ເມດຕາເຈໂຕວິມຸຕມີອັນໃດເປັນຢ່າງຍິ່ງ?

ພຣົມວິຫານ 4

0:00/0:00
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ນິຄົມຂອງຊາວໂກລິຍະຊື່ ຫລິທທະວະສັນນະ ໃນໂກລິຍະຊົນບົທ. ຄັ້ງນັ້ນ ພິກຂຸຫລາຍອົງຄ໌ດ້ວຍກັນ ເວລາເຊົ້າ ນຸ່ງແລ້ວ ຖືບາຕແລະຈີວອຣເຂົ້າໄປບິນທະບາຕໃນຫລິທທະວະສັນນະນິຄົມ ຄັ້ງນັ້ນ ພິກຂຸເຫລົ່ານັ້ນມີຄວາມດຳຣິວ່າ ເວລານີ້ຍັງເຊົ້າຫລາຍທີ່ຈະທ່ຽວໄປບິນທະບາຕໃນຫລິທທະວະສັນນະນິຄົມ ຖ້າເຊັ່ນນັ້ນ ເຮົາຄວນເຂົ້າໄປທີ່ອາຣາມຂອງພວກອັນຍະເດຍຣະຖີປະຣິພາຊົກເຖີດ.

ຄັ້ງນັ້ນ ພິກຂຸເຫລົ່ານັ້ນໄດ້ເຂົ້າໄປທີ່ອາຣາມຂອງພວກອັນຍະເດຍຣະຖີປະຣິພາຊົກ ໄດ້ປາສັຍກັບພວກອັນຍະເດຍຣະຖີປະຣິພາຊົກເຫລົ່ານັ້ນ ຄັນຜ່ານກາຣປາສັຍພໍໃຫ້ຣະນຶກເຖິງກັນໄປແລ້ວ ຈິ່ງນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ພວກອັນຍະເດຍຣະຖີປະຣິພາຊົກໄດ້ເວົ້າກັບພິກຂຸເຫລົ່ານັ້ນວ່າ:

ອາວຸໂສທັງຫລາຍ! ພຣະສະມະນະໂຄດົມສະແດງທັມແກ່ສາວົກທັງຫລາຍຢ່າງນີ້ວ່າ ມາເຖີດ ພິກຂຸທັງຫລາຍ ພວກເຈົ້າທັງຫລາຍລະນິວອຣ ໕ ອັນເປັນອຸປະກິເລສຂອງຈິຕ ທອນກຳລັງປັນຍາແລ້ວ ຈົ່ງມີໃຈປະກອບດ້ວຍເມຕຕາແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍເມຕຕາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ເຖີດ.

ຈົ່ງມີໃຈປະກອບດ້ວຍກະຣຸນາແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍກະຣຸນາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ເຖີດ.
ຈົ່ງມີໃຈປະກອບດ້ວຍມຸທິຕາແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍມຸທິຕາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ເຖີດ.

ຈົ່ງມີໃຈປະກອບດ້ວຍອຸເປກຂາແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍອຸເປກຂາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ເຖີດ.

ອາວຸໂສທັງຫລາຍ! ແມ່ນແຕ່ພວກເຮົາກໍສະແດງທັມແກ່ສາວົກທັງຫລາຍຢ່າງນີ້ວ່າ ມາເຖີດ ອາວຸໂສທັງຫລາຍ ທ່ານທັງຫລາຍລະນິວອຣ ໕ ອັນເປັນອຸປະກິເລສຂອງຈິຕ ທອນກຳລັງປັນຍາແລ້ວ ຈົ່ງມີໃຈປະກອບດ້ວຍເມຕຕາແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍເມຕຕາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ເຖີດ.

ອາວຸໂສທັງຫລາຍ! ໃນກາຣສະແດງທັມຂອງພວກເຮົານີ້ ອັນໃດເປັນຄວາມແປກກັນ ອັນໃດເປັນປະໂຍຊນ໌ອັນຍິ່ງ ອັນໃດເປັນຄວາມແຕກຕ່າງກັນລະຫວ່າງທັມມະເທສນາຂອງພວກເຮົາກັບທັມມະເທສນາຂອງພຣະສະມະນະໂຄດົມ ຫລືອະນຸສາສນີຂອງພວກເຮົາກັບອະນຸສາສນີຂອງພຣະສະມະນະໂຄດົມ?

ຄັ້ງນັ້ນ ພິກຂຸເຫລົ່ານັ້ນບໍ່ຊື່ນຊົມ ບໍ່ຄັດຄ້ານຄຳເວົ້າຂອງພວກອັນຍະເດຍຣະຖີປະຣິພາຊົກເຫລົ່ານັ້ນ ຄັນແລ້ວລຸກຈາກອາສະນະຫລີກໄປດ້ວຍຕັ້ງໃຈວ່າ ເຮົາທັງຫລາຍຈັກຊາບເນື້ອຄວາມແຫ່ງຄຳເວົ້ານີ້ໃນສຳນັກຂອງພຣະຜູ້ມີພຣະພາຄ.

ຄັ້ງນັ້ນ ພິກຂຸເຫລົ່ານັ້ນ ຄັນທ່ຽວໄປບິນທະບາຕໃນຫລິທທະວະສັນນະນິຄົມ ເວລາປັຈສາພັຕ ກັບຈາກບິນທະບາຕແລ້ວ ເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ອະພິວາທແລ້ວ ນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ກຣາບທູລພຣະຜູ້ມີພຣະພາຄວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ຂໍປະທານພຣະວະໂຣກາສ ເມື່ອເຊົ້ານີ້ ພວກຂ້ານ້ອຍທັງຫລາຍນຸ່ງແລ້ວ ຖືບາຕແລະຈີວອຣເຂົ້າໄປບິນທະບາຕໃນຫລິທທະວະສັນນະນິຄົມ ຄັ້ງນັ້ນ ພວກຂ້ານ້ອຍທັງຫລາຍໄດ້ມີຄວາມດຳຣິວ່າ ເວລານີ້ຍັງເຊົ້າຫລາຍທີ່ຈະທ່ຽວໄປບິນທະບາຕໃນຫລິທທະວະສັນນະນິຄົມ ຖ້າເຊັ່ນນັ້ນ ເຮົາຄວນເຂົ້າໄປທີ່ອາຣາມຂອງພວກອັນຍະເດຍຣະຖີປະຣິພາຊົກເຖີດ.

ຄັ້ງນັ້ນ ພວກຂ້ານ້ອຍທັງຫລາຍເຂົ້າໄປທີ່ອາຣາມຂອງພວກອັນຍະເດຍຣະຖີປະຣິພາຊົກ ໄດ້ປາສັຍກັບພວກອັນຍະເດຍຣະຖີປະຣິພາຊົກເຫລົ່ານັ້ນ ຄັນຜ່ານກາຣປາສັຍພໍໃຫ້ຣະນຶກເຖິງກັນໄປແລ້ວ ຈິ່ງນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ພວກອັນຍະເດຍຣະຖີປະຣິພາຊົກໄດ້ເວົ້າກັບພວກຂ້ານ້ອຍທັງຫລາຍວ່າ:

ອາວຸໂສທັງຫລາຍ! ພຣະສະມະນະໂຄດົມສະແດງທັມແກ່ສາວົກທັງຫລາຍຢ່າງນີ້ວ່າ ມາເຖີດ ພິກຂຸທັງຫລາຍ ພວກເຈົ້າທັງຫລາຍລະນິວອຣ ໕ ອັນເປັນອຸປະກິເລສຂອງຈິຕ ທອນກຳລັງປັນຍາແລ້ວ ຈົ່ງມີໃຈປະກອບດ້ວຍເມຕຕາແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍເມຕຕາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ເຖີດ.

ຈົ່ງມີໃຈປະກອບດ້ວຍກະຣຸນາແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍກະຣຸນາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ເຖີດ.

ຈົ່ງມີໃຈປະກອບດ້ວຍມຸທິຕາແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍມຸທິຕາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ເຖີດ.

ຈົ່ງມີໃຈປະກອບດ້ວຍອຸເປກຂາແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍອຸເປກຂາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ເຖີດ.

ອາວຸໂສທັງຫລາຍ! ແມ່ນແຕ່ພວກເຮົາກໍສະແດງທັມແກ່ສາວົກທັງຫລາຍຢ່າງນີ້ວ່າ ມາເຖີດ ອາວຸໂສທັງຫລາຍ ທ່ານທັງຫລາຍລະນິວອຣ ໕ ອັນເປັນອຸປະກິເລສຂອງຈິຕ ທອນກຳລັງປັນຍາແລ້ວ ຈົ່ງມີໃຈປະກອບດ້ວຍເມຕຕາແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍເມຕຕາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ເຖີດ.

ຈົ່ງມີໃຈປະກອບດ້ວຍກະຣຸນາແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍກະຣຸນາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ເຖີດ.

ຈົ່ງມີໃຈປະກອບດ້ວຍມຸທິຕາແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍມຸທິຕາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ເຖີດ.

ຈົ່ງມີໃຈປະກອບດ້ວຍອຸເປກຂາແຜ່ໄປຕະຫລອດທິສທີໜຶ່ງຢູ່ ທິສທີສອງ ທິສທີສາມ ທິສທີສີ່ກໍເໝືອນກັນ ທັງເບື້ອງເທິງ ເບື້ອງລຸ່ມ ເບື້ອງຂວາງ ແຜ່ໄປຕະຫລອດໂລກທັງປວງ ທົ່ວສັຕທຸກເຫລົ່າ ໃນທີ່ທຸກສະຖານ ດ້ວຍໃຈປະກອບດ້ວຍອຸເປກຂາອັນໄພບູນ ຍິ່ງໃຫຍ່ ຫາປະມານບໍ່ໄດ້ ບໍ່ມີເວຣ ບໍ່ມີພະຍາບາທຢູ່ເຖີດ.

ອາວຸໂສທັງຫລາຍ! ໃນກາຣສະແດງທັມຂອງພວກເຮົານີ້ ອັນໃດເປັນຄວາມແປກກັນ ອັນໃດເປັນປະໂຍຊນ໌ອັນຍິ່ງ ອັນໃດເປັນຄວາມແຕກຕ່າງກັນລະຫວ່າງທັມມະເທສນາຂອງພວກເຮົາກັບທັມມະເທສນາຂອງພຣະສະມະນະໂຄດົມ ຫລືອະນຸສາສນີຂອງພວກເຮົາກັບອະນຸສາສນີຂອງພຣະສະມະນະໂຄດົມ?

ຄັ້ງນັ້ນ ພວກຂ້ານ້ອຍທັງຫລາຍບໍ່ຊື່ນຊົມ ບໍ່ຄັດຄ້ານຄຳເວົ້າຂອງພວກອັນຍະເດຍຣະຖີປະຣິພາຊົກເຫລົ່ານັ້ນ ຄັນແລ້ວລຸກຈາກອາສະນະຫລີກໄປດ້ວຍຕັ້ງໃຈວ່າ ເຮົາທັງຫລາຍຈັກຊາບເນື້ອຄວາມແຫ່ງຄຳເວົ້ານີ້ໃນສຳນັກຂອງພຣະຜູ້ມີພຣະພາຄ.

ພຣະຜູ້ມີພຣະພາຄຕຣັສວ່າ:

ພິກຂຸທັງຫລາຍ! ພວກອັນຍະເດຍຣະຖີປະຣິພາຊົກມີວາທະຢ່າງນີ້ ພວກເຈົ້າທັງຫລາຍຄວນຖາມຢ່າງນີ້ວ່າ ອາວຸໂສທັງຫລາຍ ກໍເມຕຕາເຈໂຕວິມຸຕທີ່ບຸຄຄົລຈະເຣີນແລ້ວຢ່າງໃດ ມີອັນໃດເປັນຄະຕິ ມີອັນໃດເປັນຢ່າງຍິ່ງ ມີອັນໃດເປັນຜົລ ມີອັນໃດເປັນທີ່ສຸດ?

ກະຣຸນາເຈໂຕວິມຸຕທີ່ບຸຄຄົລຈະເຣີນແລ້ວຢ່າງໃດ ມີອັນໃດເປັນຄະຕິ ມີອັນໃດເປັນຢ່າງຍິ່ງ ມີອັນໃດເປັນຜົລ ມີອັນໃດເປັນທີ່ສຸດ?

ມຸທິຕາເຈໂຕວິມຸຕທີ່ບຸຄຄົລຈະເຣີນແລ້ວຢ່າງໃດ ມີອັນໃດເປັນຄະຕິ ມີອັນໃດເປັນຢ່າງຍິ່ງ ມີອັນໃດເປັນຜົລ ມີອັນໃດເປັນທີ່ສຸດ?

ອຸເປກຂາເຈໂຕວິມຸຕທີ່ບຸຄຄົລຈະເຣີນແລ້ວຢ່າງໃດ ມີອັນໃດເປັນຄະຕິ ມີອັນໃດເປັນຢ່າງຍິ່ງ ມີອັນໃດເປັນຜົລ ມີອັນໃດເປັນທີ່ສຸດ?
ເມື່ອພວກອັນຍະເດຍຣະຖີປະຣິພາຊົກຖືກຖາມຢ່າງນີ້ແລ້ວຈັກບໍ່ສາມາດຕອບໄດ້ ຈັກເຖິງຄວາມອຶດອັດຢ່າງຍິ່ງ ຂໍ້ນັ້ນເພາະເຫຕໃດ? ເພາະເປັນບັນຫາທີ່ຖາມໃນຖານະທີ່ບໍ່ແມ່ນວິສັຍ.

ພິກຂຸທັງຫລາຍ! ເຮົາຍັງບໍ່ແລເຫັນບຸຄຄົລໃນໂລກ ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ ໃນໝູ່ສັຕພ້ອມທັງສະມະນະພຣາມ ເທວະດາແລະມະນຸສທີ່ຈະຍັງຈິຕໃຫ້ຍິນດີໃນກາຣແກ້ບັນຫາເຫລົ່ານີ້ ເວັ້ນເສຍຈາກຕະຖາຄົຕ ສາວົກຂອງຕະຖາຄົຕ ຫລືຜູ້ທີ່ຟັງຈາກຕະຖາຄົຕຫລືຟັງຈາກສາວົກຂອງຕະຖາຄົຕ.

ພິກຂຸທັງຫລາຍ! ກໍເມຕຕາເຈໂຕວິມຸຕທີ່ບຸຄຄົລຈະເຣີນແລ້ວຢ່າງໃດ ມີອັນໃດເປັນຄະຕິ ມີອັນໃດເປັນຢ່າງຍິ່ງ ມີອັນໃດເປັນຜົລ ມີອັນໃດເປັນທີ່ສຸດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ຍ່ອມຈະເຣີນສະຕິສັມໂພຊຊົງທີ່ປະກອບດ້ວຍເມຕຕາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຍ່ອມຈະເຣີນທັມມະວິຈະຍະສັມໂພຊຊົງທີ່ປະກອບດ້ວຍເມຕຕາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຍ່ອມຈະເຣີນວິຣິຍະສັມໂພຊຊົງທີ່ປະກອບດ້ວຍເມຕຕາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຍ່ອມຈະເຣີນປີຕິສັມໂພຊຊົງທີ່ປະກອບດ້ວຍເມຕຕາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຍ່ອມຈະເຣີນປັສສັທທິສັມໂພຊຊົງທີ່ປະກອບດ້ວຍເມຕຕາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຍ່ອມຈະເຣີນສະມາທິສັມໂພຊຊົງທີ່ປະກອບດ້ວຍເມຕຕາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຍ່ອມຈະເຣີນອຸເປກຂາສັມໂພຊຊົງທີ່ປະກອບດ້ວຍເມຕຕາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຖ້າເຂົາຫວັງຢູ່ວ່າ ຂໍເຮົາມີສັນຍາວ່າ ເປັນປະຕິກູລໃນສິ່ງທີ່ບໍ່ປະຕິກູລ ເຂົາກໍຍ່ອມມີສັນຍາວ່າ ເປັນປະຕິກູລໃນສິ່ງທີ່ບໍ່ປະຕິກູລນັ້ນຢູ່.

ຖ້າເຂົາຫວັງຢູ່ວ່າ ຂໍເຮົາມີສັນຍາວ່າ ບໍ່ປະຕິກູລໃນສິ່ງທີ່ປະຕິກູລ ເຂົາກໍຍ່ອມມີສັນຍາວ່າ ບໍ່ປະຕິກູລໃນສິ່ງທີ່ປະຕິກູລນັ້ນຢູ່.

ຖ້າເຂົາຫວັງຢູ່ວ່າ ຂໍເຮົາມີສັນຍາວ່າ ເປັນປະຕິກູລໃນສິ່ງທີ່ບໍ່ປະຕິກູລແລະປະຕິກູລຢູ່ ເຂົາກໍຍ່ອມມີສັນຍາວ່າ ເປັນປະຕິກູລໃນສິ່ງທີ່ບໍ່ປະຕິກູລແລະປະຕິກູລນັ້ນຢູ່.

ຖ້າເຂົາຫວັງຢູ່ວ່າ ຂໍເຮົາມີສັນຍາວ່າ ບໍ່ປະຕິກູລໃນສິ່ງທີ່ປະຕິກູລແລະບໍ່ປະຕິກູລຢູ່ ເຂົາກໍຍ່ອມມີສັນຍາວ່າ ບໍ່ປະຕິກູລໃນສິ່ງທີ່ປະຕິກູລແລະບໍ່ປະຕິກູລນັ້ນຢູ່.
ຖ້າເຂົາຫວັງຢູ່ວ່າ ເຮົາຄວນເວັ້ນສິ່ງທັງສອງນັ້ນຄື ສິ່ງບໍ່ປະຕິກູລແລະສິ່ງທີ່ປະຕິກູລ ແລ້ວເປັນຜູ້ມີອຸເປກຂາ ມີສະຕິສັມປະຊັນຍະຢູ່ ກໍຍ່ອມເປັນຜູ້ມີອຸເປກຂາ ມີສະຕິ ສັມປະຊັນຍະໃນສິ່ງທັງສອງນັ້ນຢູ່ ຫລືອີກຢ່າງໜຶ່ງ ຍ່ອມເຂົ້າເຖິງສຸພະວິໂມກຂ໌ຢູ່.

ພິກຂຸທັງຫລາຍ! ເຮົາກ່າວເມຕຕາເຈໂຕວິມຸຕວ່າ ມີສຸພະວິໂມກຂ໌ເປັນຢ່າງຍິ່ງ ສຳຫລັບພິກຂຸຜູ້ມີປັນຍາຍັງບໍ່ແທງຕະຫລອດເຊິ່ງວິມຸຕອັນຍິ່ງໃນທັມວິນັຍນີ້ (ສຸພະປະຣະມາຫັງ ພິກຂະເວ ເມຕຕາເຈໂຕວິມຸຕຕິງ ວະທາມິ ໆ ອິທະ ປັນຍັສສະ ພິກຂຸໂນ ອຸຕຕະຣິວິມຸຕຕິງ ອັປປະຕິວິຊຊະໂຕ).

ພິກຂຸທັງຫລາຍ! ກໍກະຣຸນາເຈໂຕວິມຸຕທີ່ບຸຄຄົລຈະເຣີນແລ້ວຢ່າງໃດ ມີອັນໃດເປັນຄະຕິ ມີອັນໃດເປັນຢ່າງຍິ່ງ ມີອັນໃດເປັນຜົລ ມີອັນໃດເປັນທີ່ສຸດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ຍ່ອມຈະເຣີນສະຕິສັມໂພຊຊົງທີ່ປະກອບດ້ວຍກະຣຸນາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຍ່ອມຈະເຣີນທັມມະວິຈະຍະສັມໂພຊຊົງທີ່ປະກອບດ້ວຍກະຣຸນາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຍ່ອມຈະເຣີນວິຣິຍະສັມໂພຊຊົງທີ່ປະກອບດ້ວຍກະຣຸນາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຍ່ອມຈະເຣີນປີຕິສັມໂພຊຊົງທີ່ປະກອບດ້ວຍກະຣຸນາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຍ່ອມຈະເຣີນປັສສັທທິສັມໂພຊຊົງທີ່ປະກອບດ້ວຍກະຣຸນາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຍ່ອມຈະເຣີນສະມາທິສັມໂພຊຊົງທີ່ປະກອບດ້ວຍກະຣຸນາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຍ່ອມຈະເຣີນອຸເປກຂາສັມໂພຊຊົງທີ່ປະກອບດ້ວຍກະຣຸນາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຖ້າເຂົາຫວັງຢູ່ວ່າ ຂໍເຮົາມີສັນຍາວ່າ ເປັນປະຕິກູລໃນສິ່ງທີ່ບໍ່ປະຕິກູລ ເຂົາກໍຍ່ອມມີສັນຍາວ່າ ເປັນປະຕິກູລໃນສິ່ງທີ່ບໍ່ປະຕິກູລນັ້ນຢູ່.

ຖ້າເຂົາຫວັງຢູ່ວ່າ ຂໍເຮົາມີສັນຍາວ່າ ບໍ່ປະຕິກູລໃນສິ່ງທີ່ປະຕິກູລ ເຂົາກໍຍ່ອມມີສັນຍາວ່າ ບໍ່ປະຕິກູລໃນສິ່ງທີ່ປະຕິກູລນັ້ນຢູ່.

ຖ້າເຂົາຫວັງຢູ່ວ່າ ຂໍເຮົາມີສັນຍາວ່າ ເປັນປະຕິກູລໃນສິ່ງທີ່ບໍ່ປະຕິກູລແລະປະຕິກູລຢູ່ ເຂົາກໍຍ່ອມມີສັນຍາວ່າ ເປັນປະຕິກູລໃນສິ່ງທີ່ບໍ່ປະຕິກູລແລະປະຕິກູລນັ້ນຢູ່.

ຖ້າເຂົາຫວັງຢູ່ວ່າ ຂໍເຮົາມີສັນຍາວ່າ ບໍ່ປະຕິກູລໃນສິ່ງທີ່ປະຕິກູລແລະບໍ່ປະຕິກູລຢູ່ ເຂົາກໍຍ່ອມມີສັນຍາວ່າ ບໍ່ປະຕິກູລໃນສິ່ງທີ່ປະຕິກູລແລະບໍ່ປະຕິກູລນັ້ນຢູ່.

ຖ້າເຂົາຫວັງຢູ່ວ່າ ເຮົາຄວນເວັ້ນສິ່ງທັງສອງນັ້ນຄື ສິ່ງບໍ່ປະຕິກູລແລະສິ່ງທີ່ປະຕິກູລ ແລ້ວເປັນຜູ້ມີອຸເປກຂາ ມີສະຕິສັມປະຊັນຍະຢູ່ ກໍຍ່ອມເປັນຜູ້ມີອຸເປກຂາ ມີສະຕິ ສັມປະຊັນຍະໃນສິ່ງທັງສອງນັ້ນຢູ່ ຫລືອີກຢ່າງໜຶ່ງ ເພາະລ່ວງຣູປສັນຍາເສຍໄດ້ໂດຍປະກາຣທັງປວງ ເພາະຄວາມດັບໄປແຫ່ງປະຕິຄະສັນຍາ ເພາະບໍ່ກະທຳໄວ້ໃນໃຈເຊິ່ງນານັຕຕະສັນຍາ ໂດຍກຳນົດວ່າ ອາກາສບໍ່ມີທີ່ສຸດ ຍ່ອມບັນລຸອາກາສານັນຈາຍະຕະນະຢູ່.

ພິກຂຸທັງຫລາຍ! ເຮົາກ່າວກະຣຸນາເຈໂຕວິມຸຕວ່າ ມີອາກາສານັນຈາຍະຕະນະເປັນຢ່າງຍິ່ງ ສຳຫລັບພິກຂຸຜູ້ມີປັນຍາຍັງບໍ່ແທງຕະຫລອດເຊິ່ງວິມຸຕອັນຍິ່ງໃນທັມວິນັຍນີ້.

ພິກຂຸທັງຫລາຍ! ກໍມຸທິຕາເຈໂຕວິມຸຕທີ່ບຸຄຄົລຈະເຣີນແລ້ວຢ່າງໃດ ມີອັນໃດເປັນຄະຕິ ມີອັນໃດເປັນຢ່າງຍິ່ງ ມີອັນໃດເປັນຜົລ ມີອັນໃດເປັນທີ່ສຸດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ຍ່ອມຈະເຣີນສະຕິສັມໂພຊຊົງທີ່ປະກອບດ້ວຍມຸທິຕາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຍ່ອມຈະເຣີນທັມມະວິຈະຍະສັມໂພຊຊົງທີ່ປະກອບດ້ວຍມຸທິຕາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.
ຍ່ອມຈະເຣີນວິຣິຍະສັມໂພຊຊົງທີ່ປະກອບດ້ວຍມຸທິຕາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຍ່ອມຈະເຣີນປີຕິສັມໂພຊຊົງທີ່ປະກອບດ້ວຍມຸທິຕາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຍ່ອມຈະເຣີນປັສສັທທິສັມໂພຊຊົງທີ່ປະກອບດ້ວຍມຸທິຕາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຍ່ອມຈະເຣີນສະມາທິສັມໂພຊຊົງທີ່ປະກອບດ້ວຍມຸທິຕາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຍ່ອມຈະເຣີນອຸເປກຂາສັມໂພຊຊົງທີ່ປະກອບດ້ວຍມຸທິຕາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຖ້າເຂົາຫວັງຢູ່ວ່າ ຂໍເຮົາມີສັນຍາວ່າ ເປັນປະຕິກູລໃນສິ່ງທີ່ບໍ່ປະຕິກູລ ເຂົາກໍຍ່ອມມີສັນຍາວ່າ ເປັນປະຕິກູລໃນສິ່ງທີ່ບໍ່ປະຕິກູລນັ້ນຢູ່.

ຖ້າເຂົາຫວັງຢູ່ວ່າ ຂໍເຮົາມີສັນຍາວ່າ ບໍ່ປະຕິກູລໃນສິ່ງທີ່ປະຕິກູລ ເຂົາກໍຍ່ອມມີສັນຍາວ່າ ບໍ່ປະຕິກູລໃນສິ່ງທີ່ປະຕິກູລນັ້ນຢູ່.

ຖ້າເຂົາຫວັງຢູ່ວ່າ ຂໍເຮົາມີສັນຍາວ່າ ເປັນປະຕິກູລໃນສິ່ງທີ່ບໍ່ປະຕິກູລແລະປະຕິກູລຢູ່ ເຂົາກໍຍ່ອມມີສັນຍາວ່າ ເປັນປະຕິກູລໃນສິ່ງທີ່ບໍ່ປະຕິກູລແລະປະຕິກູລນັ້ນຢູ່.

ຖ້າເຂົາຫວັງຢູ່ວ່າ ຂໍເຮົາມີສັນຍາວ່າ ບໍ່ປະຕິກູລໃນສິ່ງທີ່ປະຕິກູລແລະບໍ່ປະຕິກູລຢູ່ ເຂົາກໍຍ່ອມມີສັນຍາວ່າ ບໍ່ປະຕິກູລໃນສິ່ງທີ່ປະຕິກູລແລະບໍ່ປະຕິກູລນັ້ນຢູ່.

ຖ້າເຂົາຫວັງຢູ່ວ່າ ເຮົາຄວນເວັ້ນສິ່ງທັງສອງນັ້ນຄື ສິ່ງບໍ່ປະຕິກູລແລະສິ່ງທີ່ປະຕິກູລ ແລ້ວເປັນຜູ້ມີອຸເປກຂາ ມີສະຕິສັມປະຊັນຍະຢູ່ ກໍຍ່ອມເປັນຜູ້ມີອຸເປກຂາ ມີສະຕິ ສັມປະຊັນຍະໃນສິ່ງທັງສອງນັ້ນຢູ່ ຫລືອີກຢ່າງໜຶ່ງ ເພາະລ່ວງອາກາສານັນຈາຍະຕະນະເສຍໄດ້ໂດຍປະກາຣທັງປວງ ໂດຍກຳນົດວ່າ ວິນຍານບໍ່ມີທີ່ສຸດ ຍ່ອມບັນລຸວິນຍານັນຈາຍະຕະນະຢູ່.

ພິກຂຸທັງຫລາຍ! ເຮົາກ່າວມຸທິຕາເຈໂຕວິມຸຕວ່າ ມີວິນຍານັນຈາຍະຕະນະເປັນຢ່າງຍິ່ງ ສຳຫລັບພິກຂຸຜູ້ມີປັນຍາຍັງບໍ່ແທງຕະຫລອດເຊິ່ງວິມຸຕອັນຍິ່ງໃນທັມວິນັຍນີ້.

ພິກຂຸທັງຫລາຍ! ກໍອຸເປກຂາເຈໂຕວິມຸຕທີ່ບຸຄຄົລຈະເຣີນແລ້ວຢ່າງໃດ ມີອັນໃດເປັນຄະຕິ ມີອັນໃດເປັນຢ່າງຍິ່ງ ມີອັນໃດເປັນຜົລ ມີອັນໃດເປັນທີ່ສຸດ?

ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ຍ່ອມຈະເຣີນສະຕິສັມໂພຊຊົງທີ່ປະກອບດ້ວຍອຸເປກຂາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຍ່ອມຈະເຣີນທັມມະວິຈະຍະສັມໂພຊຊົງທີ່ປະກອບດ້ວຍອຸເປກຂາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຍ່ອມຈະເຣີນວິຣິຍະສັມໂພຊຊົງທີ່ປະກອບດ້ວຍອຸເປກຂາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.
ຍ່ອມຈະເຣີນປີຕິສັມໂພຊຊົງທີ່ປະກອບດ້ວຍອຸເປກຂາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຍ່ອມຈະເຣີນປັສສັທທິສັມໂພຊຊົງທີ່ປະກອບດ້ວຍອຸເປກຂາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຍ່ອມຈະເຣີນສະມາທິສັມໂພຊຊົງທີ່ປະກອບດ້ວຍອຸເປກຂາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຍ່ອມຈະເຣີນອຸເປກຂາສັມໂພຊຊົງທີ່ປະກອບດ້ວຍອຸເປກຂາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.

ຖ້າເຂົາຫວັງຢູ່ວ່າ ຂໍເຮົາມີສັນຍາວ່າ ເປັນປະຕິກູລໃນສິ່ງທີ່ບໍ່ປະຕິກູລ ເຂົາກໍຍ່ອມມີສັນຍາວ່າ ເປັນປະຕິກູລໃນສິ່ງທີ່ບໍ່ປະຕິກູລນັ້ນຢູ່.

ຖ້າເຂົາຫວັງຢູ່ວ່າ ຂໍເຮົາມີສັນຍາວ່າ ບໍ່ປະຕິກູລໃນສິ່ງທີ່ປະຕິກູລ ເຂົາກໍຍ່ອມມີສັນຍາວ່າ ບໍ່ປະຕິກູລໃນສິ່ງທີ່ປະຕິກູລນັ້ນຢູ່.

ຖ້າເຂົາຫວັງຢູ່ວ່າ ຂໍເຮົາມີສັນຍາວ່າ ເປັນປະຕິກູລໃນສິ່ງທີ່ບໍ່ປະຕິກູລແລະປະຕິກູລຢູ່ ເຂົາກໍຍ່ອມມີສັນຍາວ່າ ເປັນປະຕິກູລໃນສິ່ງທີ່ບໍ່ປະຕິກູລແລະປະຕິກູລນັ້ນຢູ່.

ຖ້າເຂົາຫວັງຢູ່ວ່າ ຂໍເຮົາມີສັນຍາວ່າ ບໍ່ປະຕິກູລໃນສິ່ງທີ່ປະຕິກູລແລະບໍ່ປະຕິກູລຢູ່ ເຂົາກໍຍ່ອມມີສັນຍາວ່າ ບໍ່ປະຕິກູລໃນສິ່ງທີ່ປະຕິກູລແລະບໍ່ປະຕິກູລນັ້ນຢູ່.

ຖ້າເຂົາຫວັງຢູ່ວ່າ ເຮົາຄວນເວັ້ນສິ່ງທັງສອງນັ້ນຄື ສິ່ງບໍ່ປະຕິກູລແລະສິ່ງທີ່ປະຕິກູລ ແລ້ວເປັນຜູ້ມີອຸເປກຂາ ມີສະຕິສັມປະຊັນຍະຢູ່ ກໍຍ່ອມເປັນຜູ້ມີອຸເປກຂາ ມີສະຕິ ສັມປະຊັນຍະໃນສິ່ງທັງສອງນັ້ນຢູ່ ຫລືອີກຢ່າງໜຶ່ງ ເພາະລ່ວງວິນຍານັນຈາຍະຕະນະເສຍໄດ້ໂດຍປະກາຣທັງປວງ ໂດຍກຳນົດວ່າ ບໍ່ມີອັນໃດ ຍ່ອມບັນລຸອາກິນຈັນຍາຍະຕະນະຢູ່.

ພິກຂຸທັງຫລາຍ! ເຮົາກ່າວອຸເປກຂາເຈໂຕວິມຸຕວ່າ ມີອາກິນຈັນຍາຍະຕະນະເປັນຢ່າງຍິ່ງ ສຳຫລັບພິກຂຸຜູ້ມີປັນຍາຍັງບໍ່ແທງຕະຫລອດເຊິ່ງວິມຸຕອັນຍິ່ງໃນທັມວິນັຍນີ້.
(ອາກິນຈັນຍາຍະຕະນະປະຣະມາຫັງ ພິກຂະເວ ອຸເປກຂາເຈໂຕວິມຸຕຕິງ ວະທາມີ ໆ ອິທະ ປັນຍັສສະ ພິກຂຸໂນ ອຸຕຕະຣິວິມຸຕຕິງ ອັປປະຕິວິຊຊະໂຕຕິ)

ສັງຍຸຕຕະນິກາຍ ມະຫາວາຣະວັຄ ໑໙/໑໔໐-໑໔໖/໕໗໓-໖໐໐
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ