ກຳດຳ ກຳຂາວ ກຳບໍ່ດຳບໍ່ຂາວ
ກຳ
ພິກຂຸທັງຫຼາຍ ! ກັມ ໔ ຢ່າງເຫຼົ່ານີ້ ເຮົາເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງແລ້ວ ປະກາດໃຫ້ຮູ້ທົ່ວກັນ.
ກັມ ໔ ຢ່າງ ແນວໃດໜໍ ?
ພິກຂຸທັງຫຼາຍ ! ກັມດຳ ມີວິບາກດຳ ກໍມີຢູ່.
ພິກຂຸທັງຫຼາຍ ! ກັມຂາວ ມີວິບາກຂາວ ກໍມີຢູ່.
ພິກຂຸທັງຫຼາຍ ! ກັມທັງດຳທັງຂາວ ມີວິບາກທັງດຳ
ທັງຂາວ ກໍມີຢູ່.
ພິກຂຸທັງຫຼາຍ ! ກັມບໍ່ດຳບໍ່ຂາວ ມີວິບາກບໍ່ດຳບໍ່ຂາວ ເປັນໄປເພື່ອຄວາມສິ້ນກັມ ກໍມີຢູ່.
ພິກຂຸທັງຫຼາຍ ! ກັມດຳ ມີວິບາກດຳ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນກໍລະນີນີ້ ຍ່ອມປຸງແຕ່ງກາຍະສັງຂາຣອັນເປັນໄປດ້ວຍຄວາມບຽດບຽນ, ຍ່ອມປຸງແຕ່ງ ວະຈີສັງຂາຣອັນເປັນໄປດ້ວຍຄວາມບຽດບຽນ, ຍ່ອມປຸງແຕ່ງ ມະໂນສັງຂາຣອັນເປັນໄປດ້ວຍຄວາມບຽດບຽນ. ຄັນເຂົາປຸງແຕ່ງສັງຂາຣ (ທັງສາມ) ດັ່ງນີ້ແລ້ວ
ຍ່ອມເຂົ້າເຖິງໂລກອັນເປັນໄປດ້ວຍຄວາມບຽດບຽນ, ຜັສສະທັງຫຼາຍອັນເປັນໄປດ້ວຍຄວາມບຽດບຽນ ຍ່ອມຖືກຕ້ອງເຂົາຜູ້ເຂົ້າເຖິງໂລກອັນເປັນໄປດ້ວຍຄວາມບຽດບຽນ; ເຂົາອັນຜັສສະ ທີ່ເປັນໄປດ້ວຍຄວາມບຽດບຽນຖືກຕ້ອງແລ້ວ ຍ່ອມສະເຫວີຍເວທະນາທີ່ເປັນໄປດ້ວຍຄວາມບຽດບຽນ ອັນເປັນທຸກຂ໌ໂດຍສ່ວນດຽວ, ດັ່ງເຊັ່ນພວກສັຕນະຣົກ.
ພິກຂຸທັງຫຼາຍ ! ນີ້ຮຽກວ່າ ກັມດຳ ມີວິບາກດຳ.
ພິກຂຸທັງຫຼາຍ ! ກັມຂາວມີວິບາກຂາວ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນກໍລະນີນີ້ ຍ່ອມປຸງແຕ່ງ ກາຍະສັງຂາຣອັນບໍ່ເປັນໄປດ້ວຍຄວາມບຽດບຽນ, ຍ່ອມປຸງແຕ່ງ ວະຈີສັງຂາຣອັນບໍ່ເປັນໄປດ້ວຍຄວາມບຽດບຽນ, ຍ່ອມປຸງແຕ່ງ ມະໂນສັງຂາຣອັນບໍ່ເປັນໄປດ້ວຍຄວາມບຽດ ບຽນ. ຄັນເຂົາປຸງແຕ່ງສັງຂາຣ (ທັງສາມ) ດັ່ງນີ້ແລ້ວ ຍ່ອມເຂົ້າເຖິງໂລກ ອັນບໍ່ເປັນໄປດ້ວຍຄວາມບຽດບຽນ; ຜັສສະທັງຫຼາຍທີ່ບໍ່ເປັນໄປດ້ວຍຄວາມບຽດບຽນ ຍ່ອມຖືກຕ້ອງເຂົາຜູ້ເຂົ້າເຖິງໂລກ ອັນບໍ່ເປັນໄປດ້ວຍຄວາມບຽດບຽນ; ເຂົາອັນຜັສສະທີ່ບໍ່ເປັນໄປດ້ວຍຄວາມບຽດບຽນຖືກຕ້ອງແລ້ວ
ຍ່ອມສະເຫວີຍເວທະນາ ທີ່ບໍ່ເປັນໄປດ້ວຍຄວາມບຽດບຽນ ອັນເປັນສຸຂໂດຍສ່ວນດຽວ, ດັ່ງເຊັ່ນພວກເທບສຸພະກິນຫາ.
ພິກຂຸທັງຫຼາຍ ! ນີ້ຮຽກວ່າ ກັມຂາວ ມີວິບາກຂາວ.
ພິກຂຸທັງຫຼາຍ ! ກັມທັງດຳທັງຂາວ ມີວິບາກທັງດຳທັງຂາວ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນກໍລະນີນີ້ ຍ່ອມປຸງແຕ່ງ ກາຍະສັງຂາຣອັນເປັນໄປດ້ວຍຄວາມບຽດບຽນແດ່ ບໍ່ເປັນໄປດ້ວຍຄວາມບຽດບຽນແດ່, ຍ່ອມປຸງແຕ່ງ ວະຈີສັງຂາຣອັນເປັນໄປດ້ວຍຄວາມບຽດບຽນແດ່ ບໍ່ເປັນໄປດ້ວຍຄວາມບຽດບຽນແດ່, ຍ່ອມປຸງແຕ່ງ ມະໂນສັງຂາຣອັນເປັນໄປດ້ວຍຄວາມບຽດບຽນແດ່ ບໍ່ເປັນໄປດ້ວຍຄວາມບຽດບຽນແດ່, ຄັນເຂົາປຸງແຕ່ງສັງຂາຣ (ທັງສາມ) ດັ່ງນີ້ແລ້ວ ຍ່ອມເຂົ້າເຖິງໂລກ ອັນເປັນໄປດ້ວຍຄວາມບຽດບຽນແດ່ ບໍ່ເປັນໄປດ້ວຍຄວາມບຽດບຽນແດ່; ຜັສສະທັງຫຼາຍ ທີ່ເປັນໄປດ້ວຍຄວາມບຽດບຽນແດ່ ບໍ່ເປັນໄປດ້ວຍຄວາມບຽດບຽນແດ່ ຍ່ອມຖືກຕ້ອງເຂົາຜູ້ເຂົ້າເຖິງໂລກອັນເປັນໄປດ້ວຍຄວາມບຽດບຽນແດ່ ບໍ່ເປັນໄປດ້ວຍຄວາມບຽດບຽນແດ່;
ເຂົາອັນຜັສສະ ທີ່ເປັນໄປດ້ວຍຄວາມບຽດບຽນແດ່ ບໍ່ເປັນໄປດ້ວຍຄວາມບຽດບຽນແດ່ ຖືກຕ້ອງແລ້ວ ຍ່ອມສະເຫວີຍເວທະນາທີ່ເປັນໄປດ້ວຍຄວາມບຽດບຽນແດ່ ບໍ່ເປັນໄປດ້ວຍຄວາມບຽດບຽນແດ່ ອັນເປັນເວທະນາທີ່ເປັນສຸຂແລະທຸກຂ໌ສັບປົນກັນ, ດັ່ງເຊັ່ນພວກມະນຸສ ພວກເທບບາງພວກ ພວກວິນິບາຕບາງພວກ.
ພິກຂຸທັງຫຼາຍ ! ນີ້ຮຽກວ່າ ກັມທັງດຳທັງຂາວ ມີວິບາກທັງດຳທັງຂາວ.
ພິກຂຸທັງຫຼາຍ ! ກັມບໍ່ດຳບໍ່ຂາວ ມີວິບາກບໍ່ດຳບໍ່ຂາວ ເປັນໄປເພື່ອຄວາມສິ້ນກັມ ເປັນແນວໃດໜໍ ?
ຄື ສັມມາທິຕຖິ, ສັມມາສັງກັບປະ, ສັມມາວາຈາ, ສັມມາກັມມັນຕະ, ສັມມາອາຊີວະ, ສັມມາວາຍາມະ, ສັມມາສະຕິ, ສັມມາສະມາທິ.
ພິກຂຸທັງຫຼາຍ ! ນີ້ຮຽກວ່າ ກັມບໍ່ດຳບໍ່ຂາວ ມີວິບາກບໍ່ດຳບໍ່ຂາວ ເປັນໄປເພື່ອຄວາມສິ້ນກັມ.
ພິກຂຸທັງຫຼາຍ ! ເຫຼົ່ານີ້ແລ ກັມ ໔ ຢ່າງ ທີ່ເຮົາເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງເອງ ແລ້ວປະກາດໃຫ້ຮູ້ທົ່ວກັນ.
- ບາລີ ຈຕຸກກ. ອັງ. ໒໑/໓໒໐-໓໒໑/໒໓໗.