ຂະຫຍາຍຄວາມຂອງຈະຕຸຣາຣິຢະສັດຈະ (ອີກໄນຍະໜຶ່ງ) (ຊົງສະແດງດ້ວຍຄໍາວ່າໂລກ)
ອະຣິຍະສັດ 4
ພິກຂຸ ທ. ! ໂລກ ເປັນສິ່ງທີ່ຕະຖາຄົຕໄດ້ຮູ້ພ້ອມສະເພາະແລ້ວ, ຕະຖາຄົຕເປັນຜູ້ຖອນຕົນຈາກໂລກໄດ້ແລ້ວ. ເຫຕໃຫ້ເກີດໂລກ ເປັນສິ່ງທີ່ຕະຖາຄົຕໄດ້ຮູ້ພ້ອມສະເພາະແລ້ວ. ຕະຖາຄົຕລະເຫຕໃຫ້ເກີດໂລກໄດ້ແລ້ວ. ຄວາມດັບບໍ່ເຫຼືອແຫ່ງໂລກ ເປັນສິ່ງທີ່ຕະຖາຄົຕຮູ້ພ້ອມສະເພາະແລ້ວ, ຕະຖາຄົຕເຮັດໃຫ້ແຈ້ງຄວາມດັບບໍ່ເຫຼືອແຫ່ງໂລກໄດ້ແລ້ວ. ທາງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງໂລກເປັນສິ່ງທີ່ຕະຖາຄົຕຮູ້ພ້ອມສະເພາະແລ້ວ. ຕະຖາຄົຕເຮັດໃຫ້ເກີດມີຂຶ້ນໄດ້ແລ້ວຊຶ່ງທາງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງໂລກນັ້ນ.
- ອິຕິວຸ. ຂຸ. ໒໕/໓໒໑/໒໙໓.
.... ແນະເຈົ້າ ! ໃນຮ່າງກາຍທີ່ຍາວວາໜຶ່ງ ຊຶ່ງປະກອບດ້ວຍສັນຍາ ແລະໃຈນີ້ເອງ ເຮົາໄດ້ບັນຍັຕໂລກ, ເຫຕເກີດຂອງໂລກ, ຄວາມດັບບໍ່ເຫຼືອຂອງໂລກ, ແລະທາງໃຫ້ເຖິງຄວາມດັບບໍ່ເຫຼືອຂອງໂລກໄວ້.
- ຈຕຸກກະ. ອັງ. ໒໑/໖໔/໔໖.