ຄວາມມີຂຶ້ນແຫ່ງພົບ (ໄນຍະ 1)
ພົບພູມ
ຂ້າແຕ່ພຣະອົງຜູ້ຈະເຣີນ ! ພຣະຜູ້ມີພຣະພາກເຈົ້າກ່າວຢູ່ວ່າ “ ພົບ-ພົບ ” ດັ່ງນີ້ ພົບ ຍ່ອມມີໄດ້ ດ້ວຍເຫດພຽງເທົ່າໃດໜໍ ຂ້ານ້ອຍ !
ອານົນ ! ຖ້າກັມມີກາມະທາຕຸ໑ ເປັນວິບາກ ຈະບໍ່ໄດ້ມີແລ້ວນັ້ນ ກາມະພົບ ຈະຍ່ອມປາກົດໄດ້ຫຼືບໍ່ ?
ເປັນໄປບໍ່ໄດ້ ຂ້ານ້ອຍ !
ອານົນ ! ດ້ວຍເຫດນີ້ແຫຼະ ກັມຈຶ່ງເປັນຜືນນາ ວິນຍານຈຶ່ງເປັນແກ່ນພັນພືດ ຕັນຫາເປັນຢາງ (ສໍາລັບຫລໍ່ລ້ຽງເຊື້ອງອກ) ຂອງແກ່ນພືດ ວິນຍານຂອງສັຕທັງຫຼາຍ ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກມັດ ຕັ້ງຢູ່ແລ້ວດ້ວຍທາດຊັ້ນຕໍ່າ (ກາມະທາຕຸ) ການບັງເກີດຂຶ້ນໃນພົບໃໝ່ຕໍ່ໄປ ຍ່ອມມີໄດ້ ດ້ວຍອາການເຊັ່ນນີ້.
ອານົນ ! ຖ້າກັມມີຣູປະທາຕຸ໒ ເປັນວິບາກ ຈະບໍ່ໄດ້ມີແລ້ວນັ້ນ ຣູປະພົບ ຈະຍ່ອມປາກົດໄດ້ຫຼືບໍ່ ?
ເປັນໄປບໍ່ໄດ້ ຂ້ານ້ອຍ !
ອານົນ ! ດ້ວຍເຫດນີ້ແຫຼະ ກັມຈຶ່ງເປັນຜືນນາ ວິນຍານຈຶ່ງເປັນແກ່ນພັນພືດ ຕັນຫາເປັນຢາງຂອງພືດ ວິນຍານຂອງສັຕທັງຫຼາຍ ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກມັດ ຕັ້ງຢູ່ແລ້ວດ້ວຍທາດຊັ້ນກາງ (ຣູປະທາຕຸ) ການບັງເກີດຂຶ້ນໃນພົບໃໝ່ຕໍ່ໄປ ຍ່ອມມີໄດ້ ດ້ວຍອາການເຊັ່ນນີ້.
ອານົນ ! ຖ້າກັມມີອະຣູປະທາຕຸ໑ ເປັນວິບາກ ຈະບໍ່ໄດ້ມີແລ້ວນັ້ນ ອະຣູປະພົບ ຈະຍ່ອມປາກົດໄດ້ຫລືບໍ່ ?
ເປັນໄປບໍ່ໄດ້ ຂ້ານ້ອຍ !
ອານົນ ! ດ້ວຍເຫດນີ້ແຫຼະ ກັມຈຶ່ງເປັນຜືນນາ ວິນຍານຈຶ່ງເປັນແກ່ນພັນພືດ ຕັນຫາເປັນຢາງຂອງພືດ ວິນຍານຂອງສັຕທັງຫຼາຍ ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກມັດ ຕັ້ງຢູ່ແລ້ວດ້ວຍທາດຊັ້ນປານີດ (ອະຣູປະທາຕຸ) ການບັງເກີດຂຶ້ນໃນພົບໃໝ່ຕໍ່ໄປ ຍ່ອມມີໄດ້ດ້ວຍອາການເຊັ່ນນີ້.
ອານົນ ! ພົບ ຍ່ອມມີໄດ້ ດ້ວຍອາການດັ່ງນີ້ແລ.
- ບາລີ ຕິກ. ອັງ. ໒໐/໒໘໗/໕໑໖.