ກາຣບໍ່ລະພັຍເວຣ 5 ປະກາຣ ຮຽກວ່າ ຜູ້ທຸສີລ ຍ່ອມເຂົ້າເຖິງນະຣົກດ້ວຍ
ສິນ
ກາຣບໍ່ລະພັຍເວຣ ໕ ປະກາຣ ຮຽກວ່າ ຜູ້ທຸສີລ ຍ່ອມເຂົ້າເຖິງນະຣົກດ້ວຍ
ຄັ້ງນັ້ນແລ ທ່ານອະນາຖະບິນດິກະຄະຫະບໍດີ ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຈົ້າເຖິງທີ່ປະທັບ ອະພິວາທແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ, ຄັ້ງນັ້ນ ພຣະຜູ້ມີພຣະພາຄເຈົ້າໄດ້ຕຣັດວ່າ :
ຄະຫະບໍດີ ! ການບໍ່ລະພັຍເວຣ ໕ ປະການ ຮຽກວ່າ ຜູ້ທຸສີລດ້ວຍ ຍ່ອມເຂົ້າເຖິງນະຣົກດ້ວຍ, ໕ ປະການ ເປັນແນວໃດໜໍ ? (ປັນຈະ ຄະຫະປະຕິ ພະຍານິ ເວຣານິ ອັປປະຫາຍະ ທຸສສີໂລ ອິຕິ ວຸຈຈະຕິ ນິຣະຍັນຈະ ອຸປປັຊຊະຕິ ກະຕະມານິ ປັນຈະ)
ການຂ້າສັຕ (ປານາຕິປາຕັງ),
ການລັກຊັບ (ອະທິນນາທານັງ),
ການປະພຶດຜິດໃນກາມທັງຫລາຍ (ກາເມສຸມິຈສາຈາຣັງ),
ການເວົ້າຕົວະ (ມຸສາວາທັງ),
ການເສບສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາດ (ສຸຣາເມຣະຍະມັຊຊະປະມາທັຕຖານັງ).
ຄະຫະບໍດີ ! ການບໍ່ລະພັຍເວຣ ໕ ປະການນີ້ແລ ຮຽກວ່າ ຜູ້ທຸສີລດ້ວຍ ຍ່ອມເຂົ້າເຖິງນະຣົກດ້ວຍ.
ຄະຫະບໍດີ ! ການລະພັຍເວຣ ໕ ປະການ ຮຽກວ່າ ຜູ້ມີສີລດ້ວຍ ຍ່ອມເຂົ້າເຖິງສຸຄະຕິດ້ວຍ, ໕ ປະການ ເປັນແນວໃດໜໍ ?
(ປັນຈະ ຄະຫະປະຕິ ພະຍານິ ເວຣານິ ປະຫາຍະ ສີລະວາ ອິຕິ ວຸຈຈະຕິ ສຸຄະຕິນຈະ ອຸປປັຊຊະຕິ ກະຕະມານະ ປັນຈະ)
ການຂ້າສັຕ,
ການລັກຊັບ,
ການປະພຶດຜິດໃນກາມທັງຫລາຍ,
ການເວົ້າຕົວະ,
ການເສບສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ.
ຄະຫະບໍດີ ! ການລະພັຍເວຣ ໕ ປະການນີ້ແລ ຮຽກວ່າ ຜູ້ມີສີລດ້ວຍ ຍ່ອມເຂົ້າເຖິງ ສຸຄະຕິດ້ວຍ.
ຄະຫະບໍດີ! ບຸຄຄົລຜູ້ຂ້າສັຕຍ່ອມປະສົບພັຍເວຣໃດ ທັງໃນປັຈຈຸບັນ ທັງໃນສັມປະຣາຍະພົພ ຍ່ອມສເວີຍທຸກຂ໌ໂທມະນັສໃດ ເພາະເຫຕແຫ່ງການຂ້າສັຕ ບຸຄຄົລຜູ້ງົດເວັ້ນຈາກປານາຕິບາຕ ຍ່ອມບໍ່ປະສົບພັຍເວຣນັ້ນ ທັງໃນປັຈຈຸບັນ ທັງໃນສັມປະຣາຍະພົພ ຍ່ອມບໍ່ສເວີຍທຸກຂ໌ໂທມະນັສ ພັຍເວຣຂອງຜູ້ງົດເວັ້ນຈາກປານາຕິບາຕ ຍ່ອມສງົບຣະງັບດ້ວຍປະການຢ່າງນີ້ (ຍັງ ຄະຫະປະຕິ ປານາຕິປາຕີ ປານາຕິປາຕະປັຈຈະຍາ ທິຕຖະທັມມິກັມປິ ພະຍັງ ເວຣັງ ປະສະວະຕິ ສັມປຣາຍິກັມປິ ພະຍັງ ເວຣັງ ປະສະວະຕິ ເຈຕະສິກັມປິ ທຸກຂັງ ໂທມະນັສສັງ ປະຕິສັງເວເທຕິ ປານາຕິປາຕາ ປະຕິວິຣະໂຕ ເນວະ ທິຕຖະທັມມິກັງ ພະຍັງ ເວຣັງ ປະສະວະຕິ ນະ ສັມປຣາຍິກັງ ພະຍັງ ເວຣັງ ປະສະວະຕິ ນະ ເຈຕະສິກັງ ທຸກຂັງ ໂທມະນັສສັງ ປະຕິສັງເວເທຕິ ປານາຕິປາຕາ ປະຕິວິຣະຕັສສະ ເອວັນຕັງ ພະຍັງ ເວຣັງ ວູປະສັນຕັງ ໂຫຕິ).
ຄະຫະບໍດີ ! ບຸຄຄົລຜູ້ລັກຊັພຍ໌ຍ່ອມປະສົບພັຍເວຣໃດ ທັງໃນປັຈຈຸບັນ ທັງໃນສັມປະຣາຍະພົພ ຍ່ອມສເວີຍທຸກຂ໌ໂທມະນັສໃດ ເພາະເຫຕແຫ່ງກາຣລັກຊັພຍ໌ ບຸຄຄົລຜູ້ງົດເວັ້ນຈາກອະທິນນາທານ ຍ່ອມບໍ່ປະສົບພັຍເວຣນັ້ນ ທັງໃນປັຈຈຸບັນ ທັງໃນສັມປະຣາຍະພົພ ຍ່ອມບໍ່ສເວີຍທຸກຂ໌ໂທມະນັສ ພັຍເວຣຂອງຜູ້ງົດເວັ້ນຈາກອະທິນນາທານ ຍ່ອມສງົບຣະງັບດ້ວຍປະການຢ່າງນີ້.
ຄະຫະບໍດີ! ບຸຄຄົລຜູ້ປະພຶຕຜິດໃນກາມທັງຫລາຍຍ່ອມປະສົບພັຍເວຣໃດ ທັງໃນປັຈຈຸບັນ ທັງໃນສັມປະຣາຍະພົພ ຍ່ອມ ສະເຫວີຍທຸກຂ໌ໂທມະນັສໃດ ເພາະເຫຕແຫ່ງການປະພຶຕຜິດໃນກາມທັງຫລາຍ ບຸຄຄົລຜູ້ງົດເວັ້ນຈາກກາເມສຸມິຈສາຈາຣ ຍ່ອມບໍ່ປະສົບພັຍເວຣນັ້ນ ທັງໃນປັຈຈຸບັນ ທັງໃນສັມປະຣາຍະພົພ ຍ່ອມບໍ່ສະເຫວີຍທຸກຂ໌ໂທມະນັສ ພັຍເວຣຂອງຜູ້ງົດເວັ້ນຈາກກາເມສຸມິຈສາຈາຣ ຍ່ອມສງົບຣະງັບດ້ວຍປະການຢ່າງນີ້.
ຄະຫະບໍດີ! ບຸຄຄົລຜູ້ເວົ້າຕົວະຍ່ອມປະສົບພັຍເວຣໃດ ທັງໃນປັຈຈຸບັນ ທັງໃນສັມປະຣາຍະພົພ ຍ່ອມສະເຫວີຍທຸກຂ໌ໂທມະນັສໃດ ເພາະເຫຕແຫ່ງການເວົ້າຕົວະ ບຸຄຄົລຜູ້ງົດເວັ້ນຈາກມຸສາວາທ ຍ່ອມບໍ່ປະສົບພັຍເວຣນັ້ນ ທັງໃນປັຈຈຸບັນ ທັງໃນສັມປະຣາຍະພົພ ຍ່ອມບໍ່ສະເຫວີຍທຸກຂ໌ ໂທມະນັສ ພັຍເວຣຂອງຜູ້ງົດເວັ້ນຈາກມຸສາວາທ ຍ່ອມສງົບຣະງັບດ້ວຍປະການຢ່າງນີ້.
ຄະຫະບໍດີ! ບຸຄຄົລຜູ້ເສພສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ ຍ່ອມປະສົບພັຍເວຣໃດ ທັງໃນປັຈຈຸບັນ ທັງໃນສັມປະຣາຍະພົພ ຍ່ອມໄດ້ສະເຫວີຍທຸກຂ໌ໂທມະນັສໃດ ເພາະເຫຕແຫ່ງສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ ບຸຄຄົລຜູ້ງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ ຍ່ອມບໍ່ປະສົບພັຍເວຣນັ້ນ ທັງໃນປັຈຈຸບັນ ທັງໃນສັມປະຣາຍະພົພ ຍ່ອມບໍ່ໄດ້ ສະເຫວີຍທຸກຂ໌ ໂທມະນັສ ພັຍເວຣຂອງຜູ້ງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ ຍ່ອມ ສງົບຣະງັບດ້ວຍປະການຢ່າງນີ້.
ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໑໘໓/໑໗໔