ລັດທິທີ່ເຊື່ອວ່າສຸກທຸກ ເກີດຈາກກຳເກົ່າຢ່າງດຽວ
ກຳ
ພິກຂຸທັງຫຼາຍ ! ລັທທິ ໓ ລັດທິເຫຼົ່ານີ້ ມີຢູ່, ເປັນລັດທິຊຶ່ງແມ່ນວ່າບັນດິຕ ຈະພາກັນຮິ່ນຕອງ ຈະຢິບຂຶ້ນກວດສອບ ຈະຢິບຂຶ້ນວິພາກວິຈານ ກັນແນວໃດ ແມ່ນຈະຜັນແປກັນມາແນວໃດ ກໍຊວນໃຫ້ນ້ອມໄປ ເພື່ອການບໍ່ປະກອບກັມທີ່ດີງາມ ຢູ່ນັ້ນເອງ.
ພິກຂຸທັງຫຼາຍ ! ລັດທິ ໓ ລັດທິນັ້ນ ເປັນແນວໃດໜໍ ? ໓ ລັດທິຄື :-
(໑) ສະມະນະແລະພຣາມບາງພວກ ມີຖ້ອຍຄໍາແລະ ຄວາມເຫັນວ່າ “ບຸຣຸສບຸກຄົນໃດໆ ກໍຕາມ ທີ່ໄດ້ຮັບສຸຂ ຮັບທຸກຂ໌ ຫຼືບໍ່ແມ່ນສຸຂ ບໍ່ແມ່ນທຸກຂ໌ ທັງໝົດນັ້ນ ເປັນເພາະກັມທີ່ເຮັດໄວ້ແຕ່ປາງກ່ອນ” ດັ່ງນີ້.
(໒) ສະມະນະແລະພຣາມບາງພວກ ມີຖ້ອຍຄໍາແລະຄວາມເຫັນວ່າ “ບຸຣຸສບຸກຄົນໃດໆ ກໍຕາມ ທີ່ໄດ້ຮັບສຸຂ ຮັບທຸກຂ໌ ຫຼື ບໍ່ແມ່ນສຸຂ ບໍ່ແມ່ນທຸກຂ໌ ທັງໝົດນັ້ນ ເປັນເພາະການບັນດານຂອງເຈົ້າເປັນນາຍ” ດັ່ງນີ້.
(໓) ສະມະນະແລະພຣາມບາງພວກ ມີຖ້ອຍຄໍາແລະຄວາມເຫັນວ່າ “ບຸຣຸສບຸກຄົນໃດໆ ກໍຕາມ ທີ່ໄດ້ຮັບສຸຂ ຮັບທຸກຂ໌ ຫຼືບໍ່ແມ່ນສຸຂ ບໍ່ແມ່ນທຸກຂ໌ ທັງໝົດນັ້ນ ບໍ່ມີຫຍັງເປັນເຫຕ ເປັນປັຈຈັຍເລີຍ” ດັ່ງນີ້.
ພິກຂຸທັງຫຼາຍ ! ໃນບັນດາລັດທິທັງ ໓ ນັ້ນ ສະມະນະ ພຣາມບາງພວກໃດ ມີຖ້ອຍຄໍາແລະຄວາມເຫັນວ່າ “ບຸກຄົນໄດ້ຮັບສຸຂ ຫຼືທຸກຂ໌ ຫຼືບໍ່ ແມ່ນສຸຂ ບໍ່ແມ່ນທຸກຂ໌ ເພາະກັມທີ່ເຮັດໄວ້ແຕ່ປາງກ່ອນຢ່າງດຽວ” ມີຢູ່,
ເຮົາເຂົ້າໄປຫາສະມະນະພຣາມເຫຼົ່ານັ້ນ ແລ້ວສອບຖາມຄວາມທີ່ເຂົາຍັງຢືນຢັນຢູ່ດັ່ງນັ້ນແລ້ວ ເຮົາກ່າວກັບເຂົາວ່າ “ຖ້າແນວນັ້ນ (ໃນບັດນີ້) ຄົນທີ່ຂ້າສັຕ... ລັກຊັບ... ປະພຶຕຜິດພຣົມມະຈັນ... ເວົ້າຂີ້ຕົວະ... ເວົ້າຍຸແຍ່ໃຫ້ແຕກກັນ ...ເວົ້າຄໍາຫຍາບ... ເວົ້າໂລເລ... ມີໃຈລະໂມບເພັ່ງເລັງ... ມີໃຈພະຍາບາດ... ມີຄວາມເຫັນວິປະຣິຕເຫຼົ່ານີ້ ເຍື່ອງໃດເຍື່ອງໜຶ່ງ (ໃນເວລານີ້) ນັ້ນກໍຕ້ອງເປັນເພາະກັມທີ່ເຮັດໄວ້ແຕ່ປາງກ່ອນ.
ເມື່ອມົວແຕ່ຖືເອົາ
ກັມທີ່ເຮັດໄວ້ແຕ່ປາງກ່ອນ
ມາເປັນສາຣະສໍາຄັນດັ່ງນີ້ແລ້ວ
ຄົນເຫຼົ່ານັ້ນກໍບໍ່ມີຄວາມຢາກເຮັດ
ຫຼື ຄວາມພະຍາຍາມເຮັດໃນຂໍ້ທີ່ວ່າ
ສິ່ງນີ້ຄວນເຮັດ (ກະຣະນີຍະກິຈ)
ສິ່ງນີ້ບໍ່ຄວນເຮັດ (ອະກະຣະນີຍະກິຈ) ອີກຕໍ່ໄປ.
ເມື່ອກະຣະນີຍະກິຈແລະອະກະຣະນີຍະກິຈ
ບໍ່ຖືກເຮັດ ຫຼືຖືກລະເວັ້ນໃຫ້ຈິງໆ ຈັງໆ ກັນແລ້ວ
ຄົນພວກທີ່ບໍ່ມີສະຕິຄຸ້ມຄອງຕົນເຫຼົ່ານັ້ນ
ກໍບໍ່ມີຫຍັງທີ່ຈະມາເອີ້ນຕົນວ່າ
ເປັນສະມະນະຢ່າງຖືກທັມໄດ້” ດັ່ງນີ້.
ຕິກ. ອັງ. ໒໐/໒໒໒/໕໐໑.