ຫຼັກເກນພະຍາກອນພາວະໂສດາບັນຂອງຕົນເອງ

ໂສດາບັນ

0:00/0:00
ຄະຫະບໍດີ ! ໃນກາລໃດ ພັຍເວຣຫ້າປະການ ອັນອະຣິຍະສາວົກ ເຮັດໃຫ້ສະຫງົບ ລະງັບໄດ້ແລ້ວດ້ວຍ. ອະຣິຍະສາວົກ ປະກອບພ້ອມແລ້ວດ້ວຍໂສຕາປັດຕິຢັງຄະສີ່ດ້ວຍ. ອະຣິຢະຍາຢະທັມ ເປັນທັມທີ່ອະຣິຍະສາວົກ ເຫັນແລ້ວດ້ວຍດີ ແທງຕະຫຼອດແລ້ວດ້ວຍດີ ດ້ວຍປັນຍາດ້ວຍ; ໃນກາລນັ້ນ ອະຣິຍະສາວົກນັ້ນ ເມື່ອຫວັງຢູ່ກໍພະຍາກອນຕົນດ້ວຍຕົນນັ້ນແຫຼະວ່າ “ເຮົາເປັນຜູ້ມີນະຣົກດັບສິ້ນແລ້ວ ມີກໍາເນີດເດຣັດສານດັບສິ້ນແລ້ວ ມີເປຕະວິໄສດັບສິ້ນແລ້ວ ມີອະບາຍ ທຸຄະຕິ ວິນິບາຕດັບສິ້ນແລ້ວ, ເຮົາເປັນຜູ້ເຖິງແລ້ວຊຶ່ງກະແສ (ແຫ່ງນິພພານ) ມີຄວາມບໍ່ຕົກຕໍ່າ ເປັນທັມມະດາ ເປັນຜູ້ທ່ຽງແທ້ຕໍ່ນິພພານ ມີການຕຣັສຮູ້ພ້ອມ ເປັນເບື້ອງໜ້າ” ດັ່ງນີ້.

ຄະຫະບໍດີ ! ພັຍເວຣ ໕ ປະການ ອັນອະຣິຍະສາວົກເຮັດໃຫ້ສະຫງົບລະງັບໄດ້ແລ້ວ ເປັນແນວໃດໜໍ ? ຄະຫະບໍດີ ! ບຸຄຄົລ ຜູ້ຂ້າສັຕຢູ່ເປັນປົກກະຕິຍ່ອມປະສົບພັຍເວຣໃດ ໃນທິຕຖະທັມແດ່, ໃນສັມປະຣາຍະແດ່ ຍ່ອມສະເຫວີຍທຸກຂະໂທມະນັດສະທາງໃຈແດ່, ເພາະປານາຕິບາຕເປັນປັຈຈັຍ; ຜູ້ເວັ້ນຂາດແລ້ວຈາກປານາຕິບາຕ ຍ່ອມບໍ່ປະສົບພັຍເວຣນັ້ນ ທັງໃນທິຕຖະທັມແລະສັມປະຣາຍະ ບໍ່ຕ້ອງສະເຫວີຍທຸກຂະໂທມະນັດສະທາງໃຈດ້ວຍ, ເມື່ອອະຣິຍະສາວົກ ເວັ້ນຂາດແລ້ວຈາກປານາຕິບາຕ ພັຍເວຣນັ້ນຍ່ອມເປັນສິ່ງສະຫງົບລະງັບໄປ ດ້ວຍອາການດັ່ງນີ້.

(ໃນກໍຣະນີ ແຫ່ງອະທິນນາທານ ກາເມສຸມິຈສາຈາຣ ມຸສາວາດ ແລະສຸຣາເມຣະຍະມັຊຊະປານະ ກໍໄດ້ຕຣັດຂໍ້ຄວາມໄວ້ໂດຍເຊັ່ນດຽວກັນ. ເລື່ອງຄວນເບິ່ງປະກອບ ແລະພິຈາຣະນາໃນເຫຼັ້ມນີ້ໜ້າ ໕໘໓ ເບິ່ງຖານະທີ່ບໍ່ອາດເປັນໄດ້ ຂອງໂສດາບັນ; ໃນອຣິຍ.ໂອ. ປາຍໜ້າ ໑໐໗໘-໑໐໗໙ ແລະ ໑໐໘໔-໑໐໘໙ ສັງເກດຄວາມມີວິບາກຢ່າງເບົາ ຂອງຜູ້ບົກພ່ອງສີລ ໕ ທີ່ໄດ້ຕຣັດໄວ້ ຊຶ່ງບໍ່ໄດ້ໄປສູ່ອະບາຍ ຜົລຂອງໂສດາບັນ ທີ່ຈະບໍ່ມີການນໍາໄປສູ່ອະບາຍແລະການຜິດສີລ ໕ ທີ່ເຮັດເປັນປົກກະຕິ; ໃນພຸ.ໂອ. ໜ້າ ໔໐໘-໔໑໑ ເບິ່ງສີລ ໕ ຄົບແຕ່ອາດໄປອະບາຍເພາະເຫຕໃດ).

ຄະຫະບໍດີ ! ພັຍເວຣ ທັງຫ້າເຫຼົ່ານີ້ ເປັນສິ່ງ ທີ່ສະຫງົບ ລະງັບແລ້ວ.
ຄະຫະບໍດີ ! ອະຣິຍະສາວົກ ເປັນຜູ້ປະກອບພ້ອມແລ້ວ ດ້ວຍອົງຄ໌ແຫ່ງການບັນລຸຊຶ່ງໂສດາ ໔ ອົງຄ໌ ແນວໃດໜໍ ? (໑) ຄະຫະບໍດີ ! ອະຣິຍະສາວົກໃນກໍລະນີນີ້ ເປັນຜູ້ປະກອບພ້ອມແລ້ວ ດ້ວຍຄວາມເຫຼື້ອມໃສອັນຢັ່ງລົງໝັ້ນ ບໍ່ຫວັ່ນໄຫວໃນ ພຣະພຸດທະເຈົ້າ ວ່າ “ເພາະເຫຕຢ່າງນີ້ໆ ພຣະຜູ້ມີພຣະພາຄເຈົ້ານັ້ນ ເປັນຜູ້ໄກຈາກກິເລສ ຕຣັສຮູ້ຊອບໄດ້ໂດຍພຣະອົງຄ໌ເອງ ເປັນຜູ້ເຖິງພ້ອມດ້ວຍວິຊຊາແລະຈະຣະນະ ເປັນຜູ້ໄປແລ້ວດ້ວຍດີ ເປັນຜູ້ຮູ້ໂລກຢ່າງແຈ່ມແຈ້ງ ເປັນຜູ້ສາມາດຝຶກຄົນທີ່ຄວນຝຶກຢ່າງບໍ່ມີໃຜຍິ່ງກວ່າ ເປັນຄຣູຂອງເທວະດາແລະມະນຸສສ໌ທັງຫຼາຍ ເປັນຜູ້ຮູ້ຜູ້ຕື່ນຜູ້ເບີກບານດ້ວຍທັມ ເປັນຜູ້ມີຄວາມຈະເຣີນຈໍາແນກທັມສັ່ງສອນສັຕ” ດັ່ງນີ້. (໒) ຄະຫະບໍດີ ! ອະຣິຍະສາວົກ ໃນກໍລະນີນີ້ ເປັນຜູ້ປະກອບພ້ອມແລ້ວດ້ວຍຄວາມເຫຼື້ອມໃສອັນຢັ່ງລົງໝັ້ນ ບໍ່ຫວັ່ນໄຫວໃນ ພຣະທັມ ວ່າ “ພຣະທັມ ເປັນສິ່ງທີ່ ພຣະຜູ້ມີພຣະພາຄເຈົ້າຕຣັດໄວ້ດີແລ້ວ ເປັນສິ່ງທີ່ຜູ້ສຶກສາແລະປະຕິບັຕຍ່ອມເຫັນໄດ້ດ້ວຍຕົນເອງ ເປັນສິ່ງທີ່ປະຕິບັຕໄດ້ແລະໃຫ້ຜົລໄດ້ບໍ່ຈໍາກັດກາລະ ເປັນສິ່ງທີ່ຄວນກ່າວກັບຜູ້ອື່ນວ່າທ່ານຈົ່ງມາເບິ່ງເຖີ້ນ ເປັນສິ່ງທີ່ຄວນນ້ອມເຂົ້າມາໃສ່ໂຕ ເປັນສິ່ງທີ່ຜູ້ຮູ້ກໍຮູ້ໄດ້ສະເພາະຕົນ” ດັ່ງນີ້. (໓) ຄະຫະບໍດີ ! ອະຣິຍະສາວົກ ໃນກໍລະນີນີ້ ເປັນຜູ້ປະກອບພ້ອມແລ້ວ ດ້ວຍຄວາມເຫຼື້ອມໃສອັນຢັ່ງລົງໝັ້ນບໍ່ຫວັ່ນ ໄຫວໃນ ພຣະສົງຄ໌ ວ່າ “ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເຈົ້າ ເປັນຜູ້ປະຕິບັຕດີແລ້ວ ເປັນຜູ້ປະຕິບັຕຊື່ຕົງແລ້ວ ເປັນຜູ້ປະຕິບັຕເພື່ອຮູ້ທັມ ເປັນເຄື່ອງອອກຈາກທຸກຂ໌ແລ້ວ ເປັນຜູ້ປະຕິບັຕສົມຄວນແລ້ວ ໄດ້ແກ່ບຸຄຄົລເຫຼົ່ານີ້ ຄືຄູ່ແຫ່ງບຸຣຸສສີ່ຄູ່ ນັບຮຽງຕົວໄດ້ແປດບຸຣຸສ ນັ້ນແຫຼະຄື ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເຈົ້າ ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົາມາບູຊາ ເປັນສົງຄ໌ຄວນແກ່ສັກກາຣະ ທີ່ເຂົາຈັດໄວ້ຕ້ອນຮັບ ເປັນສົງຄ໌ຄວນຮັບທັກຂິນາທານ ເປັນສົງຄ໌ທີ່ບຸຄຄົລທົ່ວໄປຄວນທໍາອັນຊະລີ ເປັນສົງຄ໌ທີ່ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ” ດັ່ງນີ້. (໔) ຄະຫະບໍດີ ! ອະຣິຍະສາວົກ ໃນກໍລະນີນີ້ ເປັນຜູ້ປະກອບພ້ອມແລ້ວດ້ວຍ ສີລທັງຫຼາຍ ໃນລັກສະນະເປັນທີ່ພໍໃຈຂອງພຣະອະຣິຍະເຈົ້າ : ເປັນສີລທີ່ບໍ່ຂາດ ບໍ່ຊອດທະລຸ ບໍ່ດ່າງ ບໍ່ໝອງ (ຄໍ້າ) ເປັນສີລທີ່ເປັນອິສະຣະຈາກຕັນຫາ ວິນຍູຊົນສັນເສີນ ບໍ່ຖືກຕັນຫາແລະທິຕຖິລູບຄໍາ ເປັນສີລທີ່ເປັນໄປພ້ອມເພື່ອສະມາທິ ດັ່ງນີ້.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໗໙

ຄະຫະບໍດີ ! ອະຣິຍະສາວົກ ເປັນຜູ້ປະກອບພ້ອມແລ້ວ ດ້ວຍອົງຄ໌ແຫ່ງການບັນລຸຊຶ່ງໂສດາ ໔ ອົງຄ໌ ເຫຼົ່ານີ້ແລ.

ຄະຫະບໍດີ ! ອະຣິຢະຍາຢະທັມ ເປັນທັມທີ່ອະຣິຍະສາວົກເຫັນແລ້ວດ້ວຍດີ ແທງຕະຫຼອດແລ້ວດ້ວຍດີ ດ້ວຍປັນຍາ ນັ້ນເປັນແນວໃດໜໍ ? ຄະຫະບໍດີ ! ອະຣິຍະສາວົກ ໃນກໍລະນີນີ້ ຍ່ອມພິຈາຣະນາເຫັນໂດຍແຈ່ມແຈ້ງເຊັ່ນນີ້ວ່າ “ດ້ວຍອາການດັ່ງນີ້ : ເມື່ອສິ່ງນີ້ມີ ສິ່ງນີ້ຍ່ອມມີ, ເພາະຄວາມເກີດຂຶ້ນແຫ່ງສິ່ງນີ້ ສິ່ງນີ້ຈຶ່ງເກີດຂຶ້ນ. ເມື່ອສິ່ງນີ້ບໍ່ມີ ສິ່ງນີ້ຍ່ອມບໍ່ມີ, ເພາະຄວາມດັບໄປແຫ່ງສິ່ງນີ້ ສິ່ງນີ້ຈຶ່ງດັບໄປ : ໄດ້ແກ່ສິ່ງເຫຼົ່ານີ້ ຄື ເພາະມີ ອະວິຊຊາເປັນປັຈຈັຍ ຈຶ່ງມີສັງສຂາຣ; ເພາະມີສັງຂາຣເປັນປັຈຈັຍ ຈຶ່ງມີວິນຍານ....ຯລຯ.... ຯລຯ.... ເພາະມີພົບເປັນປັຈຈັຍ ຈຶ່ງມີຊາດ; ເພາະມີຊາດເປັນປັຈຈັຍ, ຊະຣາມະຣະນະໂສກະປະຣິເທວະ ທຸກຂະ ໂທມະນັດສະອຸປາຍາສະທັງຫຼາຍ ຈຶ່ງເກີດຂຶ້ນຄົບຖ້ວນ. ຄວາມເກີດຂຶ້ນພ້ອມແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີດ້ວຍອາການດັ່ງນີ້. ເພາະຄວາມຈາງຄາຍດັບໄປໂດຍບໍ່ມີເຫຼືອ ແຫ່ງອະວິຊຊານັ້ນນັ້ນແລ ຈຶ່ງມີຄວາມດັບແຫ່ງສັງຂາຣ; ເພາະມີຄວາມດັບແຫ່ງສັງຂາຣ ຈຶ່ງມີຄວາມດັບແຫ່ງວິນຍານ....ຯລຯ.... ຯລຯ.... ເພາະມີຄວາມດັບແຫ່ງພົບ ຈຶ່ງມີຄວາມດັບແຫ່ງຊາດ; ເພາະມີຄວາມດັບແຫ່ງຊາດ ນັ້ນແລ, ຊະຣາ ມະຣະນະ ໂສກະປະຣິເທວະ ທຸກຂະໂທມະນັດສະອຸປາຍາສະທັງຫຼາຍ ຈຶ່ງດັບສິ້ນ. ຄວາມດັບລົງແຫ່ງກອງທຸກຂ໌ທັງໝົດນີ້ ຍ່ອມມີດ້ວຍອາການດັ່ງນີ້.”

ຄະຫະບໍດີ ! ອະຣິຢະຍາຢະທັມນີ້ແລ ເປັນທັມທີ່ອະຣິຍະສາວົກນັ້ນ ເຫັນແລ້ວດ້ວຍດີ ແທງຕະຫຼອດແລ້ວດ້ວຍດີດ້ວຍປັນຍາ.

ຄະຫະບໍດີ ! ໃນກາລໃດແລ ພັຍເວຣ ໕ ປະການເຫຼົ່ານີ້ ເປັນສິ່ງທີ່ອະຣິຍະສາວົກ ເຮັດໃຫ້ສະຫງົບລະງັບໄດ້ແລ້ວດ້ວຍ, ອະຣິຍະສາວົກ ເປັນຜູ້ປະກອບພ້ອມແລ້ວດ້ວຍໂສຕາປັຕຕິຍັງຄະສີ່ເຫຼົ່ານີ້ດ້ວຍ, ອະຣິຢະຍາຢະທັມນີ້ ເປັນທັມອັນອະຣິຍະສາວົກເຫັນແລ້ວດ້ວຍດີ ແທງຕະຫຼອດແລ້ວ ດ້ວຍດີ ດ້ວຍປັນຍາດ້ວຍ; ໃນກາລນັ້ນ ອະຣິຍະສາວົກນັ້ນປາຖະໜາຢູ່ ກໍພະຍາກອນ ຕົນດ້ວຍຕົນນັ້ນແຫຼະວ່າ “ເຮົາເປັນຜູ້ມີນະຣົກດັບສິ້ນແລ້ວ ມີກໍາເນີດເດຣັດສານດັບສິ້ນແລ້ວ ມີເປຕະວິໄສດັບສິ້ນແລ້ວ ມີອະບາຍ ທຸຄະຕິ ວິນິບາຕດັບສິ້ນແລ້ວ, ເຮົາເປັນຜູ້ເຖິງແລ້ວຊຶ່ງກະແສ (ແຫ່ງນິພພານ) ມີຄວາມບໍ່ຕົກຕໍ່າເປັນທັມມະດາ ເປັນຜູ້ທ່ຽງແທ້ຕໍ່ພຣະນິພພານ ມີການຕຣັສຮູ້ພ້ອມເປັນເບື້ອງໜ້າ” ດັ່ງນີ້.

- ທສກ. ອັງ. ໒໔/໑໙໕/໙໒.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ