ໂສດາບັນ ເປັນແນວໃດໜໍ?
ໂສດາບັນ
ສາຣີບຸຕ ! ທີ່ມັກກ່າວກັນວ່າ ໂສດາບັນ
ໂສດາບັນ ດັ່ງນີ້ ເປັນແນວໃດໜໍ ສາຣີບຸຕ ?
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ !
ທ່ານຜູ້ໃດ ເປັນຜູ້ປະກອບພ້ອມແລ້ວ ດ້ວຍອະຣິຍະມັຄມີອົງຄ໌ແປດນີ້ຢູ່ ຜູ້ເຊັ່ນນັ້ນແລ ຂ້ານ້ອຍຮຽກວ່າເປັນພຣະໂສດາບັນ
ຜູ້ມີຊື່ຢ່າງນີ້ໆ ມີໂຄຕຢ່າງນີ້ໆ ຂ້ານ້ອຍ !”.
ສາຣີບຸຕ ! ຖືກແລ້ວ ຖືກແລ້ວ
ຜູ້ທີ່ປະກອບພ້ອມແລ້ວ ດ້ວຍອະຣິຍະມັຄມີອົງຄ໌ແປດນີ້ຢູ່ ເຖິງເຮົາເອງກໍເອີ້ນຜູ້ເຊັ່ນນັ້ນວ່າເປັນພຣະໂສດາບັນ ຜູ້ມີຊື່ຢ່າງນີ້ໆ ມີໂຄຕຢ່າງນີ້ໆ.
ມະຫາວາຣ. ສັງ. ໑໙/໔໓໕/໑໔໓໒-໑໔໓໓.
ຄະຫະບໍດີ ! ໃນກາລໃດ ພັຍເວຣຫ້າປະການ
ອັນອະຣິຍະສາວົກເຮັດໃຫ້ສະງົບລະງັບໄດ້ແລ້ວ ດ້ວຍ,
ອະຣິຍະສາວົກປະກອບພ້ອມແລ້ວ ດ້ວຍໂສຕາປັຕຕິຍັງຄະສີ່ ດ້ວຍ,
ອະຣິຍະຍາຍະທັມ ເປັນທັມທີ່ອະຣິຍະສາວົກເຫັນແລ້ວດ້ວຍດີ
ແທງຕະຫຼອດແລ້ວດ້ວຍດີດ້ວຍປັນຍາ ດ້ວຍ;
ໃນກາລນັ້ນ ອະຣິຍະສາວົກນັ້ນ
ເມື່ອຫວັງຢູ່ກໍພະຍາກອນຕົນດ້ວຍຕົນນັ້ນແຫຼະວ່າ
“ເຮົາເປັນຜູ້ມີນະຣົກສິ້ນແລ້ວ ມີກຳເນິດເດຣັຈສານສິ້ນແລ້ວ
ມີເປຕວິສັຍສິ້ນແລ້ວ ມີອະບາຍທຸຄະຕິວິນິບາຕສິ້ນແລ້ວ,
ເຮົາເປັນຜູ້ເຖິງແລ້ວຊຶ່ງກະແສ (ແຫ່ງນິບພານ)
ມີຄວາມບໍ່ຕົກຕ່ຳເປັນທຳມະດາ ເປັນຜູ້ທ່ຽງແທ້ຕໍ່ນິບພານ
ມີການຕຣັສຮູ້ພ້ອມເປັນເບື້ອງໜ້າ” ດັ່ງນີ້.
- ບາລີ ທສກ. ອັງ. ໒໔/໑໙໕/໙໒.
ພິກຂຸທັງຫຼາຍ ! ພິກຂຸອົງໃດ ຮູ້ຢູ່ຕາມເປັນຈິງວ່າ
“ນີ້ເປັນທຸກຂ໌ ນີ້ເປັນເຫຕໃຫ້ເກີດທຸກຂ໌ ນີ້ເປັນຄວາມດັບບໍ່ເຫຼືອຂອງທຸກຂ໌
ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງທຸກຂ໌” ດັ່ງນີ້ນັ້ນ
ແມ່ນວ່າຈະຍ່ອມມີບຸກຄົນທີ່ເປັນສະມະນະຫຼືພຣາມ ເຊິ່ງເປັນຜູ້ຕ້ອງການຈະໂຕ້ວາທະ
ທ່ຽວສະແຫວງຫາຄູ່ໂຕ້ວາທະ ມາຈາກທິສຕາເວັນອອກ ຫຼືທິສຕາເວັນຕົກ ຫຼືທິສເໜືອ ຫຼືທິສໃຕ້ກໍຕາມ
ໂດຍປະກາດວ່າ “ເຮົາຈັກຍົກວາທະຂອງພິກຂຸອົງນີ້ເສຍ” ດັ່ງນີ້
ຂໍ້ທີ່ສະມະນະຫຼືພຣາມນັ້ນ ຈະເຮັດພິກຂຸນັ້ນໃຫ້ຫວັ່ນໄຫວສັ່ນສະເທືອນ ຫຼືສັ່ນໄກວ
ໂດຍຖືກທັມນັ້ນ ບໍ່ເປັນຖານະທີ່ຈະເປັນໄປໄດ້ເລີຍ ຂໍ້ນີ້ເປັນເພາະເຫຕໃດໜໍ
ເພາະເຫຕທີ່ອະຣິຍະສັຈສີ່ນັ້ນ ເປັນທັມທີ່ພິກຂຸນັ້ນ ເຫັນແລ້ວດ້ວຍດີ.
ພິກຂຸທັງຫຼາຍ !
ປຽບເໝືອນເສົາຫີນຍາວ ໑໖ ສອກ ຝັງຢູ່ໃນດິນ ໘ ສອກ ໂຜ່ຂຶ້ນພົ້ນດິນ ໘ ສອກ
ແມ່ນວ່າຈະມີລົມພາຍຸຝົນຢ່າງໜັກ
ມາຈາກທິສຕາເວັນອອກ ຫຼືທິສຕາເວັນຕົກ ຫຼືທິສເໜືອ ຫຼືທິສໃຕ້ກໍຕາມ
ຍ່ອມບໍ່ເຮັດເສົາຫີນນັ້ນໃຫ້ຫວັ່ນໄຫວ ສັ່ນສະເທືອນ ຫຼືສັ່ນໄກວໄປໄດ້ເລີຍ
ຂໍ້ນີ້ເປັນເພາະເຫຕໃດໜໍ
ເພາະສ່ວນທີ່ຝັງນັ້ນເລິກແລະຝັງເປັນຢ່າງດີ ເຊັ່ນໃດກໍເຊັ່ນນັ້ນ.
ພິກຂຸທັງຫຼາຍ ! ເພາະເຫຕນັ້ນໃນກໍລະນີນີ້
ພວກເຈົ້າຈົ່ງປະກອບຄວາມພຽນເພື່ອໃຫ້ຮູ້ຕາມເປັນຈິງວ່າ
“ນີ້ເປັນທຸກຂ໌ ນີ້ເປັນເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌
ນີ້ເປັນທາງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ເຖີ້ນ.
ບາລີ ມຫາວາຣ. ສັງ. ໑໙/໕໕໕/໑໗໒໔.