ຜູ້ລໍ້ລວງມັດຈຸຣາດໃຫ້ຫຼົງ.
ທໍາໃນທ່າມກາງ
ພິກຂຸ ທ. ! ປຸຖຸຊົນຜູ້ບໍ່ໄດ້ຍິນໄດ້ຟັງ ຍ່ອມເວົ້າວ່າ ‘ສະມຸດ-ສະມຸດ’ ດັ່ງນີ້.ພິກຂຸ ທ. ! ສະມຸດ ເຊັ່ນທີ່ກ່າວນັ້ນ ບໍ່ແມ່ນສະມຸດໃນວິນັຍຂອງພຣະອະຣິຍະເຈົ້າ.ພິກຂຸ ທ. ! ສະມຸດ ເຊັ່ນທີ່ກ່າວນັ້ນ ເປັນພຽງອ່າງນໍ້າໃຫຍ່ ເປັນພຽງວັງນໍ້າໃຫຍ່.
ພິກຂຸ ທ. ! ຮູບ ທີ່ເຫັນດ້ວຍຕາ ອັນເປັນສິ່ງທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ທີ່ຍົວະຕາຍວນໃຈໃຫ້ຮັກ ເປັນທີ່ເຂົ້າໄປຕັ້ງອາໄສຢູ່ແຫ່ງຄວາມໃຄ່ ແລະເປັນທີ່ຕັ້ງແຫ່ງຄວາມກໍາໜັດຍ້ອມໃຈມີຢູ່. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ‘ສະມຸດໃນວິນັຍ ຂອງ ພຣະອະຣິຍະເຈົ້າ’. ໂລກນີ້ ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ, ໝູ່ສັຕ ພ້ອມທັງສະມະນະພຣາມ ພ້ອມທັງເທວະດາ ແລະມະນຸສສ໌ໂດຍສ່ວນຫຼາຍ ຕົກຢູ່ຈົມຢູ່ໃນສະມຸດນັ້ນ. ເປັນສັຕທີ່ມີຄວາມໃຄ່ ມີຈິຕຫຍຸ້ງເໝືອນກຸ່ມດ້າຍ ເກີດສານໄຂວ່ກັນສັບສົນ ດຸດດັ່ງຮັງນົກ ເໝືອນໂພງຫຍ້າມຸນຊະ ແລະປັບພະຊະ, ສັຕທັງຫຼາຍໃນສະມຸດນັ້ນ ຈຶ່ງບໍ່ຜ່ານພົ້ນ ອະບາຍ ທຸຄະຕິ ວິນິບາຕ ແລະສັງສາຣະວັຕໄປໄດ້.
ພິກຂຸ ທ. ! ສຽງ ທີ່ຟັງດ້ວຍຫູ.... ຯລຯ ....
ພິກຂຸ ທ. ! ກິ່ນ ທີ່ດົມດ້ວຍດັງ.... ຯລຯ ....
ພິກຂຸ ທ. ! ຣົສ ທີ່ຊີມດ້ວຍລີ້ນ.... ຯລຯ ....
ພິກຂຸ ທ. ! ໂຜຕຖັພພະ ທີ່ສັມຜັສດ້ວຍກາຍ.... ຯລຯ ….
ພິກຂຸ ທ. ! ທັມມາຣົມ ທີ່ຮູ້ດ້ວຍໃຈ ອັນເປັນສິ່ງທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ທີ່ຍົວະຕາຍວນໃຈໃຫ້ຮັກ ເປັນທີ່ເຂົ້າໄປຕັ້ງອາໄສຢູ່ແຫ່ງຄວາມໃຄ່ ແລະເປັນທີ່ຕັ້ງ ແຫ່ງຄວາມກໍາໜັດຍ້ອມໃຈມີຢູ່. ພິກຂຸ ທ. ! ເຫຼົ່ານີ້ເຮົາເອີ້ນວ່າ ‘ສະມຸດໃນວິນັຍຂອງພຣະອະຣິຍະເຈົ້າ’. ໂລກນີ້ ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ, ໝູ່ສັຕພ້ອມທັງສະມະນະພຣາມ ພ້ອມທັງເທວະດາ ແລະມະນຸສສ໌ໂດຍສ່ວນຫຼາຍ ຕົກຢູ່ ຈົມຢູ່ໃນສະມຸດນັ້ນ. ເປັນສັຕທີ່ມີຄວາມໃຄ່ ມີຈິຕຫຍຸ້ງເໝືອນກຸ່ມດ້າຍ ເກີດສານໄຂວ່ກັນສັບສົນ ດຸດດັ່ງຮັງນົກ ເໝືອນໂພງຫຍ້າມຸນຊະ ແລະປັບພະຊະ, ສັຕທັງຫຼາຍໃນສະມຸດນັ້ນ ຈຶ່ງບໍ່ຜ່ານພົ້ນ ອະບາຍ ທຸຄະຕິ ວິນິບາຕ ແລະສັງສາຣະວັຕໄປໄດ້.
(ຄາຖາຜະນວກ(ເພີ່ມ)ທ້າຍພຣະສູຕ)
ຣາຄະ ໂທສະ ແລະອະວິຊຊາ ຂອງທ່ານຜູ້ໃດ ຈາງຄາຍໄປແລ້ວ ທ່ານຜູ້ນັ້ນຊື່ວ່າ ຂ້າມສະມຸດນີ້ໄດ້ແລ້ວ ຊຶ່ງເປັນແຫຼ່ງທີ່ມີສັຕຮ້າຍ ມີທັງພາຍນໍ້າ ມີທັງຄື້ນວຽນວົນ ພັຍທີ່ໜ້າຢ້ານ ແສນຈະຂ້າມໄດ້ຍາກແທ້. ເຮົາຕະຖາຄົຕກ່າວວ່າ ທ່ານນັ້ນເປັນຜູ້ຜ່ານພົ້ນເສຍໄດ້ ຈາກເຄື່ອງ(ເກາະ)ຂ້ອງ ລະຂາດຈາກການຕ້ອງຕາຍ ບໍ່ມີອຸປະທິກິເລສ ; ທ່ານນັ້ນຢ່າຂາດຈາກຄວາມທຸກຂ໌ ທີ່ຕ້ອງມາເກີດອີກຕໍ່ໄປ ; ທ່ານນັ້ນ ມອດດັບໄປ ບໍ່ກັບມາອີກ ລໍ້ລວງເອົາພະຍາມັຈຈຸຣາຊາ ໃຫ້ຫຼົງໄດ້ ດັ່ງນີ້ແລ.
- ສລາ. ສັງ. ໑໘/໑໙໖/໒໘໗-໒໘໘.