ການເຂົ້າເຖິງອາຊີບຂໍທານຂອງພິກຂຸ

ທໍາໃນເບື້ອງຕົ້ນ

0:00/0:00
ດູຣາພິກຂຸທັງຫຼາຍ ! ອາຊີບທີ່ຕ່ຳທີ່ສຸດ ໃນບັນດາອາຊີບທັງຫຼາຍ ຄື ການຂໍທານ.

ຄຳສາບແຊ່ງຢ່າງຍິ່ງໃນໂລກນີ້ ຄືຄຳສາບແຊ່ງວ່າ "ເຈົ້າຖືກະເບື້ອງໃນມືແລ້ວໄປຂໍທານເຖີດ" ດັ່ງນີ້.

ດູຣາພິກຂຸທັງຫຼາຍ ! ກຸລະບຸດທັງຫຼາຍ ເຂົ້າເຖິງອາຊີບນີ້ ເປັນຜູ້ເປັນໄປໃນອຳນາດແຫ່ງປະໂຫຍດເພາະ
ອາໄສອຳນາດແຫ່ງປະໂຫຍດ,
ບໍ່ແມ່ນເປັນຄົນໜີຣາຊະທັນ,
ບໍ່ແມ່ນເປັນຄົນຂໍໃຫ້ໂຈນປ່ອຍໂຕໄປບວດ,
ບໍ່ແມ່ນເປັນຄົນໜີໜີ້,
ບໍ່ແມ່ນເປັນຄົນໜີໄພ,
ບໍ່ເປັນຄົນໄຮ້ອາຊີບ,
ຈິ່ງບວດ.

ອີກຢ່າງໜຶ່ງ ກຸລະບຸດນີ້ບວດແລ້ວ ໂດຍທີ່ຄິດແບບນີ້ວ່າ ເຮົາທັງຫຼາຍເປັນຖືກຢັ່ງເອົາແລ້ວໂດຍ
ຄວາມເກີດ
ຄວາມແກ່
ຄວາມເຈັບ
ຄວາມຕາຍ
ຄວາມໂສກ
ຄວາມຄ່ຳຄວານລຳພັນ
ຄວາມທຸກ
ຄວາມເສຍໃຈ
ຄວາມຄັບແຄ້ນໃຈ ທັງຫຼາຍ,
ເປັນຜູ້ອັນຄວາມທຸກຢັ່ງເອົາແລ້ວ ມີຄວາມທຸກເປັນເບື້ອງໜ້າແລ້ວ
ເຮັດແນວໃດການກະທຳທີ່ສຸດແຫ່ງກອງທຸກທັງສິ້ນນີ້ ຈະເພິງປະກົດແກ່ເຮົາໄດ້ ດັ່ງນີ້.

......................................................
📜 ນັຍພຣະໄຕຣປິດົກ
ຂັນທະກະ. ສັງ. ໑໗/໑໑໓/໑໗໗.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ