ບິດາ-ມານດາ ຄືພຣົມຂອງບຸດ
ຄູ່ສົມຣົດ
ສະກຸນໃດບຸດບູຊາມານດາບິດາໃນເຮືອນຕົນ ສະກຸນນັ້ນມີພຣົມ ມີບຸພພາຈານ ມີອາຫຸໄນຍະບຸກຄົນ ເພາະມານດາບິດາ ມີອຸປະການະຫຼາຍ ບຳລຸງລ້ຽງ ສະແດງໂລກນີ້ແກ່ບຸດ
ມານດາບິດາຜູ້ອະນຸເຄາະບຸດ ທ່ານຮຽກວ່າພຣົມ ວ່າບຸພພາຈານ ແລະວ່າອາຫຸໄນຍະບຸກຄົນ ດັ່ງນັ້ນ ພຶງນະມັດສະການແລະສັກກາລະ ມານດາບິດາ ດ້ວຍເຂົ້າ ນ້ຳ ຜ້າ ທີ່ນອນ ການອົບກິ່ນ ການອາບນ້ຳ ແລະການລ້າງຕີນທັງສອງ ເພາະການປະນະນິບັດໃນມານດາບິດາດັ່ງນີ້ ບຸກຄົນຍ່ອມສັນເສີນເຂົາໃນໂລກນີ້ເອງ ແລະເມື່ອເຂົາລະໄປແລ້ວ ຍ່ອມບັນເທີງໃນສະຫວັນ
ພະພຣົມພາວະນາ ໔ ຢ່າງ ຄື ເມດຕາ ກະລຸນາ ມຸທິຕາ ອຸເບກຂາ ສ່ວນມານດາບິດາກໍພາວະນາ ໔ ໃນບຸດທັງຫຼາຍເຊັ່ນດຽວກັນ ດັ່ງນີ້
- ເກີດເມດຕາຈິດ ໃນເວລາທີ່ບຸດຢູ່ໃນທ້ອງ ວ່າເມື່ອໃດຈະໄດ້ເຫັນບຸດປອດໄພ ມີອະໄວຍະວະນ້ອຍໃຫຍ່ຄົບ ບໍລິບູນ
- ເກີດຄວາມກະລຸນາເມື່ອໄດ້ຍິນສຽງບຸດທີ່ຍັງເຍົາ ນອນແບເບາະ ມີເລືອດໄຮໄຕ່ຕອມ ຫຼືນອນກະສັບກະສ່າຍ ສົ່ງສຽງຮ້ອງຈ້າ
- ເກີດມຸທິຕາຈິດ ມີຈິດອ່ອນໄຫວ ບັນເທີງໃຈ ໃນເວລາທີ່ບຸດວິ່ງຫຼິ້ນ ຫຼືໃນເວລາທີ່ບຸດຢູ່ໃນໄວໜຸ່ມສາວ
- ເກີດອຸເບກຂາ ວາງໃຈເມື່ອບຸດເລີ່ມມີຄອບຄົວແຍກເຮືອນອອກໄປ ວ່າບຸດຂອງເຮົາສາມາດຢູ່ໄດ້ຕາມລຳພັງ
ມານດາບິດາຜູ້ອະນຸເຄາະບຸດ ຮຽກວ່າບຸພພາຈານ - ຕັ້ງແຕ່ບຸດເກີດ ມານດາບິດາໃຫ້ບຸດຮຽນ ສອນນັ່ງ ຢືນ ເດີນ ນອນ ຄ້ຽວ ກິນ ສອນບຸດຄວນເຮັດຫຼືບໍ່ຄວນເຮັດສິ່ງໃດ ຕໍ່ມາອາຈານອື່ນຈຶ່ງໃຫ້ສຶກສາສິລປະເລື່ອງຊ້າງ ມ້າ ລົດ ທະນູແລະການນັບດ້ວຍນິ້ວມືເປັນຕົ້ນ ໃຫ້ສະລະນະ ໃຫ້ ຕັ້ງໃຈຢູ່ໃນສີນ ໃຫ້ບັນພະຊາ ໃຫ້ຮຽນພຸດທະພະຈົນ ໃຫ້ອຸປະສົມບົດ ໃຫ້ບັນລຸໂສດາປັດຕິມັກເປັນຕົ້ນ ດັ່ງນັ້ນ ອາຈານ ເຫຼົ່ານັ້ນທັງໝົດ ຊື່ວ່າເປັນປັດຊາຈານ ສ່ວນມານດາບິດາເປັນອາຈານກ່ອນທຸກອາຈານ ຈຶ່ງເປັນບຸພພາຈານ
ມານດາບິດາຍ່ອມຟູມຟັກຮັກສາບຸດຂອງຕົນແມ້ໂດຍການຂ້າຊີວິດສັດອື່ນ ບັນດິດເມື່ອເຫັນບຸດປະນະນິບັດມານດາ ບິດາຂອງເຂົາແລ້ວ ຍ່ອມສັນເສີນບຸດນັ້ນໃນໂລກນີ້ ແລະເມື່ອບຸດນັ້ນໄປສູ່ປະໂລກແລ້ວ ຈະໄດ້ສະຖິດຢູ່ໃນສະຫວັນ ຮ່າເລີງບັນເທີງໃຈດ້ວຍທິບສົມບັດ
**ອ້າງອີງ**
ພະສຸດຕັນຕະປິດົກ ຫຼັ້ມທີ່ ໑໒ ຂໍ້ທີ່ [໔໗໐] ພຣົມສູດ + ອັດຖະກະຖາ