ຄວາມລັບຂອງເບັນຈະຂັນ

ຂັນ 5

0:00/0:00
ພິກຂຸ ທ.! ຖ້າຫາກ ອັດສາທະ (ສະເໜ່) ຂອງຮູບກໍດີ ຂອງເວທະນາກໍດີ ຂອງສັນຍາກໍດີ ຂອງສັງຂານທັງຫຼາຍກໍດີ ແລະຂອງວິນຍານກໍດີເຫຼົ່ານີ້ ຈະບໍ່ໄດ້ມີຢູ່ແລ້ວນັ້ນ, ສັຕທັງຫຼາຍ ກໍຈະບໍ່ກໍາໜັດຍິນດີຍິ່ງ ໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂານທັງຫຼາຍ ແລະໃນວິນຍານເຫຼົ່ານີ້. ພິກຂຸ ທ.! ແຕ່ເພາະເຫດທີ່ ອັດສາທະຂອງຮູບກໍດີ ຂອງເວທະນາກໍດີ ຂອງສັນຍາກໍດີ ຂອງສັງຂານທັງຫຼາຍກໍດີ ແລະຂອງວິນຍານກໍດີ ມີຢູ່, ສັຕທັງຫຼາຍຈຶ່ງກໍາໜັດຍິນດີຍິ່ງແທ້ ໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂານທັງຫຼາຍ ແລະໃນວິນຍານ.

ພິກຂຸ ທ.! ຖ້າຫາກ ອາທີນົບ (ໂທດ) ຂອງຮູບກໍດີ ຂອງເວທະນາກໍດີ ຂອງສັນຍາກໍດີ ຂອງສັງຂານທັງຫຼາຍກໍດີ ແລະຂອງວິນຍານກໍດີ ເຫຼົ່ານີ້ ຈະບໍ່ໄດ້ມີຢູ່ແລ້ວນັ້ນ, ສັຕທັງຫຼາຍ ກໍຈະບໍ່ເບື່ອໜ່າຍ ໃນຮູບ ໃນເວທະນາ ໃນສັນຍາ ໃນສັງຂານທັງຫຼາຍ ແລະໃນວິນຍານເຫຼົ່ານີ້. ພິກຂຸ ທ.! ແຕ່ເພາະເຫດທີ່ ອາທີນົບຂອງຮູບກໍດີ ຂອງເວທະນາກໍດີ ຂອງສັນຍາກໍດີ ຂອງສັງຂານທັງຫຼາຍກໍດີ ແລະຂອງວິນຍານກໍດີ ມີຢູ່, ສັຕທັງຫຼາຍ ຈຶ່ງເບື່ອໜ່າຍ ໃນຮູບ ໃນເວທະນາ ໃນສັນຍາໃນສັງຂານທັງຫຼາຍ ແລະໃນວິນຍານ.

ພິກຂຸ ທ.! ຖ້າຫາກ ນິດສະຣະນະ (ອຸບາຍເຄື່ອງອອກພົ້ນໄປໄດ້) ຈາກຮູບກໍດີ ຈາກເວທະນາກໍດີ ຈາກສັນຍາກໍດີ ຈາກສັງຂານທັງຫຼາຍກໍດີ ແລະຈາກວິນຍານກໍດີ ເຫຼົ່ານີ້ ຈະບໍ່ໄດ້ມີຢູ່ແລ້ວນັ້ນ, ສັຕທັງຫຼາຍ ກໍຈະບໍ່ອອກພົ້ນໄປໄດ້ ຈາກຮູບ ຈາກເວທະນາ ຈາກສັນຍາ ຈາກສັງຂານທັງຫຼາຍ ແລະຈາກວິນຍານເຫຼົ່ານີ້. ພິກຂຸ ທ.! ແຕ່ເພາະເຫດທີ່ ນິດສະຣະນະ ຈາກຮູບກໍດີ ຈາກເວທະນາກໍດີ ຈາກສັນຍາກໍດີ ຈາກສັງຂານທັງຫຼາຍກໍດີ ແລະຈາກວິນຍານກໍດີມີຢູ່, ສັຕທັງຫຼາຍຈຶ່ງອອກພົ້ນໄປໄດ້ຈາກຮູບ ຈາກເວທະນາ ຈາກສັນຍາ ຈາກສັງຂານທັງຫຼາຍ ແລະຈາກວິນຍານ, ດັ່ງນີ້ແລ.

- ຂັນທະ. ສັງ. ໑໗/໓໗/໖໒.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ