ເອີ້ນກັນວ່າ "ສັດ" ເພາະຕິດເບັນຈະຂັນ

ສັດ

0:00/0:00
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຄົນກ່າວກັນວ່າ ‘ສັຕ ສັຕ’ ດັ່ງນີ້, ເຂົາກ່າວກັນວ່າ ‘ສັຕ’ ເຊັ່ນນີ້ ມີຄວາມໝາຍພຽງໃດ ? ຂ້ານ້ອຍ !”

ຣາທະ ! ສັນທະ (ຄວາມພໍໃຈ) ຣາຄະ (ຄວາມກໍາໜັດ) ນັນທິ (ຄວາມເພີນ) ຕັນຫາ (ຄວາມທະຍານຢາກ) ໃດໆ ມີຢູ່ໃນຮູບ, ສັຕຍ່ອມກ່ຽວຂ້ອງ ຍ່ອມຕິດໃນຮູບນັ້ນ ດ້ວຍສັນທະຣາຄະເປັນຕົ້ນນັ້ນ ເພາະສະນັ້ນ ສັຕນັ້ນ ຈຶ່ງຖືກເອີ້ນວ່າ “ສັຕ (ຜູ້ຂ້ອງຕິດ)” ດັ່ງນີ້;

ຣາທະ ! ສັນທະ ຣາຄະ ນັນທິ ຕັນຫາໃດໆ ມີຢູ່ໃນເວທະນາ, ສັຕຍ່ອມກ່ຽວຂ້ອງ ຍ່ອມຕິດໃນເວທະນານັ້ນ ດ້ວຍສັນທະຣາຄະເປັນຕົ້ນນັ້ນ ເພາະສະນັ້ນ ສັຕນັ້ນ ຈຶ່ງຖືກເອີ້ນວ່າ “ສັຕ” ດັ່ງນີ້;

ຣາທະ ! ສັນທະ ຣາຄະ ນັນທິ ຕັນຫາໃດໆ ມີຢູ່ໃນສັນຍາ, ສັຕຍ່ອມກ່ຽວຂ້ອງ ຍ່ອມຕິດໃນສັນຍານັ້ນ ດ້ວຍສັນທະຣາຄະເປັນຕົ້ນນັ້ນ ເພາະສະນັ້ນ ສັຕນັ້ນ ຈຶ່ງຖືກເອີ້ນວ່າ “ສັຕ” ດັ່ງນີ້;

ຣາທະ ! ສັນທະ ຣາຄະ ນັນທິ ຕັນຫາໃດໆ ມີຢູ່ໃນສັງຂາຣທັງຫຼາຍ, ສັຕຍ່ອມກ່ຽວຂ້ອງ ຍ່ອມຕິດໃນສັງຂາຣທັງຫຼາຍເຫຼົ່ານັ້ນ ດ້ວຍສັນທະຣາຄະເປັນຕົ້ນນັ້ນ ເພາະສະນັ້ນ ສັຕນັ້ນ ຈຶ່ງຖືກເອີ້ນວ່າ “ສັຕ” ດັ່ງນີ້;

ຣາທະ ! ສັນທະ ຣາຄະ ນັນທິ ຕັນຫາໃດໆ ມີຢູ່ໃນວິນຍານ, ສັຕຍ່ອມກ່ຽວຂ້ອງ ຍ່ອມຕິດໃນວິນຍານນັ້ນ ດ້ວຍສັນທະຣາຄະເປັນຕົ້ນນັ້ນ ເພາະສະນັ້ນ ສັຕນັ້ນ ຈຶ່ງຖືກເອີ້ນວ່າ “ສັຕ” ດັ່ງນີ້ ແລ.

- ຂັນທະ. ສັງ. ໑໗/໒໓໒/໓໖໗.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ