ພຣະມະຫາໂມກຄັດລານະຫາຍຈາກອາພາດດ້ວຍໂພດຊົງ 7
ທໍາໃນທ່າມກາງ
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເວລຸວັນກລັນທະກະນິວາປະສະຖານ ໃກ້ພຣະນະຄອນຣາຄຶຫ໌ ກໍສມັຍນັ້ນ ທ່ານພຣະໂມຄຄັລລານະອາພາທ ບໍ່ສະບາຍ ເປັນໄຂ້ໜັກ ຢູ່ທີ່ພູເຂົາຄິຊຊະກູຕ.
ຄັ້ງນັ້ນ ພຣະຜູ້ມີພຣະພາຄສະເດັຈອອກຈາກທີ່ຫລີກເຣັ້ນໃນຕອນແລງ ເຂົ້າໄປຫາທ່ານພຣະໂມຄຄັລລານະເຖິງທີ່ຢູ່ ແລ້ວປະທັບນັ່ງເທິງອາສະນະທີ່ປູລາດໄວ້ ຄັນແລ້ວໄດ້ຕຣັສຖາມທ່ານພຣະໂມຄຄັລລານະວ່າ:
ໂມຄຄັລລານະ! ເຈົ້າພໍອົດທົນໄດ້ຫລື ພໍຍັງອັຕຕະພາບໃຫ້ເປັນໄປໄດ້ຫລື ທຸກຂະເວທະນາທຸເລົາລົງ ບໍ່ກໍາເຣີບຂຶ້ນຫລື ຄວາມທຸເລົາຍ່ອມປາກົຕ ຄວາມກໍາເຣີບຍ່ອມບໍ່ປາກົຕແລຫລື?
່ທ່ານພຣະໂມຄຄັລລານະກຣາບທູລວ່າ ຂ້າແຕ່ພຣະອົງຜູ້ຈະເຣີນ ຂ້ານ້ອຍອົດທົນບໍ່ໄດ້ ຍັງອັຕຕະພາບໃຫ້ເປັນໄປບໍ່ໄດ້ ທຸກຂະເວທະນາຂອງຂ້ານ້ອຍກໍເຣີບໜັກ ບໍ່ທຸເລົາລົງເລີຍ ຄວາມກໍາເຣີບຍ່ອມປາກົຕ ຄວາມທຸເລົາຍ່ອມບໍ່ປາກົຕ.
ໂມຄຄັລລານະ! ໂພຊຊົງຄ໌ ໗ ເຫລົ່ານີ້ ເຮົາກ່າວໄວ້ຊອບແລ້ວ ເມື່ອບຸຄຄົລຈະເຣີນແລ້ວ ກະທໍາໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອຄວາມຮູ້ຍິ່ງ ເພື່ອຄວາມຕຣັສຮູ້ ເພື່ອນິພພານ. ໂພຊຊົງ ໗ ເປັນຢ່າງໃດ?
ໂມຄຄັລລານະ! ສະຕິສັມໂພຊຊົງຄ໌ ເຮົາກ່າວໄວ້ຊອບແລ້ວ ເມື່ອບຸຄຄົລຈະເຣີນແລ້ວ ກະທໍາໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອຄວາມຮູ້ຍິ່ງ ເພື່ອຄວາມຕຣັສຮູ້ ເພື່ອນິພພານ.
ທັມມະວິຈະຍະສັມໂພຊຊົງຄ໌ ເຮົາກ່າວໄວ້ຊອບແລ້ວ ເມື່ອບຸຄຄົລຈະເຣີນແລ້ວ ກະທໍາໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອຄວາມຮູ້ຍິ່ງ ເພື່ອຄວາມຕຣັສຮູ້ ເພື່ອນິພພານ.
ວິຣິຍະສັມໂພຊຊົງຄ໌ ເຮົາກ່າວໄວ້ຊອບແລ້ວ ເມື່ອບຸຄຄົລຈະເຣີນແລ້ວ ກະທໍາໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອຄວາມຮູ້ຍິ່ງ ເພື່ອຄວາມຕຣັສຮູ້ ເພື່ອນິພພານ.
ປິຕິສັມໂພຊຊົງຄ໌ ເຮົາກ່າວໄວ້ຊອບແລ້ວ ເມື່ອບຸຄຄົລຈະເຣີນແລ້ວ ກະທໍາໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອຄວາມຮູ້ຍິ່ງ ເພື່ອຄວາມຕຣັສຮູ້ ເພື່ອນິພພານ.
ປັສສັທທິສັມໂພຊຊົງຄ໌ ເຮົາກ່າວໄວ້ຊອບແລ້ວ ເມື່ອບຸຄຄົລຈະເຣີນແລ້ວ ກະທໍາໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອຄວາມຮູ້ຍິ່ງ ເພື່ອຄວາມຕຣັສຮູ້ ເພື່ອນິພພານ.
ສະມາທິສັມໂພຊຊົງຄ໌ ເຮົາກ່າວໄວ້ຊອບແລ້ວ ເມື່ອບຸຄຄົລຈະເຣີນແລ້ວ ກະທໍາໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອຄວາມຮູ້ຍິ່ງ ເພື່ອຄວາມຕຣັສຮູ້ ເພື່ອນິພພານ.
ອຸເປກຂາສັມໂພຊຊົງຄ໌ ເຮົາກ່າວໄວ້ຊອບແລ້ວ ເມື່ອບຸຄຄົລຈະເຣີນແລ້ວ ກະທໍາໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອຄວາມຮູ້ຍິ່ງ ເພື່ອຄວາມຕຣັສຮູ້ ເພື່ອນິພພານ.
ໂມຄຄັລລານະ! ໂພຊຊົງຄ໌ ໗ ເຫລົ່ານີ້ແລ ເຮົາກ່າວໄວ້ຊອບແລ້ວ ເມື່ອບຸຄຄົລຈະເຣີນແລ້ວ ກະທໍາໃຫ້ຫລາຍແລ້ວ ຍ່ອມເປັນໄປເພື່ອຄວາມຮູ້ຍິ່ງ ເພື່ອຄວາມຕຣັສຮູ້ ເພື່ອນິພພານ.
ທ່ານພຣະມະຫາໂມຄຄັລລານະກຣາບທູລວ່າ:
ຂ້າແຕ່ພຣະຜູ້ມີພຣະພາຄ ໂພຊຊົງຄຼດີຫລາຍ ຂ້າແຕ່ພຣະສຸຄົຕ ໂພຊຊົງຄ໌ດີຫລາຍ.
ພຣະຜູ້ມີພຣະພາຄໄດ້ຕຣັສໄວຍະກອນພາສິຕນີ້ແລ້ວ ທ່ານພຣະໂມຄຄັລລານະປຶ້ມໃຈ ຊື່ນຊົມພາສິຕຂອງພຣະຜູ້ມີພຣະພາຄ. ທ່ານພຣະໂມຄຄັລລານະຫາຍຈາກອາພາທນັ້ນແລ້ວ ແລະອາພາທນັ້ນ ອັນທ່ານພຣະໂມຄຄັລລານະລະໄດ້ດ້ວຍປະກາຣຢ່າງນີ້ແລ.
---------------------------------------------------------------
ສັງຍຸຕຕະນິກາຍ ມະຫາວາຣະວັຄ ໑໙/໑໐໗-໑໐໘/໔໒໐-໔໒໔