງຄ໌ຕຣັດໄວ້ ໃນອະຣິຍະສັຈຈ໌ຈາກພຣະໂອຕຖະ ພາກປາຍໜ້າ ໑໔໘໔ ຄໍາວ່າ “ກັນລະຍານະວັຕ” ຄືອະຣິຍະມັຄຄະມີອົງຄ໌ ໘ ຜົລແຫ່ງອະຣິຍະອັຕຖັງຄິກະມັຄຄະ ຄືຄວາມເປັນ ເກພະລີ).
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ