ຜູ້ບໍ່ຮູ້ອະຣິຍະສັດຊື່ວ່າຕົກຢູ່ໃນຂຸມໄຟເປັນນິດ

ອະຣິຍະສັດ 4

0:00/0:00
ພິກຂຸ ທ. ! ບຸຄຄົລເຫຼົ່າໃດ ຈະເປັນສະມະນະຫຼືພຣາມກໍຕາມ ເມື່ອບໍ່ຮູ້ຢູ່ຕາມເປັນຈິງ ວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ ; ເຂົາເຫຼົ່ານັ້ນ ຍ່ອມຍິນດີ ຕໍ່ສິ່ງອັນເປັນປັຈຈັຍປຸງແຕ່ງ ທີ່ເປັນໄປພ້ອມເພື່ອຄວາມເກີດເປັນຕົ້ນ, ເຂົາຜູ້ຍິນດີແລ້ວ ຍ່ອມ ກໍ່ສ້າງປັຈຈັຍນັ້ນໆ ຂຶ້ນ (ເພື່ອຕົນເອງ), ຄັນກໍ່ສ້າງແລ້ວ ກໍ ຮ້ອນເອົ້າຢູ່ ເພາະຄວາມສຸມເຜົາ ຂອງຄວາມເກີດ ຄວາມແກ່ ຄວາມຕາຍ ຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ແລະຄວາມຄັບແຄ້ນໃຈ. ພິກຂຸ ທ. ! ບຸຄຄົລເຫຼົ່ານັ້ນ ເຮົາກ່າວວ່າ ເຂົາບໍ່ພົ້ນຈາກທຸກຂ໌ ຄືຄວາມເກີດເປັນຕົ້ນ ໄປໄດ້ເລີຍ.

ພິກຂຸ ທ. ! ສ່ວນບຸຄຄົລເຫຼົ່າໃດ ຈະເປັນສະມະນະຫຼືພຣາມກໍຕາມ ເມື່ອຮູ້ແຈ່ມແຈ້ງຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌”, ດັ່ງນີ້ ; ບຸຄຄົລເຫຼົ່ານັ້ນ ຍ່ອມບໍ່ຍິນດີຕໍ່ສິ່ງອັນເປັນປັຈຈັຍປຸງແຕ່ງ ທີ່ເປັນໄປພ້ອມເພື່ອຄວາມເກີດເປັນຕົ້ນ, ເຂົາຜູ້ບໍ່ຍິນດີແລ້ວ ຍ່ອມບໍ່ກໍ່ສ້າງປັຈຈັຍນັ້ນໆຂຶ້ນ (ເພື່ອຕົນເອງ), ຄັນບໍ່ກໍ່ສ້າງແລ້ວ ກໍບໍ່ຮ້ອນເອົ້າຢູ່ ເພາະຄວາມສຸມເຜົາຂອງຄວາມເກີດ ຄວາມແກ່ ຄວາມຕາຍ ຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ແລະຄວາມຄັບແຄ້ນໃຈ. ບຸຄຄົລເຫຼົ່ານັ້ນ ຍ່ອມຫຼຸດພົ້ນໄປຈາກຄວາມເກີດ ຄວາມແກ່ ຄວາມຕາຍ ຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ແລະຄວາມຄັບແຄ້ນໃຈ. ເຮົາກ່າວວ່າ ເຂົາຫຼຸດພົ້ນໄປໄດ້ຈາກທຸກຂ໌ ດັ່ງນີ້.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ