ການເລືອກຄູ່
ຄູ່ສົມຣົດ
ພາມຄົນໜຶ່ງມີລູກສາວສີ່ຄົນ ເຂົາບໍ່ສາມາດຕັດສິນໃຈໄດ້ວ່າຈະຍົກລູກສາວໃຫ້ແກ່ຊາຍໃດໃນສີ່ຄົນ ລະຫວ່າງຄົນທີ່ມີຮູບງາມຮ່າງກາຍສົມບູນ ຄົນອາຍຸຫຼາຍເປັນຜູ້ໃຫຍ່ ຄົນສົມບູນດ້ວຍຊາດ ແລະຄົນທີ່ມີສິນ ຈຶ່ງໄປຍັງພຣະວິຫານເຊຕະວັນເພື່ອທູນຖາມພຣະຜູ້ມີພຣະພາກເຈົ້າ ພຣະອົງຊົງຕັດວ່າ ໃນອະດີດກາລກໍມີບັນທິດຖາມປັນຫານີ້ແກ່ພຣະອົງ ແລະຕັດເລົ່າວ່າ ໃນອະດີດກາລ ຄັ້ງພຣະເຈົ້າພຣົມມະທັດເສວຍລາດຊະສົມບັດຢູ່ໃນກຸງພາລາຄາສີ ພຣະໂພທິສັດອຸບັດໃນຕະກູນພາມຮຽນສິລະປະ ແລ້ວໄດ້ມາເປັນອາຈານທິສາປາໂມກຂ໌ໃນກຸງຕັກກະສິລາ ຄັ້ງນັ້ນ ພາມຄົນໜຶ່ງມີລູກສາວສີ່ຄົນ ໂດຍເຂົາບໍ່ແນ່ໃຈວ່າຈະຍົກໃຫ້ແກ່ຊາຍໃດ ລະຫວ່າງຄົນມີຮູບງາມ ຄົນອາຍຸຫຼາຍ ຄົນມີຊາດສູງ ຫຼືຄົນມີສິນ ຈຶ່ງໄດ້ໄປຖາມອາຈານທິສາປາໂມກຂ໌ ຊຶ່ງໄດ້ຮັບຄຳຕອບວ່າ ຄົນທີ່ມີສິນວິບັດແລ້ວ ແມ່ນຈະມີຮູບສົມບັດກໍຍັງໜ້າຕຳນິ ດັ່ງນັ້ນ ຮູບສົມບັດບໍ່ສຳຄັນ ທ່ານຊອບຄວາມເປັນຜູ້ມີສິນ ເຖິງແມ່ນຮ່າງກາຍຈະມີປະໂຫຍດ ສ່ວນຜູ້ເຈີນວັຍທ່ານກໍໃຫ້ຄວາມນອບນ້ອມ ການມີຊາດດີກໍມີປະໂຫຍດ ແຕ່ທ່ານຊອບໃຈສິນ ເມື່ອພາມຟັງຄຳຂອງອາຈານແລ້ວ ຈຶ່ງຍົກລູກສາວໃຫ້ແກ່ຄົນມີສິນຢ່າງດຽວ ພຣະສາດສະດາຊົງນຳພຣະທັມມະເທດສະນານີ້ມາແລ້ວ ຊົງປະກາດສັດຈະທັມ ຊົງປະຊຸມຊາດົກວ່າ ພາມໃນຄັ້ງນັ້ນກໍຄືເປັນພາມຜູ້ນີ້ ສ່ວນອາຈານທິສາປາໂມກຂ໌ ຄື ພຣະພຸດທະອົງ ເມື່ອຈົບສັດຈະທັມ ພາມຕັ້ງຢູ່ໃນໂສດາປັດຕິຜົນ
ອ້າງອີງ:
ພະໄຕປິດົກ ສະບັບມະຫາມະກຸດ ແລະອັດຖະກະຖາ ເຫຼັ້ມທີ່ ๕๗ ຂໍ້ທີ່ ໒໔໙-໒໕໐ ສາທຸສີລະຊາດົກ
ອ້າງອີງ:
ພະໄຕປິດົກ ສະບັບມະຫາມະກຸດ ແລະອັດຖະກະຖາ ເຫຼັ້ມທີ່ ๕๗ ຂໍ້ທີ່ ໒໔໙-໒໕໐ ສາທຸສີລະຊາດົກ








