ສຸກຄະຕິຂອງຜູ້ມີສິນ

ສິນ

0:00/0:00
ພິກຂຸທັງຫຼາຍ !
ສັຕທັງຫຼາຍ ເປັນຜູ້ມີກັມເປັນຂອງຕົນ
ເປັນທາຍາດແຫ່ງກັມ ມີກັມເປັນກໍາເນີດ
ມີກັມເປັນເຜົ່າພັນ ມີກັມເປັນທີ່ເພິ່ງອາໄສ
ເຮັດກັມໃດໄວ້ ດີກໍຕາມ ຊົ່ວກໍຕາມ
ຈະເປັນຜູ້ຮັບຜົນແຫ່ງກັມນັ້ນ.

ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນກໍລະນີນີ້
ຢຸດປານາຕິບາດ ເວັ້ນຂາດຈາກປານາຕິບາຕ ວາງທ່ອນໄມ້ ວາງສາດຕຣາ ມີຄວາມລະອາຍ ເຖິງຄວາມເອັນດູກະຣຸນາ ເກື້ອກູນແກ່ສັຕທັງຫຼາຍ ເຂົາບໍ່ກະເສືອກກະສົນດ້ວຍ(ກັມທາງ) ກາຍ ບໍ່ກະເສືອກກະສົນດ້ວຍ (ກັມທາງ) ວາຈາ ບໍ່ກະເສືອກກະສົນດ້ວຍ (ກັມທາງ) ໃຈ ກາຢະກັມຂອງເຂົາຕົງ ວະຈີກັມຂອງເຂົາຕົງ ມະໂນກັມຂອງເຂົາຕົງ ຄະຕິຂອງເຂົາຕົງ ອຸບັດ (ການເຂົ້າເຖິງພົບ) ຂອງເຂົາຕົງ.


ພິກຂຸທັງຫຼາຍ ! ສໍາລັບຜູ້ມີຄະຕິຕົງ ມີອຸບັດຕົງນັ້ນ ເຮົາກ່າວຄະຕິຢ່າງໃດຢ່າງໜຶ່ງ ໃນບັນດາຄະຕິສອງຢ່າງແກ່ເຂົາຄື ໝູ່ສັຕຜູ້ມີສຸຂໂດຍສ່ວນດຽວ ຫຼືວ່າຕະກູນອັນສູງ ຄືຕະກູນຂັດຕິຍະມະຫາສານ ຕະກູນພຣາມມະຫາສານ ຫຼືຕະກູນຄະຫະບໍດີມະຫາສານ ອັນຮັ່ງມີ ມີຊັບຫຼາຍ ມີໂພຄະຫຼາຍ ມີເງິນແລະຄໍາຫຼາຍ ມີອຸປະກອນແຫ່ງຊັໍບຫຼາຍ.
ພິກຂຸທັງຫຼາຍ ! ພູຕະສັຕ ຍ່ອມມີດ້ວຍອາການເຊັ່ນນີ້ ຄື ອຸບັດຍ່ອມມີແກ່ພູຕະສັຕ ເຂົາເຮັດກັມໃດໄວ້ ເຂົາຍ່ອມອຸບັດດ້ວຍກັມນັ້ນ ຜັດສະທັງຫຼາຍຍ່ອມຖືກຕ້ອງພູຕະສັຕນັ້ນ ຜູ້ອຸບັດແລ້ວ.
ພິກຂຸທັງຫຼາຍ ! ເຮົາກ່າວວ່າສັຕທັງຫຼາຍເປັນທາຍາດແຫ່ງກັມ ດ້ວຍອາການເຊັ່ນນີ້ ດັ່ງນີ້.

(ໃນກໍລະນີແຫ່ງບຸກຄົນຜູ້ບໍ່ເຮັດອະທິນນາທານ ບໍ່ເຮັດກາເມສຸມິດສາຈາຣ ກໍໄດ້ຕຣັດໄວ້ໃນຂໍ້ຄວາມເຊັ່ນດຽວກັນກັບໃນກໍລະນີຂອງຜູ້ບໍ່ເຮັດປານາຕິບາດ ດັ່ງກ່າວມາແລ້ວເບື້ອງເທິງທຸກປະການ ແລະຍັງໄດ້ຕຣັດຕໍ່ໄປເຖິງ ວະຈີສຸຈະຣິຕ ມະໂນສຸຈະຣິຕ ດ້ວຍຂໍ້ຄວາມເຊັ່ນດຽວກັນອີກດ້ວຍ)

- ບາລີ ທສກ. ອັງ. ໒໔/໓໑໑/໑໙໓.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ