ປຽບທຽບພຣະເສຂະ-ອະເສຂະ

ທໍາໃນທີສຸດ

0:00/0:00
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຄໍາອັນພຣະຜູ້ມີພຣະພາຄ ຕຣັດວ່າ “ເສຂະ ເສຂະ” ດັ່ງນີ້ ມີຢູ່. ບຸຄຄົລຊື່ວ່າ ເສຂະ ດ້ວຍເຫຕມີປະມານເທົ່າໃດ ຂະນ້ອຍ ?”

ພິກຂຸ ! ບຸຄຄົລ ທີ່ສຶກສານັ້ນແຫຼະຊື່ວ່າ ເສຂະ, ສຶກສາອັນໃດກັນໜໍ ? ສຶກສາທັງອະທິສີລ ທັງອະທິຈິຕ ທັງອະທິປັນຍາ. ພິກຂຸ ! ເພາະເຂົາສຶກສາ ເຂົາຈຶ່ງຊື່ວ່າ ເສຂະ ດັ່ງນີ້.໑
- ຕິກ. ອັງ. ໒໐/໒໙໗/໕໒໕.

(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ ໕໖໔, ໕໖໕, ໕໗໖; ໃນອະຣິຍະ. ໂອ. ປາຍໜ້າ ໑໕໙໑; ໃນຂຸມ. ໂອ. ໜ້າ ໒໘໙)

໑. ຄໍາອະທິບາຍຂອງຄໍາວ່າ ອະເສຂະ ຫາເບິ່ງໄດ້ທີ່ຫົວຂໍ້ວ່າ “ພຣະອໍຣະຫັນຕ໌ ຄືຜູ້ເປັນອະເສຂະ”
ທີ່ໜ້າ ໖໐໙ ແຫ່ງໜັງສືເຫຼັ້ມນີ້.

ພິກຂຸ ທ. ! ສິກຂາບົດຮ້ອຍຫ້າສິບສິກຂາບົທນີ້ ຍ່ອມມາສູ່ອຸດເທສະ (ການຍົກຂຶ້ນສະແດງໃນທ່າມກາງສົງຄ໌) ທຸກເຄິ່ງແຫ່ງເດືອນ ຕາມລໍາດັບ ອັນກຸລະບຸຕຜູ້ປາຖະໜາປະໂຍຊນ໌ ພາກັນສຶກສາຢູ່ ໃນສິກຂາບົດເຫຼົ່ານັ້ນ. ພິກຂຸ ທ. ! ສິກຂາສາມຢ່າງເຫຼົ່ານີ້ ມີຢູ່ ອັນເປັນທີ່ປະຊຸມລົງຂອງສິກຂາບົດທັງປວງນັ້ນ. ສິກຂາສາມຢ່າງນັ້ນ ເປັນແນວໃດໜໍ ? ຄື ອະທິສີລະສິກຂາ ອະທິຈິຕຕະສິກຂາ ອະທິປັນຍາສິກຂາ. ພິກຂຸ ທ. ! ເຫຼົ່ານີ້ແລ ສິກຂາສາມຢ່າງ ອັນເປັນທີ່ປະຊຸມລົງ ແຫ່ງສິກຂາບົດທັງປວງນັ້ນ.

ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ້ ເຮັດໃຫ້ບໍຣິບູນໃນສີລ ເຮັດພໍປະມານໃນສະມາທິ ເຮັດພໍປະມານໃນປັນຍາ. ເຂົາຍັງລ່ວງເກີນສິກຂາບົດເລັກນ້ອຍແດ່ ແລະຕ້ອງອອກຈາກອາບັດເລັກນ້ອຍເຫຼົ່ານັ້ນແດ່. ຂໍ້ນັ້ນເພາະເຫຕໃດໜໍ ? ຂໍ້ນັ້ນເພາະເຫຕວ່າ ບໍ່ມີຜູ້ຮູ້ໃດໆ ກ່າວຄວາມອາພັບ ຕໍ່ການບັນລຸໂລກຸຕຕະຣະທັມ ຈະເກີດຂຶ້ນເພາະເຫຕສັກວ່າ ການລ່ວງເກີນສິກຂາບົດເລັກນ້ອຍ ແລະການຕ້ອງອອກຈາກອາບັດເລັກນ້ອຍເຫຼົ່ານີ້. ສ່ວນສິກຂາບົດເຫຼົ່າໃດ ທີ່ເປັນເບື້ອງຕົ້ນແຫ່ງພຣົມມະຈັນຣຍ໌ ທີ່ເໝາະສົມແກ່ພຣົມມະຈັນຣຍ໌, ເຂົາເປັນຜູ້ມີສີລຢັ້ງຢືນ ມີສີລໝັ້ນຄົງ ໃນສິກຂາບົດເຫຼົ່ານັ້ນ ສະມາທານສຶກສາຢູ່ ໃນສິກຂາບົດທັງຫຼາຍ. ພິກຂຸນັ້ນ, ເພາະຄວາມດັບສິ້ນໄປຮອບແຫ່ງສັນໂຍຊນ໌ສາມ ເປັນໂສດາບັນ ເປັນຜູ້ມີອັນບໍ່ຕົກຕໍ່າເປັນທັມມະດາ ເປັນຜູ້ທ່ຽງຕໍ່ພຣະນິພພານ ມີການຕຣັສຣູ້ພ້ອມໃນເບື້ອງໜ້າ. .... (ຕໍ່ໄປນີ້ເປັນຂໍ້ຄວາມຈາກແຖວ ໕໒໗ ຈົນວ່າໝົດຂໍ້ຄວາມເລື່ອງພຣະໂສດາບັນ:-)

ພິກຂຸນັ້ນ, ເພາະຄວາມດັບສິ້ນໄປຮອບແຫ່ງສັນໂຍຊນ໌ສາມ ເປັນຜູ້ ສັຕຕັກຂັຕຕຸ ປະຣະມະ ຍັງຕ້ອງທ່ອງທ່ຽວໄປ ໃນພົບແຫ່ງເທວະດາ ແລະມະນຸສສ໌ອີກເຈັດຄັ້ງເປັນຢ່າງຫຼາຍແລ້ວ ຍ່ອມເຮັດທີ່ສຸດແຫ່ງທຸກຂ໌ໄດ້

(ຫຼືວ່າ) ພິກຂຸນັ້ນ, ເພາະຄວາມດັບສິ້ນໄປຮອບແຫ່ງສັນໂຍຊນ໌ສາມ ເປັນຜູ້ ໂກລັງໂກລະ ຈະຕ້ອງທ່ອງທ່ຽວໄປສູ່ສະກຸນສອງ ຫຼືສາມຄັ້ງ ແລ້ວຍ່ອມເຮັດທີ່ສຸດແຫ່ງທຸກຂ໌ໄດ້.

(ຫຼືວ່າ) ພິກຂຸນັ້ນ. ເພາະຄວາມດັບສິ້ນໄປຮອບແຫ່ງສັນໂຍຊນ໌ສາມ ເປັນຜູ້ເປັນ ເອກະພີຊີ ຄືຈະເກີດໃນພົບ ແຫ່ງມະນຸສສ໌ຄັ້ງດຽວເທົ່ານັ້ນແລ້ວ ຍ່ອມເຮັດທີ່ສຸດແຫ່ງທຸກຂ໌ໄດ້.

ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ້ເຮັດໃຫ້ບໍຣິບູນໃນສີລ ຝຶກພໍປະມານໃນສະມາທິ ຝຶກພໍປະມານໃນປັນຍາ, ເຂົາຍັງລ່ວງເກີນສິກຂາບົດເລັກນ້ອຍແດ່ ແລະຕ້ອງອອກຈາກອາບັດເລັກນ້ອຍເຫຼົ່ານັ້ນແດ່. ຂໍ້ນັ້ນເພາະເຫຕໃດໜໍ ? ຂໍ້ນັ້ນ ເພາະເຫຕວ່າ ບໍ່ມີຜູ້ຮູ້ໃດໆ ກ່າວຄວາມອາພັບຕໍ່ການບັນລຸໂລກຸຕຕະຣະທັມ ຈະເກີດຂຶ້ນເພາະເຫຕສັກວ່າ ການລ່ວງເກີນສິກຂາບົດເລັກນ້ອຍ ແລະການຕ້ອງອອກຈາກອາບັດເລັກນ້ອຍເຫຼົ່ານີ້. ສ່ວນສິກຂາບົດເຫຼົ່າໃດ ທີ່ເປັນເບື້ອງຕົ້ນແຫ່ງພຣົມມະຈັນຣຍ໌ ທີ່ເໝາະສົມແກ່ພຣົມມະຈັນຣຍ໌, ເຂົາເປັນຜູ້ມີສີລຢັ້ງຢືນ ມີສີລໝັ້ນຄົງ ໃນສິກຂາບົດເຫຼົ່ານັ້ນ ສະມາທານສຶກສາຢູ່ ໃນສິກຂາບົດທັງຫຼາຍ. ພິກຂຸນັ້ນ, ເພາະຄວາມດັບສິ້ນໄປຮອບ ແຫ່ງສັນໂຍຊນ໌ສາມ ແລະເພາະຄວາມທີ່ຣາຄະ ໂທສະ ໂມຫະ ກໍເບົາບາງໜ້ອຍລົງ ເປັນສະກະທາຄາມີ ຍັງຈະມາສູ່ໂລກນີ້ ອີກຄັ້ງດຽວເທົ່ານັ້ນ ແລ້ວຍ່ອມເຮັດທີ່ສຸດ ແຫ່ງທຸກຂ໌ໄດ້.

ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ້ ເຮັດໃຫ້ບໍຣິບູນໃນສີລ ຝຶກໃຫ້ບໍຣິບູນໃນສະມາທິ ຝຶກພໍປະມານໃນປັນຍາ. ເຂົາຍັງລ່ວງເກີນສິກຂາບົດເລັກນ້ອຍແດ່ ແລະ ຕ້ອງອອກຈາກອາບັດເລັກນ້ອຍເຫຼົ່ານັ້ນແດ່. ຂໍ້ນັ້ນເພາະເຫຕໃດໜໍ ? ຂໍ້ນັ້ນເພາະເຫຕວ່າ ບໍ່ມີຜູ້ຮູ້ໃດໆ ກ່າວຄວາມອາພັບຕໍ່ການບັນລຸໂລກຸຕຕະຣະທັມ ຈະເກີດຂຶ້ນ ເພາະເຫຕສັກວ່າ ການລ່ວງເກີນສິກຂາບົດເລັກນ້ອຍແລະການຕ້ອງອອກຈາກອາບັດເລັກນ້ອຍເຫຼົ່ານີ້. ສ່ວນສິກຂາບົດເຫຼົ່າໃດ ທີ່ເປັນເບື້ອງຕົ້ນແຫ່ງພຣົມມະຈັນຣຍ໌ ທີ່ເໝາະສົມແກ່ພຣົມມະຈັນຣຍ໌, ເຂົາເປັນຜູ້ມີສີລຢັ້ງຢືນ ມີສີລໝັ້ນຄົງ ໃນສິກຂາບົດເຫຼົ່ານັ້ນ ສະມາທານສຶກສາຢູ່ ໃນສິກຂາບົດທັງຫຼາຍ. ພິກຂຸນັ້ນ, ເພາະຄວາມດັບສິ້ນໄປຮອບແຫ່ງ ສັນໂຍຊນ໌ເບື້ອງຕໍ່າຫ້າ ເປັນ ໂອປະປາຕິກະອະນາຄາມີ ຜູ້ອຸບັດຂຶ້ນໃນທັນທີ ມີການປະຣິນິພພານໃນພົບນັ້ນໆ ບໍ່ວຽນກັບຈາກໂລກນັ້ນເປັນທັມມະດາ. .... (ຕໍ່ໄປນີ້ເປັນຂໍ້ຄວາມຈາກບັນ ໕໒໗ ຈົນກະທັ່ງສິ້ນຂໍ້ຄວາມ ເລື່ອງພຣະອະນາຄາມີ: -)

ພິກຂຸນັ້ນ, ເພາະຄວາມດັບສິ້ນໄປຮອບ ແຫ່ງສັນໂຍຊນ໌ເບື້ອງຕໍ່າຫ້າ ເປັນ ອຸດທັງໂສໂຕອະກະນິຕຖະຄາມີ ຜູ້ມີກະແສໃນເບື້ອງເທິງໄປເຖິງອະກະນິຕຖະພົບ.

(ຫຼືວ່າ) ພິກຂຸນັ້ນ, ເພາະຄວາມດັບສິ້ນໄປຮອບ ແຫ່ງສັນໂຍຊນ໌ເບື້ອງຕໍ່າຫ້າ ເປັນ ສະສັງຂາຣະປະຣິນິບພາຢີ ຜູ້ປະຣິນິພພານດ້ວຍຕ້ອງໃຊ້ຄວາມພຽນເຫື່ອແຮງ.

(ຫຼືວ່າ) ພິກຂຸນັ້ນ, ເພາະຄວາມດັບສິ້ນໄປຮອບ ແຫ່ງສັນໂຍຊນ໌ເບື້ອງຕໍ່າຫ້າ ເປັນ ອະສັງຂາຣະປະຣິນິບພາຢີ ຜູ້ປະຣິນິພພານດ້ວຍບໍ່ຕ້ອງໃຊ້ຄວາມພຽນເຫື່ອແຮງ.

(ຫຼືວ່າ) ພິກຂຸນັ້ນ, ເພາະຄວາມດັບສິ້ນໄປຮອບ ແຫ່ງສັນໂຍຊນ໌ເບື້ອງຕໍ່າຫ້າ ເປັນ ອຸປະຫັດຈະປະຣິນິບພາຢີ ຜູ້ປະຣິນິພພານເມື່ອອາຍຸພົ້ນເຄິ່ງແລ້ວໃກ້ເຖິງທີ່ສຸດ.

(ຫຼືວ່າ) ພິກຂຸນັ້ນ, ເພາະຄວາມດັບສິ້ນໄປຮອບ ແຫ່ງສັນໂຍຊນ໌ເບື້ອງຕໍ່າຫ້າ ເປັນ ອັນຕະຣະປະຣິນິບພາຢີ ຜູ້ປະຣິນິພພານໃນລະຫວ່າງອາຍຸຍັງບໍ່ທັນເຖິງເຄິ່ງ.

ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ້ ເຮັດໃຫ້ບໍຣິບູນໃນສີລ ເຮັດໃຫ້ບໍຣິບູນ ໃນສະມາທິ ເຮັດໃຫ້ບໍຣິບູນໃນປັນຍາ. ເຂົາຍັງລ່ວງເກີນສິກຂາບົດເລັກນ້ອຍແດ່ ແລະຕ້ອງອອກຈາກອາບັດເລັກນ້ອຍເຫຼົ່ານັ້ນແດ່. ຂໍ້ນັ້ນເພາະເຫຕໃດໜໍ ? ຂໍ້ນັ້ນເພາະເຫຕວ່າ ບໍ່ມີຜູ້ຮູ້ໃດໆກ່າວຄວາມອາພັບຕໍ່ການບັນລຸໂລກຸຕຕະຣະທັມ ຈະເກີດຂຶ້ນເພາະເຫຕສັກວ່າ ການລ່ວງເກີນສິກຂາບົດເລັກນ້ອຍ ແລະການຕ້ອງອອກຈາກອາບັດເລັກນ້ອຍເຫຼົ່ານີ້. ສ່ວນສິກຂາບົດເຫຼົ່າໃດ ທີ່ເປັນເບື້ອງຕົ້ນແຫ່ງພຣົມມະຈັນຣຍ໌ທີ່ເໝາະສົມແກ່ພຣົມມະຈັນຣຍ໌, ເຂົາເປັນຜູ້ມີສີລຢັ້ງຢືນ ມີສີລໝັ້ນຄົງ ໃນສິກຂາບົດເຫຼົ່ານັ້ນ ສະມາທານສຶກສາຢູ່ໃນສິກຂາບົດທັງຫຼາຍ. ພິກຂຸນັ້ນ ໄດ້ເຮັດໃຫ້ແຈ້ງຊຶ່ງເຈໂຕວິມຸຕຕິ ປັນຍາວິມຸຕຕິ ອັນຫາອາສະວະບໍ່ໄດ້ ເພາະຄວາມດັບສິ້ນໄປແຫ່ງອາສະວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່.

ພິກຂຸ ທ. ! ຜູ້ເຮັດພຽງບາງສ່ວນ ຍ່ອມເຮັດໃຫ້ສໍາເລັດ ໄດ້ບາງສ່ວນ, ຜູ້ເຮັດໃຫ້ບໍຣິບູນ ກໍຍ່ອມເຮັດໃຫ້ສໍາເລັດໄດ້ບໍຣິບູນ; ດັ່ງນັ້ນ ເຮົາຈຶ່ງກ່າວວ່າ ສິກຂາບົດທັງຫຼາຍ ຍ່ອມບໍ່ເປັນໝັນເປົ່າເລີຍ, ດັ່ງນີ້ແລ.

- ຕິກ. ອັງ. ໒໐/໒໙໗/໕໒໖.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ