ວ່າດ້ວຍເຫດເກີດຂອງກຳ 3 ຢ່າງ

ກຳ

0:00/0:00
ພິກຂຸທັງຫຼາຍ ! ເຫຕທັງຫຼາຍ ໓ ປະການເຫຼົ່ານີ້ ມີຢູ່
ເພື່ອຄວາມເກີດຂຶ້ນແຫ່ງກັມທັງຫຼາຍ.

໓ ປະການເຫຼົ່າໃດໜໍ ?

໓ ປະການ ຄື :-
ໂລພະ (ຄວາມໂລບ) ເປັນເຫຕເພື່ອຄວາມເກີດຂຶ້ນ ແຫ່ງກັມທັງຫຼາຍ,
ໂທສະ (ຄວາມຄິດທໍາຮ້າຍ) ເປັນເຫຕເພື່ອຄວາມເກີດຂຶ້ນ ແຫ່ງກັມທັງຫຼາຍ,
ໂມຫະ (ຄວາມຫລົງ) ເປັນເຫຕເພື່ອຄວາມເກີດຂຶ້ນ ແຫ່ງກັມທັງຫຼາຍ.

ພິກຂຸທັງຫຼາຍ ! ປຽບເໝືອນເມັດພືດທັງຫຼາຍ ທີ່ບໍ່ແຕກຫັກ ທີ່ບໍ່ເນົ່າ ທີ່ບໍ່ຖືກທໍາລາຍດ້ວຍລົມແລະແດດ ເລືອກເອົາແຕ່ເມັດດີ ເກັບມ້ຽນໄວ້ດີ ອັນບຸກຄົນຫວ່ານໄປແລ້ວ ໃນພື້ນທີ່ຊຶ່ງມີປະຣິກັມອັນເຮັດດີແລ້ວໃນຜືນນາດີ. ອັນໜຶ່ງ ສາຍຝົນກໍຕົກຖືກຕ້ອງຕາມລະດູການ.

ພິກຂຸທັງຫຼາຍ ! ເມັດພືດທັງຫຼາຍເຫຼົ່ານັ້ນ ຈະຍ່ອມເຖິງຊຶ່ງຄວາມຈະເລີນ ງອກງາມ ໄພບູນໂດຍແນ່ນອນ, ເຊັ່ນໃດ

ພິກຂຸທັງຫຼາຍ ! ຂໍ້ນີ້ກໍເຊັ່ນນັ້ນ ຄື
ກັມອັນບຸກຄົນເຮັດແລ້ວດ້ວຍໂລພະເກີດຈາກໂລພະ ມີໂລພະເປັນເຫຕ ມີໂລພະເປັນສະມຸທັຍ ອັນໃດ ; ກັມອັນນັ້ນ ຍ່ອມໃຫ້ຜົລໃນຂັນທ໌ທັງຫຼາຍ ອັນເປັນທີ່ບັງເກີດແກ່ອັຕຕະພາບຂອງບຸກຄົນນັ້ນ. ກັມນັ້ນໃຫ້ຜົລໃນອັຕຕະພາບໃດ ເຂົາຍ່ອມສະເຫວີຍວິບາກແຫ່ງກັມນັ້ນ ໃນອັຕຕະພາບນັ້ນເອງ ບໍ່ວ່າຈະເປັນໄປຢ່າງໃນທິຕຖະທັມ (ຄືທັນດ່ວນ) ຫຼືວ່າ ເປັນໄປໃນອຸປະປັຊຊະ (ຄືໃນເວລາຕໍ່ໄປ) ຫຼືວ່າ ເປັນໄປໃນອະປະຣະປະຣິຢາຢະ (ຄື ໃນເວລາຕໍ່ໄປອີກ) ກໍຕາມ.

ກັມອັນບຸກຄົນເຮັດແລ້ວດ້ວຍໂທສະ ເກີດຈາກໂທສະ ມີໂທສະເປັນເຫຕ ມີໂທສະເປັນສະມຸທັຍ ອັນໃດ ກັມອັນນັ້ນ ຍ່ອມໃຫ້ຜົລໃນຂັນທ໌ທັງຫຼາຍ ອັນເປັນທີ່ບັງເກີດແກ່ອັຕຕະພາບຂອງບຸກຄົນນັ້ນ. ກັມນັ້ນໃຫ້ຜົລໃນອັຕຕະພາບໃດ ເຂົາຍ່ອມສະເຫວີຍວິບາກແຫ່ງກັມນັ້ນ ໃນອັຕຕະພາບນັ້ນເອງ ບໍ່ວ່າຈະເປັນໄປຢ່າງໃນທິຕຖະທັມ ຫຼືວ່າ ເປັນໄປໃນອຸປະປັຊຊະ ຫຼືວ່າ ເປັນໄປໃນອະປະຣະປະຣິຢາຢະ ກໍຕາມ.

ພຸດທະວະຈະນະ - ໝວດທັມ

ກັມອັນບຸກຄົນເຮັດແລ້ວດ້ວຍໂມຫະ ເກີດຈາກໂມຫະ ມີໂມຫະເປັນເຫຕ ມີໂມຫະເປັນສະມຸທັຍ ອັນໃດ ; ກັມອັນນັ້ນຍ່ອມໃຫ້ຜົລໃນຂັນທ໌ທັງຫຼາຍ ອັນເປັນທີ່ບັງເກີດແກ່ອັຕຕະພາບຂອງບຸກຄົນນັ້ນ. ກັມນັ້ນໃຫ້ຜົລໃນອັຕຕະພາບໃດ ເຂົາຍ່ອມສະເຫວີຍວິບາກແຫ່ງກັມນັ້ນ ໃນອັຕຕະພາບນັ້ນເອງ ບໍ່ວ່າຈະ ເປັນໄປຢ່າງໃນທິຕຖະທັມ ຫຼືວ່າ ເປັນໄປໃນອຸປະປັຊຊະ ຫຼືວ່າ ເປັນໄປໃນອະປະຣະປະຣິຢາຢະ ກໍຕາມ.

ພິກຂຸທັງຫຼາຍ ! ເຫຕທັງຫຼາຍ ໓ ປະການ ເຫຼົ່ານີ້ແລ ເປັນໄປເພື່ອຄວາມເກີດຂຶ້ນແຫ່ງກັມທັງຫຼາຍ.

ຕິກ. ອັງ. ໒໐/໑໗໑/໔໗໓.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ