ມີບຸກຄົນບວດແລ້ວຮູ້ອະຣິຍະສັດທັງໃນອະດີດ-ອະນາຄົດ-ປັດຈຸບັນ

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ໃນກາລະຍືດຍາວດົນນານຝ່າຍອະດີຕ, ກຸລະບຸຕເຫຼົ່າໃດ ອອກຈາກ ເຮືອນບວດແລ້ວ ເປັນຜູ້ບໍ່ກ່ຽວຂ້ອງດ້ວຍເຮືອນ ໄດ້ຮູ້ພ້ອມຍິ່ງແລ້ວຕາມເປັນຈິງ, ກຸລະບຸຕທັງໝົດນັ້ນ ໄດ້ຮູ້ພ້ອມຍິ່ງແລ້ວ ຊຶ່ງຄວາມຈິງອັນປະເສີດສີ່ຢ່າງ. ໃນກາລະຍືດຍາວດົນນານຝ່າຍອະນາຄົຕ, ກຸນລະບຸຕເຫຼົ່າໃດ ຈະອອກຈາກເຮືອນບວດເປັນຜູ້ບໍ່ກ່ຽວຂ້ອງດ້ວຍເຮືອນ ຈະຮູ້ພ້ອມຍິ່ງຕາມເປັນຈິງ, ກຸນລະບຸຕທັງໝົດນັ້ນ ກໍຈະຮູ້ພ້ອມຍິ່ງແລ້ວ ຊຶ່ງຄວາມຈິງອັນປະເສີດສີ່ຢ່າງ. ແລະໃນກາລະເປັນປັຈຈຸບັນນີ້, ກຸລະບຸຕເຫຼົ່າໃດ ອອກຈາກເຮືອນບວດຢູ່ ເປັນຜູ້ບໍ່ກ່ຽວຂອງດ້ວຍເຮືອນ ຮູ້ພ້ອມຍິ່ງຢູ່ຕາມເປັນຈິງ, ກຸລະບຸຕທັງໝົດນັ້ນ ກໍຮູ້ພ້ອມຍິ່ງຢູ່ ຊຶ່ງຄວາມຈິງອັນປະເສີດສີ່ຢ່າງ. ຄວາມຈິງອັນປະເສີດສີ່ຢ່າງນັ້ນ ເຫຼົ່າໃດໜໍ ? ສີ່ຢ່າງຄື : ຄວາມຈິງອັນປະເສີດຄືທຸກຂ໌, ເຫຕໃຫ້ເກີດແຫ່ງທຸກຂ໌, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.

ພິກຂຸ ທ. ! ເພາະເຫຕນັ້ນ ໃນກໍລະນີນີ້ ພວກເຈົ້າຕ້ອງຕັ້ງຄວາມພຽນ ເພື່ອໃຫ້ຮູ້ຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌,” ດັ່ງນີ້ເຖີ້ນ.

- ມຫາວາຣ. ສັງ. ໑໙/໕໒໑/໑໖໕໗.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ