ຂັນ ໕ ບໍ່ເປັນໄປຕາມຄວາມຕ້ອງການຂອງເຮົາ

ຂັນ 5

0:00/0:00
ພິກຂຸ ທ. ! ຮູບ ເປັນອະນັຕຕາ. ພິກຂຸ ທ. ! ຖ້າຮູບຈະເປັນອັຕຕາແລ້ວນັ້ນ ຮູບນີ້ ກໍບໍ່ຄວນເປັນໄປເພື່ອອາພາດ (ຄວາມຖືກບຽດບຽນດ້ວຍໂຣຄາເປັນຕົ້ນ); ອັນໜຶ່ງສັຕຈະຍ່ອມໄດ້ໃນຮູບຕາມປາຖນາວ່າ ‘ຮູບຂອງເຮົາ ຈົ່ງເປັນເຊັ່ນນີ້ເຖີ້ນ, ຮູບຂອງເຮົາ ຢ່າໄດ້ເປັນເຊັ່ນນັ້ນເລີຍ’ ດັ່ງນີ້. ພິກຂຸ ທ. ! ແຕ່ເພາະເຫຕທີ່ ຮູບ ເປັນອະນັຕຕາ ຮູບ ຈຶ່ງເປັນໄປເພື່ອອາພາດ; ອັນໜຶ່ງສັຕຍ່ອມບໍ່ໄດ້ໃນຮູບ ຕາມປາຖນາວ່າ ‘ຮູບຂອງເຮົາ ຈົ່ງເປັນເຊັ່ນນີ້ເຖີ້ນ, ຮູບຂອງເຮົາ ຢ່າໄດ້ເປັນເຊັ່ນນັ້ນເລີຍ’ ດັ່ງນີ້.

ພິກຂຸ ທ. ! ເວທະນາ ເປັນອະນັຕຕາ. ພິກຂຸ ທ. ! ຖ້າເວທະນາ ຈະເປັນອັຕຕາ ແລ້ວນັ້ນ ເວທະນານີ້ ກໍບໍ່ຄວນເປັນເພື່ອອາພາດ; ອັນໜຶ່ງ ສັຕຈະຍ່ອມໄດ້ໃນເວທະນາ ຕາມປາຖນາວ່າ ‘ເວທະນາຂອງເຮົາ ຈົ່ງເປັນເຊັ່ນນີ້ເຖີ້ນ, ເວທະນາຂອງເຮົາ ຢ່າໄດ້ເປັນເຊັ່ນນັ້ນເລີຍ’ ດັ່ງນີ້. ພິກຂຸ ທ. ! ແຕ່ເພາະເຫຕທີ່ເວທະນາເປັນອະນັຕຕາ ເວທະນາຈຶ່ງເປັນໄປເພື່ອອາພາດ ; ອັນໜຶ່ງ ສັຕຍ່ອມບໍ່ໄດ້ໃນເວທະນາ ຕາມປາຖນາວ່າ ‘ເວທະນາຂອງເຮົາ ຈົ່ງເປັນເຊັ່ນນີ້ເຖີ້ນ, ເວທະນາຂອງເຮົາ ຢ່າໄດ້ເປັນເຊັ່ນນັ້ນເລີຍ, ດັ່ງນີ້.

ພິກຂຸ ທ. ! ສັນຍາ ເປັນອະນັຕຕາ. ພິກຂຸ ທ. ! ຖ້າສັນຍາ ຈະເປັນອັຕຕາແລ້ວນັ້ນ ສັນຍານີ້ ກໍບໍ່ຄວນເປັນໄປເພື່ອອາພາດ; ອັນໜຶ່ງ ສັຕຈະຍ່ອມໄດ້ໃນສັນຍາຕາມປາຖນາວ່າ ‘ສັນຍາຂອງເຮົາ ຈົ່ງເປັນເຊັ່ນນີ້ເຖີ້ນ, ສັນຍາຂອງເຮົາຢ່າໄດ້ເປັນເຊັ່ນນັ້ນເລີຍ’ ດັ່ງນີ້. ພິກຂຸ ທ. ! ແຕ່ເພາະເຫຕທີ່ສັນຍາເປັນອະນັຕຕາ ສັນຍາຈຶ່ງເປັນໄປເພື່ອອາພາດ ; ອັນໜຶ່ງ ສັຕຍ່ອມບໍ່ໄດ້ໃນສັນຍາຕາມປາຖນາວ່າ ‘ສັນຍາຂອງເຮົາ ຈົ່ງເປັນເຊັ່ນນີ້ເຖີ້ນ, ສັນຍາຂອງເຮົາ ຢ່າໄດ້ເປັນເຊັ່ນນັ້ນເລີຍ’ ດັ່ງນີ້.

ພິກຂຸ ທ. ! ສັງຂາຣທັງຫຼາຍ ເປັນອະນັຕຕາ. ພິກຂຸ ທ. ! ຖ້າສັງຂາຣທັງຫຼາຍ ຈະເປັນອັຕຕາແລ້ວນັ້ນ ສັງຂາຣທັງຫຼາຍເຫຼົ່ານີ້ ກໍບໍ່ຄວນເປັນໄປເພື່ອອາພາດ; ອັນໜຶ່ງ ສັຕຈະຍ່ອມໄດ້ໃນສັງຂາຣທັງຫຼາຍຕາມປາຖນາວ່າ ‘ສັງຂາຣທັງຫຼາຍຂອງເຮົາ ຈົ່ງເປັນເຊັ່ນນີ້ເຖີ້ນ, ສັງຂາຣທັງຫຼາຍຂອງເຮົາ ຢ່າໄດ້ເປັນເຊັ່ນນັ້ນເລີຍ’ ດັ່ງນີ້. ພິກຂຸ ທ. ! ແຕ່ເພາະເຫຕທີ່ສັງຂາຣທັງຫຼາຍ ເປັນອະນັຕຕາ ສັງຂາຣທັງຫຼາຍ ຈຶ່ງເປັນໄປເພື່ອອາພາດ ; ອັນໜຶ່ງ ສັຕຍ່ອມບໍ່ໄດ້ໃນສັງຂາຣທັງຫຼາຍຕາມປາຖນາວ່າ ‘ສັງຂາຣທັງຫຼາຍຂອງເຮົາ ຈົ່ງເປັນເຊັ່ນນີ້ເຖີ້ນ, ສັງຂາຣທັງຫຼາຍຂອງເຮົາ ຢ່າໄດ້ເປັນເຊັ່ນນັ້ນເລີຍ’ ດັ່ງນີ້.

ພິກຂຸ ທ. ! ວິນຍານເປັນອະນັຕຕາ. ພິກຂຸ ທ. ! ຖ້າວິນຍານຈະເປັນອັຕຕາແລ້ວນັ້ນ ວິນຍານນີ້ກໍບໍ່ຄວນເປັນໄປເພື່ອອາພາດ; ອັນໜຶ່ງສັຕຈະຍ່ອມໄດ້ໃນ ວິນຍານຕາມປາຖນາວ່າ ‘ວິນຍານຂອງເຮົາ ຈົ່ງເປັນເຊັ່ນນີ້ເຖີ້ນ, ວິນຍານຂອງເຮົາ ຢ່າໄດ້ເປັນເຊັ່ນນັ້ນເລີຍ’ ດັ່ງນີ້. ພິກຂຸ ທ. ! ແຕ່ເພາະເຫຕທີ່ວິນຍານ ເປັນອະນັຕຕາ ວິນຍານຈຶ່ງເປັນໄປເພື່ອອາພາດ; ອັນໜຶ່ງສັຕຍ່ອມບໍ່ໄດ້ໃນວິນຍານຕາມປາຖນາວ່າ ‘ວິນຍານຂອງເຮົາ ຈົ່ງເປັນເຊັ່ນນີ້ເຖີ້ນ, ວິນຍານຂອງເຮົາ ຢ່າໄດ້ເປັນເຊັ່ນນັ້ນເລີຍ’ ດັ່ງນີ້....

ພິກຂຸ ທ. ! ເພາະສະນັ້ນ ໃນກໍລະນີນີ້, ຮູບ ຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕ ຫຼືປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບຫຼືລະອຽດກໍຕາມ ຕໍ່າຊາມຫຼືປານີດກໍຕາມ ມີໃນທີ່ໄກຫຼືໃກ້ກໍຕາມ, ຮູບ ທັງປວງນັ້ນ ອັນໃຜໆ ຕ້ອງເຫັນດ້ວຍປັນຍາອັນຊອບ ຕາມທີ່ເປັນຈິງເຊັ່ນນີ້ວ່າ ‘ນັ້ນບໍ່ແມ່ນຂອງເຮົາ (ເນຕັງ ມະມະ), ນັ້ນບໍ່ແມ່ນເຮົາ (ເນໂສຫະມັສສະມິ), ນັ້ນບໍ່ແມ່ນໂຕຕົນຂອງເຮົາ (ນະ ເມໂສ ອັຕຕາ)’ ດັ່ງນີ້.

ພິກຂຸ ທ. ! ເວທະນາ ຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕຫຼືປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບຫຼືລະອຽດກໍຕາມ ຕໍ່າຊາມຫຼືປານີດກໍຕາມ ມີໃນທີ່ໄກຫຼືໃກ້ກໍຕາມ, ເວທະນາທັງປວງນັ້ນ ອັນໃຜໆຕ້ອງເຫັນດ້ວຍປັນຍາອັນຊອບຕາມທີ່ເປັນຈິງເຊັ່ນນີ້ວ່າ ‘ນັ້ນບໍ່ແມ່ນຂອງເຮົາ, ນັ້ນບໍ່ແມ່ນເຮົາ, ນັ້ນບໍ່ແມ່ນໂຕຕົນຂອງເຮົາ’ ດັ່ງນີ້.

ພິກຂຸ ທ. ! ສັນຍາ ຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕ ຫຼືປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບຫຼືລະອຽດກໍຕາມ ຕໍ່າຊາມຫຼືປານີດກໍຕາມ ມີໃນທີ່ໄກຫຼືໃກ້ກໍຕາມ, ສັນຍາທັງປວງນັ້ນ ອັນໃຜໆ ຕ້ອງເຫັນດ້ວຍປັນຍາອັນຊອບ ຕາມທີ່ເປັນຈິງເຊັ່ນນີ້ວ່າ ‘ນັ້ນບໍ່ແມ່ນຂອງເຮົາ, ນັ້ນບໍ່ແມ່ນເຮົາ, ນັ້ນບໍ່ແມ່ນໂຕຕົນຂອງເຮົາ’ ດັ່ງນີ້.

ພິກຂຸ ທ. ! ສັງຂາຣທັງຫຼາຍ ຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕ ຫຼືປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບຫຼືລະອຽດກໍຕາມ ຕໍ່າຊາມ ຫຼືປານີດກໍຕາມ ມີໃນທີ່ໄກຫຼືໃກ້ກໍຕາມ, ສັງຂາຣທັງຫຼາຍທັງປວງເຫຼົ່ານັ້ນ ອັນໃຜໆ ຕ້ອງເຫັນດ້ວຍປັນຍາອັນຊອບ ຕາມທີ່ເປັນຈິງເຊັ່ນນີ້ວ່າ ‘ນັ້ນບໍ່ແມ່ນຂອງເຮົາ, ນັ້ນບໍ່ແມ່ນເຮົາ, ນັ້ນບໍ່ແມ່ນໂຕຕົນຂອງເຮົາ’ ດັ່ງນີ້.

ພິກຂຸ ທ. ! ວິນຍານ ຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕ ຫຼື ປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບຫຼືລະອຽດກໍຕາມ ຕໍ່າຊາມຫຼືປານີດກໍຕາມ ມີໃນທີ່ໄກຫຼືໃກ້ກໍຕາມ, ວິນຍານທັງປວງນັ້ນ ອັນໃຜໆ ຕ້ອງເຫັນດ້ວຍປັນຍາອັນຊອບ ຕາມທີ່ເປັນຈິງເຊັ່ນນີ້ວ່າ ‘ນັ້ນບໍ່ແມ່ນຂອງເຮົາ (ເນຕັງ ມະມະ), ນັ້ນບໍ່ແມ່ນເຮົາ (ເນໂສຫະມັສສະມິ), ນັ້ນບໍ່ແມ່ນຕົວຕົນຂອງເຮົາ (ນະ ເມໂສ ອັຕຕາ)’ ດັ່ງນີ້ ແລ.

- ຂັນທ. ສັງ. ໑໗/໘໒-໘໔/໑໒໗-໑໒໙.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ