ອາສະວະທີ່ຈະລະໄດ້ເພາະການພິຈາຣະນາ
ທາງສາຍກາງ
ພິກຂຸທັງຫລາຍ! ກໍອາສະວະເຫລົ່າໃດ ທີ່ຈະລະໄດ້ເພາະກາຣພິຈາຣະນາເສພ?
ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ພິຈາຣະນາໂດຍລະອຽດແລ້ວ ເສພຈີວອຣພຽງເພື່ອກຳຈັດຄວາມໜາວ ຄວາມຮ້ອນ ກາຣສັມຜັສແຫ່ງເຫລືອກ ຍຸງ ລົມ ແດດ ແລະສັຕເລືອຄານທັງຫລາຍ ພຽງເພື່ອປົກປິດອະວັຍວະທີ່ກໍ່ໃຫ້ເກີດຄວາມລະອາຍ.
ພິຈາຣະນາໂດຍລະອຽດແລ້ວ ເສພບິນທະບາຕ ບໍ່ແມ່ນເພື່ອຫລິ້ນ ບໍ່ແມ່ນເພື່ອມົວເມົາ ບໍ່ແມ່ນເພື່ອປະດັບ ບໍ່ແມ່ນເພື່ອຕົບແຕ່ງ ແຕ່ພຽງເພື່ອໃຫ້ກາຍນີ້ຕັ້ງຢູ່ໄດ້ ເພື່ອຊີວິຕເປັນໄປ ເພື່ອປ້ອງກັນຄວາມລຳບາກ ເພື່ອອະນຸເຄາະພຣົມມະຈັນຍ໌ ດ້ວຍຄິດວ່າ ເຮົາຈັກກຳຈັດເວທະນາເກົ່າເສຍ ແລະບໍ່ກະທຳເວທະນາໃໝ່ໃຫ້ເກີດຂຶ້ນ ຄວາມທີ່ອາຍຸດຳເນີນໄປໄດ້ ຄວາມບໍ່ມີໂທສເພາະອາຫາຣ ແລະຄວາມຢູ່ຜາສຸກສຳຣານຈັກມີແກ່ເຮົາ ດັ່ງນີ້.
ພິຈາຣະນາໂດຍລະອຽດແລ້ວ ເສພເສນາສະນະ ພຽງເພື່ອກຳຈັດຄວາມຮ້ອນ ກາຣສັມຜັສແຫ່ງເຫລືອກ ຍຸງ ລົມ ແດດ ແລະສັຕເລືອຄານທັງຫລາຍ ພຽງເພື່ອບັນເທົາອັນຕຣາຍອັນເກີດແຕ່ລະດູ ເພື່ອເປັນທີ່ສະບາຍໃນກາຣຫລີກເຣັ້ນ.
ພິຈາຣະນາໂດຍລະອຽດແລ້ວ ເສພຄິລານະປັຈຈັຍເພສັຊບໍຣິຂາຣ ພຽງເພື່ອກຳຈັດເວທະນາອັນເກີດແຕ່ອາພາທຕ່າງໆທີ່ເກີດຂຶ້ນແລ້ວ ເພື່ອຄວາມເປັນຜູ້ບໍ່ມີອາພາທບຽດບຽນເປັນຢ່າງຍິ່ງ.
ພິກຂຸທັງຫລາຍ! ອາສະວະທັງຫລາຍແລະຄວາມຮ້ອນຮົນອັນກະທຳຄວາມຄັບແຄ້ນເຫລົ່າໃດ ຍ່ອມເກີດຂຶ້ນແກ່ພິກຂຸຜູ້ບໍ່ພິຈາຣະນາເສພປັຈຈັຍອັນໃດອັນໜຶ່ງ ອາສະວະທັງຫລາຍແລະຄວາມຮ້ອນຮົນອັນກະທຳຄວາມຄັບແຄ້ນເຫລົ່ານັ້ນ ຍ່ອມບໍ່ມີແກ່ພິກຂຸນັ້ນ ຜູ້ພິຈາຣະນາເສພຢູ່ຢ່າງນີ້.
ພິກຂຸທັງຫລາຍ! ອາສະວະເຫລົ່ານີ້ ເຮົາກ່າວວ່າ ຍ່ອມລະໄດ້ເພາະກາຣພິຈາຣະນາເສພ.
ມັຊຊິມະນິກາຍ ມູລປັນນາສກ໌ ໒໑/໑໔/໑໔