ອະຣິຍະຍາຍະທັມ ຄື ການຮູ້ເລື່ອງປະຕິຈຈະສະມຸບບາດ

ທໍາໃນທີສຸດ

0:00/0:00
ຄະຫະບໍດີ !
ກໍອະຣິຍະຍາຍະທັມ
ເປັນສິ່ງທີ່ອະຣິຍະສາວົກເຫັນແລ້ວດ້ວຍດີ
ແທງຕະຫຼອດແລ້ວດ້ວຍດີ ດ້ວຍປັນຍາ
ເປັນແນວໃດໜໍ ?
ຄະຫະບໍດີ !
ອະຣິຍະສາວົກໃນທັມວິນັຍນີ້
ຍ່ອມ ພິຈາຣະນາເຫັນໂດຍປະຈັກແຈ້ງ ດັ່ງນີ້ວ່າ
ດ້ວຍອາການຢ່າງນີ້
ເພາະສິ່ງນີ້ມີ, ສິ່ງນີ້ຈຶ່ງມີ;
ເພາະຄວາມເກີດຂຶ້ນແຫ່ງສິ່ງນີ້, ສິ່ງນີ້ຈຶ່ງເກີດຂຶ້ນ.
ເພາະສິ່ງນີ້ບໍ່ມີ, ສິ່ງນີ້ຈຶ່ງບໍ່ມີ;
ເພາະຄວາມດັບໄປແຫ່ງສິ່ງນີ້, ສິ່ງນີ້ຈຶ່ງດັບໄປ:
ນີ້ ໄດ້ແກ່ສິ່ງເຫຼົ່ານີ້ ຄື: -
ເພາະມີອະວິຊຊາເປັນປັຈຈັຍ ຈຶ່ງມີສັງຂາຣທັງຫຼາຍ;
ເພາະມີສັງຂາຣເປັນປັຈຈັຍ ຈຶ່ງມີວິນຍານ;
ເພາະມີວິນຍານເປັນປັຈຈັຍ ຈຶ່ງມີນາມຮູບ;
ເພາະມີນາມຮູບເປັນປັຈຈັຍ ຈຶ່ງມີສະລາຍະຕະນະ;
ເພາະມີສະລາຍະຕະນະເປັນປັຈຈັຍ ຈຶ່ງມີຜັສສະ;
ເພາະມີຜັສສະເປັນປັຈຈັຍ ຈຶ່ງມີເວທະນາ;
ເພາະມີເວທະນາເປັນປັຈຈັຍ ຈຶ່ງມີຕັນຫາ;
ເພາະມີຕັນຫາເປັນປັຈຈັຍ ຈຶ່ງມີອຸປາທານ;
ເພາະມີອຸປາທານປັຈຈັຍ ຈຶ່ງມີພົບ;
ເພາະມີພົບເປັນປັຈຈັຍ ຈຶ່ງມີຊາຕ;
ເພາະມີຊາຕ ເປັນປັຈຈັຍຊະຣາມໍຣະນະ ໂສກະປະຣິເທວະທຸກຂະໂທມະນັສອຸປາຍາສະທັງຫຼາຍຈຶ່ງເກີດຂຶ້ນຄົບຖ້ວນ: ຄວາມເກີດຂຶ້ນພ້ອມແຫ່ງກອງທຸກຂ໌ທັງສິ້ນນີ້ຍ່ອມມີ ດ້ວຍອາການຢ່າງນີ້.
ເພາະຄວາມຈາງຄາຍດັບໄປ ໂດຍບໍ່ເຫຼືອແຫ່ງອະວິຊຊານັ້ນນັ້ນແລ, ຈຶ່ງມີຄວາມດັບແຫ່ງສັງຂາຣ; ເພາະມີຄວາມດັບແຫ່ງສັງຂາຣ ຈຶ່ງມີຄວາມດັບແຫ່ງວິນຍານ;
ເພາະມີຄວາມດັບແຫ່ງວິນຍານ ຈຶ່ງມີຄວາມດັບແຫ່ງນາມຮູບ;
ເພາະມີຄວາມດັບແຫ່ງນາມຮູບ ຈຶ່ງມີຄວາມດັບແຫ່ງສະລາຍະຕະນະ
ເພາະມີຄວາມດັບແຫ່ງສະລາຍະຕະນະ ຈຶ່ງມີຄວາມດັບແຫ່ງຜັສສະ;
ເພາະມີຄວາມດັບແຫ່ງຜັສສະ ຈຶ່ງມີຄວາມດັບແຫ່ງເວທະນາ;
ເພາະມີຄວາມດັບແຫ່ງເວທະນາ ຈຶ່ງມີຄວາມດັບແຫ່ງຕັນຫາ;
ເພາະມີຄວາມດັບແຫ່ງຕັນຫາ ຈຶ່ງມີຄວາມດັບແຫ່ງອຸປາທານ;
ເພາະມີຄວາມດັບແຫ່ງອຸປາທານ ຈຶ່ງມີຄວາມດັບແຫ່ງພົບ;
ເພາະມີຄວາມດັບແຫ່ງພົບ ຈຶ່ງມີຄວາມດັບແຫ່ງຊາຕ;
ເພາະມີຄວາມດັບແຫ່ງຊາຕນັ້ນແລ ຊະຣາມໍຣະນະ ໂສກະປະຣິເທວະທຸກຂະໂທມະນັສອຸປາຍາສະທັງຫຼາຍ ຈຶ່ງດັບສິ້ນ: ຄວາມດັບລົງແຫ່ງກອງທຸກຂ໌ທັງສິ້ນນີ້ ຍ່ອມມີດ້ວຍອາການຢ່າງນີ້
ຄະຫະບໍດີ ! ອະຣິຍະຍາຍະທັມນີ້ແລ ເປັນສິ່ງທີ່ອະຣິຍະສາວົກເຫັນແລ້ວດ້ວຍດີ ແທງຕະຫຼອດແລ້ວດ້ວຍດີ ດ້ວຍປັນຍາ.


- ບາລີ ນິທານ. ສັງ. ໑໖/໘໓/໑໕໓.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ