ຂໍ້ປະພຶດ ປະຕິບັດຕໍ່ທິດທັ້ງ 6

ຄູ່ສົມຣົດ

0:00/0:00
ອະລິຍະສາວົກເປັນຜູ້ປົກປິດທິດທັ້ງ ໖ ໃຫ້ເກສົມສຳລານ ໃຫ້ບໍ່ມີໄພ ໂດຍປະພຶດແລະປະຕິບັດ ດັ່ງນີ້

**ທິດເບື້ອງຫນ້າ ຄື ມາດາແລະບິດາ**
ຊຶ່ງບຸດພຶງບຳລຸງດ້ວຍສະຖານ ໕ ຄື ຕັ້ງໃຈໄວ້ວ່າທ່ານລ້ຽງເຮົາມາ ເຮົາຈະລ້ຽງທ່ານຕອບ ຮັບເຮັດກິດຂອງທ່ານ ດຳລົງວົງສະກຸນ ປະຕິບັດຕົນໃຫ້ເປັນຜູ້ສົມຄວນຮັບທະຮັບມໍລະດົກ ແລະເມື່ອທ່ານລະໄປແລ້ວ ຕາມເພີ່ມໃຫ້ຊຶ່ງທັກສິນາ
ສ່ວນມາດາບິດາ ຍ່ອມອະນຸເຄາະບຸດດ້ວຍສະຖານ ໕ ຄື ຫ້າມຈາກຄວາມຊົ່ວ ໃຫ້ຕັ້ງຢູ່ໃນຄວາມດີ ໃຫ້ສຶກສາສິນປະວິດຍາ ຫາພັນລະຍາທີ່ສົມຄວນໃຫ້ ແລະມອບທະຮັບໃຫ້

**ທິດເບື້ອງຂວາ ຄື ອາຈານ**
ຊຶ່ງສິດພຶງບຳລຸງດ້ວຍສະຖານ ໕ ຄື ລຸກຂຶ້ນຢືນຮັບ ເຂົ້າໄປຢືນຄອຍຮັບໃຊ້ ເຊື່ອຟັງ ເຮັດການປອນນິບັດ ແລະຮຽນສິນປະວິດຍາໂດຍເຄົາລົບ
ສ່ວນອາຈານ ຍ່ອມອະນຸເຄາະສິດດ້ວຍສະຖານ ໕ ຄື ແນະນຳດີ ໃຫ້ຮຽນດີ ບອກສິດດ້ວຍດີໃນສິນປະວິດຍາທັ້ງຫມົດ ຍົກຍ່ອງໃຫ້ປາກົດໃນເພື່ອນຝູງ ແລະເຮັດຄວາມປ້ອງກັນໃນທິດທັ້ງຫລາຍ

**ທິດເບື້ອງຫລັງ ຄື ບຸດແລະພັນລະຍາ**
ຊຶ່ງສາມີພຶງບຳລຸງພັນລະຍາດ້ວຍສະຖານ ໕ ຄື ຍົກຍ່ອງວ່າເປັນພັນລະຍາ ບໍ່ດູຫມິ່ນ ບໍ່ປະພຶດນອກໃຈ ມອບຄວາມເປັນໃຫຍ່ໃຫ້ ແລະໃຫ້ເຄື່ອງແຕ່ງຕົວ
ສ່ວນພັນລະຍາ ຍ່ອມອະນຸເຄາະສາມີດ້ວຍສະຖານ ໕ ຄື ຈັດການງານດີ ສົງເຄາະຄົນຂ້າງຄຽງຂອງສາມີ ບໍ່ປະພຶດນອກໃຈ ຮັກສາທະຮັບທີ່ສາມີຫາມາໄດ້ ແລະຂະຍັນບໍ່ເກຍຄ້ານໃນກິດການທັ້ງປວງ

**ທິດເບື້ອງຊ້າຍ ຄື ມິດແລະອຳມາດ**
ຊຶ່ງກຸນບຸດພຶງບຳລຸງດ້ວຍສະຖານ ໕ ຄື ການໃຫ້ປັນ ເຈລະຈາຖ້ອຍຄຳເປັນທີ່ຮັກ ປະພຶດປະໂຫຍດ ດ້ວຍຄວາມເປັນຜູ້ມີຕົນເສມີ ແລະບໍ່ແກ້ງກ່າວໃຫ້ຄາດຈາກຄວາມຈິງ
ສ່ວນມິດ ຍ່ອມອະນຸເຄາະກຸນບຸດດ້ວຍສະຖານ ໕ ຄື ຮັກສາມິດຜູ້ປະມາດແລ້ວ ຮັກສາທະຮັບຂອງມິດຜູ້ປະມາດແລ້ວ ເມື່ອມິດມີໄພເອົາເປັນທີ່ພຶ່ງໄດ້ ບໍ່ລະທິ້ງໃນຍາມວິບັດ ແລະນັບຖືຕະຫລອດເຖິງວົງສະຂອງມິດ

**ທິດເບື້ອງຕ່ຳ ຄື ຜູ້ໃຕ້ບັງຄັບບັນຊາ ທາສແລະກຳມະກອນ**
ຊຶ່ງນາຍພຶງບຳລຸງດ້ວຍສະຖານ ໕ ຄື ຈັດການງານໃຫ້ເຮັດຕາມສົມຄວນແກ່ກຳລັງ ໃຫ້ອາຫານແລະລາງວັນ ຮັກສາໃນຄາວເຈັບໄຂ້ ແຈກຂອງມີລົດແປງປະຫລາດໃຫ້ກິນ ແລະດ້ວຍປ່ອຍໃນສະໄຫມ
ສ່ວນທາສກຳມະກອນ ຍ່ອມອະນຸເຄາະນາຍດ້ວຍສະຖານ ໕ ຄື ລຸກຂຶ້ນເຮັດງານກ່ອນນາຍ ເລີກງານທີຫລັງນາຍ ຖືເອົາແຕ່ຂອງທີ່ນາຍໃຫ້ ເຮັດງານໃຫ້ດີຂຶ້ນ ແລະນຳຄຸນຂອງນາຍໄປສັນເສີນ

**ທິດເບື້ອງເທິງ ຄື ສະມະນະພາຫມະນ**
ຊຶ່ງກຸນບຸດພຶງບຳລຸງດ້ວຍສະຖານ ໕ ຄື ດ້ວຍກາຍກຳ ວະຈີກຳແລະມະໂນກຳທີ່ປະກອບດ້ວຍເມດຕາ ດ້ວຍການເປີດປະຕູຕ້ອນຮັບ ແລະໃຫ້ອາມິດທານເນື່ອງໆ
ສ່ວນສະມະນະພາຫມະນ ຍ່ອມອະນຸເຄາະກຸນບຸດດ້ວຍສະຖານ ໖ ຄື ຫ້າມບໍ່ໃຫ້ເຮັດຄວາມຊົ່ວ ໃຫ້ຕັ້ງຢູ່ໃນຄວາມດີ ອະນຸເຄາະດ້ວຍນ້ຳໃຈອັນງາມ ໃຫ້ໄດ້ຟັງສິ່ງທີ່ຍັງບໍ່ເຄີຍຟັງ ເຮັດສິ່ງທີ່ເຄີຍຟັງແລ້ວໃຫ້ແຈ່ມແຈ້ງ ແລະບອກທາງສະຫວັນໃຫ້

ຄະຣຶຫັດຄວນນອບນ້ອມທິດເຫລົ່ານີ້ ບັນດິດຜູ້ເຖິງພ້ອມດ້ວຍສິນ ເປັນຄົນລະອຽດແລະມີໄຫວພິບ ມີຄວາມປະພຶດເຈຍມຕົນ ບໍ່ດື້ ມີປັນຍາ ສົງເຄາະແສວງຫາມິດທີ່ດີ ຮູ້ເທົ່າຖ້ອຍຄຳທີ່ກ່າວ ປາດສະຈາກຕະໜີ່ ເປັນຜູ້ແນະນຳສະແດງເຫດຜົນຕ່າງໆ ຍ່ອມໄດ້ຍົດ ຄົນເໝັ່ນບໍ່ກຽດຄ້ານ ຍ່ອມບໍ່ຫວັ່ນໄຫວໃນອັນຕະລາຍທັ້ງຫລາຍ

ທັມ ໔ ປະການ ໄດ້ແກ່ ການໃຫ້ ເຈລະຈາໄພເລາະ ປະພຶດໃຫ້ເປັນປະໂຫຍດ ແລະຄວາມເປັນຜູ້ມີຕົນເສມີໃນທັມທັ້ງຫລາຍໃນຄົນນັ້ນໆ ຕາມຄວນ ເປັນທັມເຄື່ອງຍຶດເຫນຍວນ້ຳໃຈໃນໂລກ ຊຶ່ງຖ້າມາດາແລະບິດາບໍ່ມີທັມເຫລົ່ານີ້ ຈະບໍ່ໄດ້ຮັບຄວາມນັບຖືບູຊາຈາກບຸດ ເມື່ອບັນດິດທັ້ງຫລາຍພິຈາລະນາເຫັນທັມເຄື່ອງຍຶດເຫນຍວເຫລົ່ານີ້ໂດຍຊອບ ຍ່ອມເຖິງຄວາມເປັນໃຫຍ່ ແລະເປັນຜູ້ອັນຫມູ່ຊົນສັນເສີນທົ່ວຫນ້າ

ເມື່ອຈົບເທດສະນາ ສິງຄາລະກະຂໍເຖິງພະຜູ້ມີພະພາກ ພະທັມ ແລະພະພິກສຸສົງຄວ່າເປັນສະລະນະ ປະກາດຕົນເປັນອຸບາສົກຜູ້ເຖິງພະລັດຕະນະໄຕເປັນສະລະນະຕະຫລອດຊີວິດ ຕັ້ງແຕ່ວັນນີ້ເປັນຕົ້ນໄປ

**ອ້າງອິງ**
ພະສຸດຕັນຕະປິຎົກເຫຼັ້ມ ໓ ຂໍ້ [໑໗໒] ເຖິງຂໍ້ [໒໐໖] ສິງຄາລະກະສູດ
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ