ນົກມີປີກຈະບິນໄປທາງທິດໃດໆ ກໍມີແຕ່ປີກຂອງຕົນເປັນພາຣະບິນໄປ

ທາງສາຍກາງ

0:00/0:00
ກັສສະປະ ພິກຂຸເປັນຜູ້ສັນໂດດເປັນຢ່າງໃດ? ກັສສະປະ ພິກຂຸໃນທັມວິນັຍນີ້ ເປັນຜູ້ສັນໂດດດ້ວຍຈີວອຣເປັນເຄື່ອງບໍຣິຫາຣກາຍ ດ້ວຍບິນທະບາຕເປັນເຄື່ອງບໍຣິຫາຣທ້ອງ ເຂົາຈະໄປທາງທິສໃດໆ ກໍຖືໄປໄດ້ເອງ.
ກັສສະປະ ນົກມີປີກຈະບິນໄປທາງທິສໃດໆ ກໍມີແຕ່ປີກຂອງຕົນເປັນພາຣະບິນໄປ ສັນໃດ; ພິກຂຸກໍສັນນັ້ນແລ ເປັນຜູ້ສັນໂດດດ້ວຍຈີວອຣເປັນເຄື່ອງບໍຣິຫາຣກາຍ ດ້ວຍບິນທະບາຕເປັນເຄື່ອງບໍຣິຫາຣທ້ອງ ເຂົາຈະໄປທາງທິສໃດໆ ກໍຖືໄປໄດ້ເອງ. ກັສສະປະ ດ້ວຍປະກາຣດັ່ງທີ່ກ່າວມານີ້ແລ ພິກຂຸຊື່ວ່າ ເປັນຜູ້ສັນໂດດ.

ທີຄະນິກາຍ ສີລຂັນທະວັຄ ໙/໒໔໔/໒໗໐
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ